ສຳມະນາການນຳໃຊ້ເຕັກໂນໂລຊີ ເພື່ອກ້າວເຂົ້າສູ່ຍຸກເສດຖະກິດດິຈິຕອນ

91

ກົມເຕັກໂນໂລຊີດິຈິຕອນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ເປີດກອງປະຊຸມສຳມະນາທາງໄກ ການນຳໃຊ້ເຕັກໂນໂລຊີດິຈິຕອນ “ Digital Technology ” ຢ່າງຖືກຕ້ອງ, ມີຄວາມປອດໄພສູງ ແລະ ການນຳໃຊ້ໂປຣແກຣມ ຄຸ້ມຄອງ – ບໍລິຫານລັດແບບທັນສະໄໝ ຂຶ້ນໃນວັນທີ 1 ຕຸລາ 2020 ເປັນປະທານຂອງ ທ່ານ ຫຸມພັນ ອິນທະຣາດ ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.

ຈຸດປະສົງຂອງການຈັດກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂົ້າໃຈໃຫ້ເລິກເຊິ່ງກ່ຽວກັບເຕັກໂນໂລຊີດິຈິຕອນໃນຍຸກ Digital 4.0 ເຊິ່ງລ້ວນແລ້ວແຕ່ເປັນການນຳໃຊ້ເຂົ້າໃນການດຳລົງຊີວິດປະຈຳວັນຂອງທຸກຄົນໃນຍຸກນີ້ ເຊິ່ງໃນປັດຈຸບັນສັງຄົມຍັງບໍ່ທັນມີຄວາມເຂົ້າໃຈເລິກເຊິ່ງໃນການກ້າວເຂົ້າສູ່ຍຸກເສດຖະກິດດິຈິຕອນເຕັມຮູບແບບ ແລະ ຍັງໃຫ້ ຄວາມສຳຄັນໜ້ອຍໃນການຮັກສາຄວາມປອດໄພຂອງຂໍ້ມູນ. ສະນັ້ນ, ການຈັດສຳມະນາຄັ້ງນີ້ຖືເປັນການເຜີຍແຜ່ ແລະ ສ້າງຄວາມເຂົ້າໃຈກ່ຽວກັບເຕັກໂນໂລຊີດິຈິຕອນໃນຍຸກ Digital 4.0 ໄດ້ຫຼາຍຂຶ້ນ.

ຜູ້ເຂົ້າຮ່ວມກອງປະຊຸມສຳມະນາຄັ້ງນີ້ ໄດ້ຮັບຮູ້ກ່ຽວກັບສະພາບການພັດທະນາວຽກງານເຕັກໂນໂລຊີດິຈິຕອນໃນປັດຈຸບັນ, ຄວາມສຳຄັນຂອງການເຮັດທຸລະກຳທາງເອເລັກໂຕຣ ນິກຢ່າງຖືກຕ້ອງ ແລະ ປອດໄພ ໃນຍຸກເພື່ອກ້າວເຂົ້າສູ່ຍຸກເສດຖະກິດດິຈິຕອນເຕັມຮູບແບບ, ການນຳສະເໜີຜົນງານການຄົ້ນຄວ້າບັນດາໂປຣແກຣມຕ່າງໆ ເຊັ່ນ: e-Office, e-Personal, e-Inventory, e-Document ເພື່ອນຳໃຊ້ເຂົ້າໃນວຽກງານຕົວຈິງໃນການຍົກປະສິດທິພາບຂອງວຽກງານ ແນໃສ່ການຫັນເປັນທັນສະໄໝ, ການນຳສະເໜີການນຳໃຊ້ລະບົບອີເມວ ແລະ ລະບົບຄັງຂໍ້ມູນ ( Cloud ) ຂອງສູນ Data Center ໃຫ້ປອດໄພ ແລະ ອື່ນໆ. ນອກນັ້ນ, ຍັງໄດ້ຮັບຟັງການນຳສະເໜີກ່ຽວກັບບັນຫາຄວາມປອດໄພໃນຍຸກ Digital 4.0 ( Digital Cyber Security ) ແລະ ການນຳໃຊ້ສື່ສັງຄົມອອນລາຍ Social Media Apps ໃຫ້ເກີດປະໂຫຍດ ແລະ ມີຄວາມປອດໄພ ເຊິ່ງທັງໝົດເຫຼົ່ານີ້ແມ່ນມີຄວາມສຳຄັນຕໍ່ທຸກຄົນໃນການດຳລົງຊີວິດປະຈຳວັນ ແລະ ມີບົດບາດຫຼາຍໃນສັງຄົມປັດຈຸບັນ ຄຽງຄູ່ກັບການພັດທະນາ.

( ຂ່າວ ແລະ ຮູບພາບ: ແສງທອງ ວັນນະທຳ )