ບໍລິສັດ ລາວຢູນນານຫວູຖ່ານຂວາງເຢ ກຽມສໍາຫຼວດແຮ່ຄໍາຢູ່ແຂວງໄຊສົມບູນ

237

ແຂວງໄຊສົມບູນ ອະນຸຍາດໃຫ້ ບໍລິສັດ ລາວຢູນນານຫວູຖ່ານຂວາງເຢ ຊອກຄົ້ນ, ສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ – ເຕັກນິກແຮ່ຄໍາ, ແຮ່ທອງ ແລະ ແຮ່ຕິດພັນອື່ນໆຢູ່ເຂດບ້ານພູກະທະ ເມືອງຮົ່ມ ໃນເນື້ອທີ່ 74,12 ກິໂລຕາແມັດ ເຊິ່ງໄລຍະເວລາຂອງບົດບັນທຶກ ຄວາມເຂົ້າໃຈສະບັບນີ້ແມ່ນ 24 ເດືອນ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ( MOU ) ໂຄງການ ດັ່ງກ່າວມີຂຶ້ນໃນວັນທີ  1 ຕຸລາ 2020 ທີ່ສະໂມສອນກອງບັນຊາການທະຫານແຂວງເຂົ້າຮ່ວມມີ ທ່ານ ພົນຕີ ຄໍາລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ, ມີທ່ານຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ພ້ອມດ້ວຍຫົວໜ້າພະແນກ – ຮອງພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຈັນທະໜອມ ວົງສົມຈິດ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ໄດ້ຂຶ້ນລາຍງານກ່ຽວກັບຂໍ້ມູນພື້ນຖານຂອງໂຄງການ ແລະ ເນື້ອໃນຂອງບົດບັນທຶກທີ່ຈະໄດ້ລົງນາມກັນ ເຊິ່ງໂຄງການດັ່ງກ່າວແມ່ນໂຄງການຊອກຄົ້ນ, ສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ – ເຕັກນິກແຮ່ຄໍາ, ແຮ່ທອງ ແລະ ແຮ່ຕິດພັນຢູ່ເຂດບ້ານພູກະທະ ເມືອງຮົ່ມ ແຂວງໄຊສົມບູນ ໃນເນື້ອທີ່ 74,12 ກິໂລຕາແມັດ ເຊິ່ງໄລຍະເວລາຂອງບົດບັນທຶກຄວາມເຂົ້າໃຈສະບັບນີ້ ແມ່ນ 24 ເດືອນ, ໃນນັ້ນໜ້າວຽກໂຄງການຂອງບໍລິສັດທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດຄື: ຊອກຄົ້ນ ແລະ ສຶກສາສໍາຫຼວດ, ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ – ເຕັກນິກ ຂອງໂຄງການ ແລະ ສຶກສາຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດເບື້ອງຕົ້ນໃນການຈັດຕັ້ງປະຕິບັດພັນທະແມ່ນທາງບໍລິສັດຕ້ອງປະກອບສ່ວນພັນທະຕ່າງໆ ເປັນຕົ້ນແມ່ນການຕິດຕາມ ແລະ ຄຸ້ມຄອງໂຄງການໃນໄລຍະຈັດຕັ້ງປະຕິບັດຂອງບົດບັນທຶກຄວາມເຂົ້າໃຈ ( MOU ) ທາງບໍລິສັດຕ້ອງລົງທຶນພັດທະນາສັງຄົມໃຫ້ແຂວງ 15.000 ໂດລາສະຫະລັດ/ປີ, ທຶນພັດທະນາທ້ອງຖິ່ນໃຫ້ເມືອງ ແລະ ບ້ານບ່ອນໂຄງການຕັ້ງຢູ່ 12.000 ໂດລາສະຫະລັດ/ປີ, ທຶນຝຶກອົບຮົມດ້ານວິຊາການໃຫ້ແຂວງ 3.000 ໂດລາສະຫະລັດ, ເງິນຕິດຕາມ ແລະ ຄຸ້ມຄອງ 5.000 ໂດລາສະຫະລັດ, ເງິນຕິດຕາມທາງດ້ານວິຊາການ 5.000 ໂດລາສະຫະລັດ ແລະ ເງິນຕິດຕາມໃນການປົກປັກຮັກສາສິ່ງແວດລ້ອມ 5.000 ໂດລາສະຫະລັດ.

ທ່ານ ພົນຕີ ຄໍາລຽງ ອຸທະໄກສອນ ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍ – ຄວາມສໍາຄັນໃນການສ້າງສາພັດທະນາແຂວງໄຊສົມບູນ. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບໍລິສັດທີ່ໄດ້ປະກອບສ່ວນທຶນຮອນ ໃນການພັດທະນາແຂວງຂອງພວກເຮົາ ເຊິ່ງຈະເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການພັດທະນາເສດຖະກິດ – ສັງຄົມຂອງແຂວງ ກໍຄືການສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນ. ຈາກນັ້ນ, ທັງສອງຝ່າຍກໍໄດ້ລົງນາມເຊັນບົດບັນທຶກຮ່ວມກັນ ລະຫວ່າງ ອົງການປົກຄອງແຂວງໄຊສົມບູນ ເຊິ່ງຕາງໜ້າໂດຍ ທ່ານ ຈັນທະໜອມ ວົງສົມຈິດ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ກັບ ທ່ານ ທັງມ່ຽນ ຜູ້ອໍານວຍການ ບໍລິສັດ ລາວຢູນນານ ຫວູຖ່ານ ຂວາງເຢ ຈໍາກັດຜູ້ດຽວ ໂດຍຊ້ອງໜ້າການນໍາກະຊວງ, ແຂວງ ແລະ ພະຍານທັງສອງຝ່າຍເປັນສັກຂີພິຍານ. ພ້ອມນີ້, ການນໍາເມືອງ ແລະ ພະແນກທີ່ກ່ຽວຂ້ອງຍັງຮ່ວມເຊັນບົດບັນທຶກຄວາມເຂົ້າໃຈກັບບໍລິສັດດັ່ງກ່າວຕື່ມອີກ.

[ ຂໍ້ມູນ – ຮູບ: ນາງ ຕູດ ຄໍາພໍໃຈ ]