ສະຫວັນນະເຂດ ຕັ້ງເປົ້າເສດຖະກິດຂະຫຍາຍຕົວສະເລ່ຍ 7,5 – 8%

283

ແຂວງສະຫວັນນະເຂດ ວາງຄາດໝາຍສູ້ຊົນໃຫ້ເສດຖະກິດໃນໄລຍະ 5 ປີຕໍ່ໜ້າ ຂະຫຍາຍຕົວໃນລະດັບ 7,5 – 8% ຕໍ່ປີ ໂດຍໃຫ້ລາຍຮັບຕໍ່ຫົວຄົນໄດ້ 28 ລ້ານກວ່າກີບຕໍ່ຄົນຕໍ່ປີ.
ກອງປະຊຸມສຳມະນາວິທະຍາສາດແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ( 2021 – 2025 ) ຂອງແຂວງສະຫວັນນະເຂດ ລະຫວ່າງ ພາກລັດ ແລະ ພາກທຸລະກິດ ໄດ້ຈັດຂຶ້ນໃນວັນທີ 28 ກັນຍາ 2020 ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງເປັນປະທານຂອງ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດພ້ອມດ້ວຍພະແນກການກ່ຽວຂ້ອງ ແລະ ພາກທຸລະກິດເຂົ້າຮ່ວມ.


ທ່ານ ວາລິຍະ ສີຈັນທອງທິບ ຫົວໜ້າພະແນກແຜນການ – ລົງທຶນແຂວງ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ( 2021 – 2025 ) ຂອງແຂວງ ສະຫວັນນະເຂດ ໂດຍສັງເຂບວ່າ: ຈະສູ້ຊົນໃຫ້ອັດຕາການຂະຫຍາຍຕົວລວມຍອດຜະລິດຕະພັນພາຍ ໃນ ( GDP ) ເພີ່ມຂຶ້ນໃນ ລະດັບສະເລ່ຍ 7,5 – 8% ຕໍ່ປີ, ສະເລ່ຍໃສ່ຫົວຄົນ 28.057.530 ກີບ ຫຼື ເທົ່າກັບ 3.153 ໂດລາ ໂດຍສູ້ຊົນໃຫ້ໂຄງປະກອບເສດ ຖະກິດໄປຕາມທິດຄຸນນະ ພາບ, ຍືນຍົງ ແລະ ສີຂຽວ ໂດຍຮອດປີ 2025 ຂະແໜງກະສິກຳ ຈະກວມເອົາ 25,54%, ຂະແໜງອຸດສາຫະກຳ ກວມ 39,63% ແລະ ຂະແໜງບໍລິການ ກວມ 34,83% ຂອງGDP ແລະ ເພື່ອເຮັດໃຫ້ເສດຖະກິດເຕີບໂຕຢ່າງມີຄຸນນະພາບ ຕ້ອງສຸມໃສ່ 3 ຂະແໜງການຫຼັກ.

ໃນນີ້, ດ້ານຂະແໜງກະສິກຳ – ປ່າໄມ້ ຕ້ອງໄປຕາມທິດທັນສະໄໝ ແລະ ຍືນຍົງ, ຂະແໜງອຸດສາຫະກຳຕ້ອງຍູ້ແຮງການຜະລິດດ້ານອຸດສາຫະກຳ, ສຸມໃສ່ການຂະຫຍາຍອຸດສາຫະກຳປຸງແຕ່ງຜົນຜະລິດກະສິກຳ ແລະ ຂະແໜງບໍລິການ ແມ່ນຂະຫຍາຍການບໍລິການໃຫ້ສອດຄ່ອງກັບການຫັນກະສິກຳ ແລະ ອຸດສາຫະກຳ ເປັນທັນສະໄໝ. ພ້ອມນີ້, ກໍເປີດກວ້າງການຮ່ວມມື, ເຊື່ອມໂຍງ ແລະ ເຊື່ອມຈອດກັບອະນຸພາກພື້ນ ແລະ ສາກົນ ໃຫ້ມີ ຄວາມເຂັ້ມແຂງ ແລະ ທັນສະໄໝ.

ໂອກາດນີ້, ທ່ານປະທານກອງປະຊຸມ ກໍໄດ້ກ່າວມີຄຳເຫັນ ແລະ ເຈາະຈີ້ມບາງບັນຫາທີ່ສຳຄັນ. ຈາກນັ້ນ, ຕາງໜ້າສະພາການຄ້າ – ອຸດສາຫະກຳແຂວງ, ຕາງໜ້ານັກທຸລະກິດ, ພະແນກການກ່ຽວຂ້ອງຂອງແຂວງ ກໍໄດ້ ມີການປະກອບຄຳຄິດຄຳເຫັນ ແລະ ປຶກສາຫາລືຮ່ວມກັນຢ່າງກົງໄປກົງມາ ແນໃສ່ເພື່ອເຮັດໃຫ້ແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ທີ່ແຂວງວາງໄວ້ບັນລຸໄດ້ຕາມຕົວເລກຄາດໝາຍ.