ທ່ານນາຍົກເຂົ້າຮ່ວມ ກອງປະຊຸມໃຫຍ່ຄັ້ງທີ VIII ຂອງຜູ້ແທນອົງຄະນະພັກແຂວງຫຼວງພະບາງ

191

ວັນທີ 2 ຕຸລາ 2020 ນີ້ ກອງປະຊຸມໃຫຍ່ຄັ້ງທີ VIII ຂອງຜູ້ແທນອົງຄະນະພັກແຂວງຫຼວງພະບາງ ໄດ້ໄຂຂື້ນຢ່າງເປັນທາງການ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ມີ ສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ພ້ອມດ້ວຍຜູ້ແທນສົມບູນ 264 ສະຫາຍ, ຍີງ 30 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກ ໃນທົ່ວແຂວງ 23.909 ສະຫາຍ ແລະຜູ້ແທນຮັບເຊີນເຂົ້າຮ່ວມ.

ສະຫາຍ ຄຳຂັນ ຈັນທະວີສຸກ ກຳມະການສູນການພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຫຼວງພະບາງ ໄດ້ກ່າວໄຂກອງປະຊຸມ ພ້ອມທັງຜ່ານ ຮ່າງລາຍງານການເມືອງ ສະຫາຍກ່າວວ່າ: ກອງປະຊຸມໃຫຍ່ຄັ້ງນີ້ ດຳເນີນພາຍໃຕ້ຄຳຂັວນ: “ຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຕໍ່ສູ້ ຂອງທົ່ວອົງຄະນະພັກ, ຂຸດຄົ້ນ ແລະ ເສີມຂະຫຍາຍຄວາມອາດສາມາດບົ່ມຊ້ອນ ແລະ ກຳລັງແຮງສັງລວມ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ຕາມແນວທາງປ່ຽນແປງໃໝ່ຂອງພັກ, ເຮັດໃຫ້ແຂວງຫຼວງພະບາງ ນັບມື້ນັບໜັກແໜ້ນ, ພັດທະນາຕໍ່ເນື່ອງ, ມີຄວາມຍືນຍົງ, ກ້າວສູ່ທັນສະ ໄໝ ແລະຍຸຕິທຳ”.

 

ຕະຫຼອດໄລຍະ 5 ປີ ແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ, ພາຍໃຕ້ການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກແຂວງ ແລະຄະນະພັກທຸກຂັ້ນ ບວກກັບຄວາມສາມັກຄີເປັນເອກະພາບ, ຄວາມຕັ້ງໜ້າບຸກບືນ ແລະການເຊີດຊູນໍ້າໃຈ ເປັນເຈົ້າຂອງສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ແລະປະຊາຊົນບັນ ດາເຜົ່າ ເຮັດໃຫ້ທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງອັນໜັກແໜ້ນ, ສັງຄົມສືບຕໍ່ມີຄວາມສະຫງົບ ແລະມີຄວາມເປັນລະບຽບຮຽບຮ້ອຍດີຂື້ນກວ່າເກົ່າ, ປະກົດການຫຍໍ້ທໍ້ໃນສັງຄົມຫຼຸດລົງເປັນກ້າວໆ, ຍ້ອນຄະນະພັກ ໄດ້ຍຶດໝັ້ນ ແລະໄດ້ເອົາໃຈໃສ່ສຶກສາອົບຮົມປະຊາຊົນບັນດາເຜົ່າ ໃຫ້ເຊື່ອມຊຶມ ແລະເປັນເຈົ້າການເຂົ້າຮ່ວມປະຕິບັດແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ແລະສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ຕິດພັນກັບການກໍ່ສ້າງຮາກຖານການເມືອງ ແລະພັດທະນາຊົນນະບົດຮອບດ້ານ.

ແຂວງໄດ້ສ້າງພື້ນຖານໃຫ້ເສດຖະກິດຂອງແຂວງໃຫ້ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ຕາມທິດທີ່ກໍານົດໄວ້, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປົວແປງ ນັບມື້ນັນດີຂຶ້ນ, ມາເຖິງປະຈຸບັນ ປະຊາຊົນຫຼາຍທ້ອງຖີ່ນ ໄດ້ດຳເນີນການປູກຝັງ-ລ້ຽງສັດຕາມທ່າແຮງ ແລະມູນເຊື້ອ ຂອງແຕ່ລະຄອບຄົວ, ດ້ວຍການນຳໃຊ້ເຕັກນິກວິຊາການໃໝ່, ເປັນຕົ້ນ ການລ້ຽງສັດແບບເປັນລັອກ, ເປັນຟາມ, ການທອມສັດໃຫຍ່ ຕິດພັນກັບການປູກຫຍ້າລ້ຽງສັດ, ການປູກຜັກປອດສານພິດ, ການປູກພືດ, ຕົ້ນໄມ້ອຸດສາຫະກໍາ ແລະຕົ້ນໄມ້ໃຫ້ໝາກປະເພດຕ່າງໆ, ເຮັດໃຫ້ພວກເຮົາມີຜະລິດຕະພັນສິນຄ້າກະສິກໍາເພີ່ມຂຶ້ນ ເພື່ອບໍລິໂພກພາຍໃນ ແລະສົ່ງອອກຫຼາຍຂື້ນ.

ພື້ນຖານໂຄງລ່າງ ແຕ່ລະດ້ານ ໄດ້ຮັບການປັບປຸງ ແລະສ້າງຂຶ້ນໃໝ່ຈຳນວນໜຶ່ງ, ວຽກງານແຕ່ລະຂົງເຂດໄດ້ມີຜົນສໍາເລັດໃໝ່, ເຮັດໃຫ້ລວມຍອດມູນຄ່າຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 35.042 ຕື້ກີບ, ສະເລ່ຍ 7.008 ຕື້ກີບຕໍ່ປີ ອັດຕາການຂະຫຍາຍຕົວຂອງເສດຖະກິດ ເພີ່ມຂຶ້ນສະເລ່ຍ 7,3% ຕໍ່ປີ, ສະເລ່ຍລາຍຮັບເພີ່ມຂຶ້ນ ຈາກ 13.900.000 ກ່ວາກີບ ຫຼື 1.746 ໂດລາສະຫະລັດຕໍ່ຄົນ ໃນປີ 2016 ມາເປັນ 16.800.000 ກ່ວາກີບ ຫຼື 2.110 ໂດລາສະຫະ ລັດຕໍ່ຄົນ ໃນປີ 2020, ທຽບໃສ່ແຜນການປະຕິບັດໄດ້ 90,87%.

ຄະນະພັກແຕ່ລະຂັ້ນ ໄດ້ເປັນເຈົ້າການສຶກສາອົບຮົມ ການເມືອງ-ແນວຄິດ ດ້ວຍຫຼາຍຮູບການທີ່ສອດ ຄ່ອງ ຢ່າງເປັນປົກກະຕິ ອັນໄດ້ເຮັດໃຫ້ສະຕິການເມືອງ ຂອງສະມາຊິກພັກ, ພະນັກງານ ແລະ ປະຊາຊົນ ສູງຂຶ້ນ; ໄດ້ດໍາເນີນການກໍ່ສ້າງພັກທາງດ້ານການຈັດຕັ້ງ ຢ່າງເປັນປົກກະຕິຕໍ່ເນື່ອງ ເຮັດໃຫ້ລະບົບການຈັດຕັ້ງ ແລະຖັນແຖວສະມາຊິກພັກ ມີຄວາມເຕີບໃຫຍ່ຂະຫຍາຍຕົວ, ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ຈໍານວນໜ່ວຍພັກເພີ່ມຂຶ້ນ 92 ໜ່ວຍ, ສະມາຊິກພັກເພີ່ມຂຶ້ນ 3,592 ສະຫາຍ, ຕີລາຄາປະເພດສະມາຊິກພັກ ໄດ້ປະເພດແຂງ ກວມ 76,90%, ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ກວມ 82,70%; ສັງລວມແລ້ວ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ ແມ່ນມີຜົນສໍາເລັດຫຼາຍດ້ານ, ມີຫຼາຍອັນແມ່ນສາມາດບັນລຸໄດ້ລື່ນຄາດໝາຍທີ່ວາງໄວ້ ເຊິ່ງເປັນພື້ນຖານອັນໜັກແໜ້ນ ໃຫ້ແກ່ການກ້າວຂຶ້ນຂອງແຂວງຫຼວງພະບາງໃນອະນາຄົດ.

ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການຜ່ານ ຮ່າງແຜນພດທະນາເສດຖະກິດ-ສັງຄົມ 5 ປີ ຄັງທີ່ IX ແຕ່ປີ 2021-2025 ຂອງແຂວງຫລວງພະບາງ, ຮັບຟັງການປະກອບຄຳເຫັນ ຂອງຂະແໜງການ-ກົມກອງ ແລະບັນດາຕົວແບບແຕ່ລະດ້ານ, ພ້ອມນີ້ຈະໄດ້ດຳເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ເພື່ອເປັນຫຼັກແຫຼ່ງ ໃນການຊີ້ນຳ-ນຳພາ ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ໃຫ້ມີຜົນສຳເລັດ.

ກອງປະຊຸມ ຄັ້ງນີ້ ຍັງຈະໄດ້ຮັບຟັງການການໂອ້ລົມເພື່ອຊີ້ທດເຍືອງທາງຈາກ ສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ຕື່ມອີກ.
ສໍາລັບກອງປະຊຸມໃຫຍ່ຄັ້ງທີ VIII ຂອງຜູ້ແທນອົງຄະ ນະພັກແຂວງຫຼວງພະບາງ ຈະດຳເນີນຮອດວັນທີ 3 ຕຸລາ 2020 ຈິ່ງສໍາເລັດ

Cr: ອາພຸດເດດ ບຸບຜາ