ຊົມເຊີຍ! ປະຊາຊົນ 2ບ້ານສາມັກຄີສ້ອມແປງທາງຍາວ 2 ກິໂລແມັດ

156

ໃນວັນທີ 28 ກັນຍາ 2020 ຜ່ານມານີ້ ປະຊາຊົນບ້ານດະເຊ້ຍໂພນຫີນ ແລະ ບ້ານດະເຊ້ຍນ້ອຍ ໄດ້ສາມັກຄີກັນສ້າງຂະບວນການອອກແຮງງານສ້ອມແປງເສັ້ນທາງທີ່ຢູ່ຂອບ​ເຂດທັງ 2 ບ້ານ; ພາຍໃຕ້ການນໍາພາຂອງທ່ານ ກົງຕາ ທະນະພົນ, ຮອງຫົວໜ້າຫ້ອງວ່າການປົກຄອງ​ ເມືອງເລົ່າງາມ ແຂວງສາລະວັນ,​ ພ້ອມດ້ວຍອໍານາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ 2 ບ້ານເຂົ້າຮ່ວມ 400 ກວ່າຄົນ.

ໃນໂອກາດດັ່ງກ່າວ ທ່ານ ກົງຕາ ທະນະພົນ ໃຫ້ຮູ້ວ່າ: ຂະບວນການອອກແຮງງານຮ່ວມກັນສ້ອມແປງເສັ້ນທາງເຂົ້າບ້ານໄລຍະທາງເກືອບ 2 ກິໂລແມັດໃນຄັ້ງນີ້ ເບື້ອງຕົ້ນໄດ້ປະສານສົມທົບກັບອໍານາດການປົກຄອງບ້ານທີ່ຂື້ນກັບເຂດບ້ານທີ 4 ແລະ ຈັດແບ່ງຂອບເຂດຄວາມຮັບຜິດຊອບໃນການສ້ອມແປງເສັ້ນທາງທີ່ເປ່ເພ ແລະ ນໍາພາພໍ່ແມ່ປະຊາຊົນຂຸດຮ່ອງລະບາຍນໍ້າສອງຟາກແຄມທາງ ພ້ອມນໍາເອົາຫີນ, ດີນມາຖົມທາງບາງບ່ອນທີ່ເປັນຂຸມ, ພ້ອມກັນນັັ້ນຍັງໄດ້ຮ່ວມກັນຖາງຫຍ້າອະນາໄມຂອບເຂດ 2 ແຄມທາງເພື່ອເຮັດໃຫ້ການສັນຈອນໄປມາຂອງພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ບ້ານອອ້ມຂ້າງມີຄວາມສະດວກສະບາຍຂື້ນຕື່ມອີກດ້ວຍ.

ດ້ານທ່ານ ຄໍາບອນ ເລຂາ-ນາຍບ້ານໆດະເຊ້ຍໂພນຫີນ ໄດ້ລາຍງານຕື່ມອີກວ່າ: ບ້ານດະເຊ້ຍໂພນຫີນມີ 360 ຫຼັງຄາເຮືອນ,437 ຄອບຄົວ,ມີພົນລະເມືອງທັັງໝົດ 281,ຍິງ 174 ຄົນ; ອາຊີບຕົ້ນຕໍແມ່ນຊາວໄຮ່, ຊາວສານ. ສໍາລັບການສ້ອມແປງທາງຄັ້ງນີ້ໄດ້ໃຊ້ງົບປະມານທັງໝົດ 1,2ລ້ານກີບ ໂດຍໄດ້ຈາກການປະກອບສ່ວນຂອງຫຼາຍພາກສ່ວນພາຍໃນບ້ານ.

ທີ່ມາ: Media Laos