ທິບພະຍະປະກັນໄພ ຮ່ວມມືກັບ ທະນາຄານເອຊີລີດາລາວ ໃຫ້ບໍລິການລູກຄ້າ

293

ບໍລິສັດ ທິບພະຍະປະກັນໄພ ຈໍາກັດ ໄດ້ຈັດພິທີເຊັນສັນຍາ ວ່າດ້ວຍການຮ່ວມມືກັບ ທະນາຄານເອຊີລີດາລາວ ຈຳກັດ ເພື່ອເພີ່ມການພົວພັນ ແລະ ຮ່ວມມືສົ່ງເສີມໃຫ້ເກີດຜົນປະໂຫຍດສູງສຸດ ໂດຍການນຳສະເໜີຜະລິດຕະພັນ ແລະ ການບໍລິການທາງດ້ານການເງິນທີ່ດີທີ່ສຸດໃຫ້ແກ່ລູກຄ້າ.
ພິທີເຊັນສັນຍາມີຂຶ້ນໃນວັນທີ 1 ຕຸລາ 2020 ທີ່ສໍານັກງານໃຫຍ່ ບໍລິສັດ ທິບພະຍະປະກັນໄພ ນະຄອນຫຼວງວຽງຈັນ ເປັນກຽດໃນພິທີເຊັນສັນຍາໂດຍ ທ່ານ ດຣ. ຮາຍ ສະວາຍ ຜູ້ອຳນວຍການໃຫຍ່ ທະນາຄານເອຊີລີດາ ລາວ ຈຳກັດ ແລະ ທ່ານ ຫໍລະດີ ວໍລະຣາດ ຜູ້ອຳນວຍການໃຫຍ່ ບໍລິສັດ ທິບພະຍະປະກັນໄພ ຈໍາກັດ ( ສປປ ລາວ ) ພ້ອມດ້ວຍຄະນະຜູ້ບໍລິຫານຂອງທັງສອງຝ່າຍໄດ້ເຂົ້າຮ່ວມເປັນສັກຂີພິຍານໃນຄັ້ງນີ້.


ໂດຍທັງສອງຝ່າຍໄດ້ໃຫ້ຄຳໝັ້ນ ແລະ ບຸລິມະສິດໃນການນຳໃຊ້ຜະລິດຕະພັນຕ່າງໆຂອງແຕ່ລະຝ່າຍ ເພື່ອເພີ່ມທະວີການຂາຍຜະລິດຕະພັນ, ການບໍລິການຄູ່ຮ່ວມທຸລະກິດ ແລະ ຮັບປະກັນໃນການຮັກສາຂໍ້ມູນເອກະສານລູກຄ້າໃນການດຳເນີນທຸລະກິດຂອງທັງສອງຝ່າຍ.
ທ່ານ ຫໍລະດີ ວໍລະຣາດ ກ່າວວ່າ: ບໍລິສັດ ທິບພະຍະປະກັນໄພ ຈຳກັດ ໄດ້ເປີດດຳເນີນທຸລະກິດໃນ ສປປ ລາວ ຕັ້ງແຕ່ປີ 2014 ຈົນຮອດປັດຈຸບັນກ້າວສູ່ປີທີ 7 ແລະ ເຮົາສືບຕໍ່ທຸລະກິດຕໍ່ເນື່ອງດ້ວຍການຊື່ສັດ, ໂປ່ງໃສ ແລະ ຢູ່ບົນພື້ນຖານຄວາມຖືກຕ້ອງຕາມກົດໝາຍຂອງ ສປປລາວ.
ປັດຈຸບັນບໍລິສັດຂອງພວກເຮົາມີພະນັກງານທັງໝົດ 48 ຄົນ ແລະ ມີຕົວແທນຂາຍທົ່ວປະເທດ ມີລູກຄ້າລວມທັງ 3 ຊ່ອງທາງ ຄື: 28.016 ສັນຍາ ໂດຍແຍກເປັນຝ່າຍປະກັນໄພລົດ ຈຳນວນ 26.964 ສັນຍາ, ຝ່າຍປະກັນໄພຊັບສິນ ຈຳນວນ 495 ສັນຍາ, ຝ່າຍປະກັນໄພຊີວິດ ຈຳນວນ 557 ສັນຍາ.


ທ່ານ ດຣ. ຮາຍ ສະວາຍ ກ່າວວ່າ: ທະນາຄານເອຊີລີດາລາວ ຈຳກັດ ເປັນທະນາຄານລູກຂອງ ທະນາຄານເອຊີລີດາ ມະຫາຊົນ ເຊິ່ງເປັນທະນາຄານທີ່ນຳໜ້າໃນປະເທດກຳປູເຈຍ. ປັດຈຸບັນທະນາຄານເອຊີລີດາລາວ ມີພະນັກງານຫຼາຍກວ່າ 1.000 ຄົນ ທີ່ໃຫ້ບໍລິການລູກຄ້າໃນ 38 ສຳນັກງານທົ່ວປະເທດ, ມີຕູ້ເອທີເອັມ 56 ໜ່ວຍ ໃຫ້ບໍລິການ 24 ຊົ່ວໂມງ ແລະ mobile banking ” ACLEDA ToanChet ( ທັນໃຈ ) ທີ່ລູກຄ້າສາມາດເຮັດທຸລະກຳໄດ້ທຸກວັນ ທຸກທີ່ ທຸກເວລາ, ທະນາຄານເອຊີລີດາ ຈະສືບຕໍ່ພັດທະນາລະບົບການບໍລິການ ແລະ ຜະລິດຕະພັນທີ່ທັນສະໄໝ ເພື່ອຕອບສະໜອງຕາມຄວາມຕ້ອງການຂອງລູກຄ້າ.