ປກສ ສະຫວັນນະເຂດ ປະກາດຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດໃໝ່.

281

ໃນວັນທີ 30 ກັນຍາ 2020 ທີ່ຜ່ານມາ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດການຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງສະຫວັນະເຂດ ໂດຍການເຂົ້າຮ່ວມຂອງ ທ່ານ ພົຈວ. ສຸວັນນີ ສີສຸພາບມີໄຊ ຮອງກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ, ທ່ານ ພັອ. ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ, ມີຄະນະພັກຄະນະບັນຊາກອງບັນຊາການ ປກສ ແຂວງ, ຄະນະກອງບັນຊາການ ປກສ ເມືອງ, ປກສ ນະຄອນ, ບັນດາຫ້ອງອ້ອມຂ້າງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ພັອ. ຄໍາພອນ ແສງສາລີຈັນ ຮອງຫົວໜ້າກົມຈັດຕັ້ງ, ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1632/ປກສ ລົງວັນທີ 14 ສິງຫາ 2020 ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງສະຫວັນນະເຂດ ແຕ່ງຕັ້ງ ທ່ານ ພັທ ມິ່ງແກ້ວ ວົງຄໍາພາ ເປັນຫົວໜ້າອຳນວຍການໂຮງຮຽນ ປກສ ຊັ້ນສູງເລກ III ສ່ວນຮອງທີ່ມີຢູ່ແລ້ວແມ່ນຮັກສາໄວ້ຄືເກົ່າ ແລະ ຜ່ານຂໍ້ຕົກລົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1634/ປກສ ລົງວັນທີ 14 ສິງຫາ 2020 ວ່າດ້ວຍການຍົກຍ້າຍນາຍຕຳຫຼວດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງສະຫວັນນະເຂດ ຍົກຍ້າຍ ທ່ານ ພັທ. ບຸນລັງ ສີອຸດົມ ຈາກກອງບັນຊາການ ປກສ ແຂວງສະຫວັນນະເຂດ (ຫົວໜ້າອຳນວຍການຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ ຢູ່ວິທະຍາຄານຕຳຫຼວດປະຊາຊົນ ທັງນີ້ ການຍົກຍ້າຍ-ແຕ່ງຕັ້ງນີ້ ກໍ່ເພື່ອເປັນການປັບປຸງກົງຈັກ ການຈັດຕັ້ງ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.

(ຂໍ້ມູນຈາກ: ປກສ ແຂວງສະຫວັນນະເຂດ)