ວິທະຍາໄລສະຫວັນບໍລິຫານທຸລະກິດ ສະຫຼຸບສົກສຶກສາ 2019 – 2020

116

ວິທະຍາໄລສະຫວັນບໍລິຫານທຸລະກິດ ຈັດພິທີສະຫຼຸບສົກຮຽນ 2019 – 2020 ແລະ ມອບປະກາສະນີຍະບັດໃຫ້ຜູ້ທີ່ສຳເລັດການສຶກສາລະດັບຊັ້ນສູງ ໃນວັນທີ 25 ກັນຍາ 2020 ໂດຍເປັນປະທານຂອງ ທ່ານ ກິຄຳ ພິມບຸນຍໍ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ, ມີທ່ານ ຄຳເພົ້າ ພັນທຸລັກ ອຳນວຍການວິທະຍາໄລສະຫວັນບໍລິຫານທຸລະກິດ, ທ່ານ ຄຳພູວີ ວຽງດາລາ ຮອງຫົວໜ້າຂະແໜງອາຊີວະ ແລະ ການສຶກສາຊັ້ນສູງ.

ທ່ານ ຄຳເພົ້າ ພັນທຸລັກ ກ່າວວ່າ: ວິທະຍາໄລໄດ້ຈັດຕັ້ງປະຕິບັດຕາມໂຄງການຫຼັກສູດ ເຊິ່ງປະກອບມີ:

ຫຼັກສູດຊັ້ນສູງ ມີ 3 ສາຂາ ຄື: ສາຂາບັນຊີ, ສາຂາບໍລິຫານ – ການຈັດການ ແລະ ສາຂາເຕັກໂນໂລຊີຂໍ້ມູນ – ຂ່າວສານ ( IT ) ປະກອບມີທັງໝົດ 99 ໜ່ວຍກິດ, ໃນສົກປີ 2019 – 2020 ມີນັກສຶກສາທັງໝົດ 148 ຄົນ ຍິງ 102 ຄົນ, ໃນນີ້ປະກອບມີຂະແໜງບັນຊີ 57 ຄົນ, ການບໍລິຫານ – ການຈັດການ 31 ຄົນ, ເຕັກໂນໂລຊີຂໍ້ມູນ – ຂ່າວສານ 60 ຄົນ, ສຳລັບນັກສຶກສາຊັ້ນສູງສົກສຶກສາ ( 2017 – 2020 ) ສາຂາການບັນຊີ ຈຳນວນ 25 ຄົນ, ໃນນັ້ນສອບເສັງໄດ້ສົມບູນ 23 ຄົນ ເທົ່າກັບ 92%, ສາຂາການບໍລິຫານ – ການຈັດການຈຳນວນ 17 ຄົນ, ສອບເສັງໄດ້ສົມບູນ 15 ຄົນ ເທົ່າກັບ 88,23%, ສາຂາເຕັກໂນໂລຊີຂໍ້ມູນ – ຂ່າວສານ ( IT ) ຈຳນວນ 24 ຄົນ, ສອບເສັງໄດ້ສົມບູນ 18 ຄົນ ເທົ່າກັບ 75%. ສ່ວນຜູ້ທີ່ສຳເລັດການສຶກສາຊັ້ນສູງບໍລິຫານທຸລະກິດ ໃນສົກສຶກສາ 2019 – 2020 ຈຳນວນ 64 ຄົນ ຍິງ 41 ຄົນ. ໃນນັ້ນ, ສາຂາບັນຊີ 23 ຄົນ, ສາຂາການບໍລິຫານ – ການຈັດການ 17 ຄົນ ແລະ ສາຂາເຕັກໂນຊີຂໍ້ມູນ – ຂ່າວສານ ( IT ) ຈຳນວນ 24 ຄົນ.