Monthly Archives: May, 2020

ເຄພີເອັສ ເອັຟຊີ ດືງຄູຝຶກລະດັບລາວລີກ 1 ຮ່ວມທີມລຸຍ ລາວລີກ 2 ລະດູການນີ້

ສະໂມສອນ ເຄພີເອັສ ເອັຟຊີ ຍົກລະດັບທີມໄປອີກຂັ້ນ ດ້ວຍການດືງ ທ່ານ ພູມປັນຍາ ໄຊຊະນະວົງເພັດ ອະດີດຫົວໜ້າຄູຝຶກ ປກສ ເອັຟຊີ ທີມຊັ້ນນໍາໃນເປບຊີ ລາວລີກ 1 ມາເປັນຫົວໜ້າຄູຝຶກເມື່ອອາທິດທີ່ຜ່ານມາ ເພື່ອໄລ່ລ່າຄວາມສໍາລັບ ໃນຄອມມານໂດ ລາວລີກ 2 ( ສາຍ ກ ) ປະຈໍາປີ...

42 ມື້ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ສ່ວນຄົນເຈັບເກົ່າຍັງຕິດຕາມອາການຢູ່ໂຮງໝໍ 5ຄົນ

ນັບເປັນເວລາ 42 ມື້ຕິດຕໍ່ກັນ ຫຼື 1 ເດືອນກວ່າແລ້ວ ທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ເຮັດໃຫ້ຍອດຜູ້ຕິດເຊື້ອສະສົມລວມຍັງຄົງທີ່ 19 ຄົນ, ໃນນັ້ນ ປິ່ນປົວຫາຍດີອອກໂຮງໝໍແລ້ວ 14 ຄົນ ແລະ ກຳລັງປິ່ນປົວຕິດຕາມອາການຢູ່ໂຮງໝໍມິດຕະພາບອິກ 5 ຄົນ. ໃນວັນທີ 24 ພຶດສະພາ...

ທະວີບອາຟຣິກາ ວິກິດໜັກຈາກ 3 ໄພທຳມະຊາດທັງໂຄວິດ19, ນໍ້າຖ້ວມ ແລະ ຝູງຕັກກະແຕນ

ທະວີບອາຟຣິກາ ກຳລັງຜະເຊີນກັບ ໄພຄຸກຄາມ 3 ດ້ານຈາກທຳມະຊາດ ທັງວິກິການແຜ່ລະບາດຂອງໂຄວິດ-19, ໄພນ້ຳຖ້ວມໃນບາງປະເທດ ແລະ ຝູງຕັກກະແຕນທະເລຊາຍ. ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງກິນຊາຊາ ສາທາລະນະລັດ ປະຊາທິປະໄຕຄອງໂກ ເມື່ອວັນເສົາ ທີ 23 ພຶດສະພາ ວ່າ ສູນຄວບຄຸມ ແລະ ປ້ອງກັນພະຍາດອາຟຣິກາ (Africa cdc) ອອກຖະແຫຼງ ເມື່ອວັນສຸກ ວ່າ...

ແຈກ​ສູດ​, ວິ​ທີ​ເຮັດ​ຢໍ່​ຈືນ​ກິນ​ເອງ​

​ຢໍ່​ຈືນ, ຫຼື ພັນ​ຢໍ່ ແອັດ​ເຊື່ອ​ວ່າ ຫຼາຍ​ຄົນ​ມັກ ເຊິ່ງ​ເຮົາ​ເອງ​ສາ​ມາດ​ເຮັດ​ເອງ​ໄດ້ ຂັ້ນ​ຕອນ, ສ່ວນ​ປະ​ກອບ​ບໍ່​ຍາກ ຫາ​ຊື້​ໄດ້​ຕາມ​ຕະຫຼາດ ມື້​ນີ້​ເຮົາ​ມາ​ລອງ, ມາເຮັດຢໍ່ຈືນກິນ ໃນມື້ພັກຜ່ອນ, ເປັນຢໍ່ຈືນແບບງ່າຍໆ ເຮັດກິນໄດ້ໝົດເຮືອນ ເປັນກິດຈະກຳປະຈຳບ້ານ, ຫຼື ເຮັດ​ເປັນ​ອາ​ຊີບ​ກໍ​ໄດ້​ໃດ໊​ນິ . ມາເຮັດສູດງ່າຍໆສະໄຕຣຄົວຈິບນ້ອຍ ຂອບ​ໃຈ​ຂໍ້​ມູນ ແລະ ສູດ ຂໍ​ແບ່ງ​ປັນ​ຕໍ່​ເດີ້ ວິທີເຮັດ: ຊອຍຫົວຜັກບົ່ວໃຫ່ຍ,ເຫັດຫູໜູ, ເຜືອກ, ມັນຝຣັ່ງ, ແຄລ໋ອດ. ເອືອບໝູສັບໃສ່...

ໄຊສົມບູນ ເຊັນສັນຍາກໍ່ສ້າງເສັ້ນທາງ 2ໂຄງການ ມູນຄ່າກວ່າ 400 ຕື້

ນັບວ່າເປັນຂ່າວດີໃຫ້ແກ່ປະຊາຊົນແຂວງໄຊສົມບູນ ທີ່ຈະໄດ້ນໍາໃຊ້ເສັ້ນທາງປູຢາງ ອັນສ້າງຄວາມສະດວກສະບາຍໃນການສັນຈອນໄປມາ ຫຼັງແຂວງດັ່ງກ່າວມີການເຊັນສັນຍາ 2 ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ຄວາມຍາວ 83 ກວ່າກິໂລແມັດດ້ວຍມູນຄ່າການກໍ່ສ້າງ 473 ຕື້ກວ່າກີບ. ໃນວັນທີ 21 ພຶດສະພາ 2020 ທີ່ແຂວງໄຊສົມບູນ ໄດ້ມີພິທີເຊັນສັນຍາ ລະຫວ່າງ ອົງການປົກຄອງ ແຂວງໄຊສົມບູນ ກັບ ບໍລິສັດຮັບເໝົາກໍ່ສ້າງ ແລະ...

ຂ່າວດີເຊັ່ນເຄີຍ! ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຫຼັງກວດ 232 ຕົວຢ່າງໃນ 21 ພຶດສະພາ ຜົນລ້ວນເປັນລົບ

ມາຮອດມື້ນີ້ ເປັນເວລາ 40 ມື້ຖ້ວນ ທີ່ ສປປ ລາວ ໄດ້ຮັບຟັງຂ່າວດີ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ສະເພາະມື້ນີ້ 22 ພຶດສະພາ 2020 ປອດເຊື້ອຄືເກົ່າ ຫຼັງກວດຕົວຢ່າງ 232 ຄົນ ໃນວັນທີ 21 ພຶດສະພາ ຜົນກວດລ້ວນເປັນລົບ. ສັງລວມແລ້ວຍອດຜູ້ຕິດເຊື້ອໂຄວິດ-19 ໃນລາວ...

ບັນດາຄົນວົງການບັນເທີງ ໄດ້ເຊີນຊວນທຸກຄົນຮ່ວມກັນຊ່ວຍເຫຼືອສັງຄົມໃນການສົມທົບທຶນ ໄລຍະໂຄວິດ-19ລະບາດ

ສື່ອອນລາຍ ໄດ້ມີບົດບາດອັນສຳຄັນ ໃນໄລຍະທີ່ສັງຄົມກຳລັງພົບບັນຫາພະຍາດໂຄວິດ-19ລະບາດ , ຫຼາຍຄົນຫັນມາໃຊ້ສື່ອອນລາຍເພື່ອເປັນອຸປະກອນໃນການສື່ສານ ເເລະ ສົ່ງຕໍ່ຂໍ້ມູນທີ່ວ່ອງໄວ ເພື່ອຍື່ນຄວາມຊ່ວຍເຫຼືອໄປເຖິງປະຊາຊົນທຸກຄົນໃນເວລາລຳບາກນີ້. ອາລູນາ ຖາວອນສຸກ ເເລະ ສັກ ເຊວ ເເມ່ນດາລາຈຳນວນໜຶ່ງທີ່ເປັນບຸກຄົນສຳຄັນໃນລາວ ທີ່ໄດ້ມີສ່ວນຮ່ວມໃນສັງຄົມໃນໄລຍະໂຄວິດ-19. ອາລູນາ, ໄດ້ເເຕ່ງ ເເລະ ເເບ່ງປັນບົດເພງ ‘ຂອບໃຈ’ ຜ່ານຊ່ອງທາງສື່ອອນລາຍ ເພື່ອໃຫ້ກຳລັງເເກ່ທາງແພດໝໍ ເເລະ ພາກສ່ວນທີ່ເປັນເເຖວໜ້າໃນການຕໍ່ຕ້ານພະຍາດນີ້. ນອກນັ້ນ, ລາວກໍ່ຍັງໄດ້ເພື່ອເເຜ່ປັດໄຈ...

ມາເລເຊຍກຽມເກັບຄ່າກັກໂຕເຝົ້າລະວັງພະຍາດ 14 ວັນ ຜູ້ລະ 4,2 ລ້ານກີບ ສຳລັບຜູ້ທີ່ເດີນທາງເຂົ້າປະເທດ

ນັບແຕ່ເດືອນມິຖຸນາ ເປັນຕົ້ນໄປ ຄົນຕ່າງປະເທດທີ່ເດີນທາງເຂົ້າປະເທດມາເລເຊຍຕ້ອງຈ່າຍຄ່າກັກຕົວໄລຍະເຝົ້າລະວັງເຊື້ອໂຄວິດ-19 2 ອາທິດ ສ່ວນຄົນມາເລເຊຍ ທີ່ເດີນທາງກັບມາປະເທດແມ່ນຕ້ອງເສຍເຄິ່ງຄ່າ. ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ເມື່ອວັນພະຫັດ ທີ 21 ພຶດສະພາ ວ່າ ທ່ານອິສມາອິລ ຢາຄັອບ ລັດຖະມົນກະຊວງປ້ອງກັນປະເທດມາເລເຊຍ ກ່າວວ່າ ມາດຕະການກັກໂຕຢູ່ສະຖານທີ່ໆລັດຖະບານຈັດເປັນສູນຄວບຄຸມພະຍາດ ສຳລັບຜູ້ທີ່ເດີນທາງມາຈາກຕ່າງປະເທດ ຍັງມີຜົນບັງຄັບໃຊ້ແບບບໍ່ມີກຳນົດເພື່ອປ້ອງກັນການແຜ່ລະບາດຂອງໂຄວິດ-19. ຢ່າງໃດກໍ່ຕາມ, ນັບແຕ່ວັນທີ 1 ມິຖຸນາ ເປັນຕົ້ນໄປ...

ຂ່າວດີມື້ນີ້! ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຫຼັງຜົນກວດ 69ຕົວຢ່າງ ໃນວັນທີ 20 ພຶດສະພາ ລ້ວນເປັນລົບ

ນັບເປັນຂ່າວດີມື້ທີ 39 ແລ້ວ ທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ເຮັດໃຫ້ຍອດລວມຍັງຄົງທີ່ 19 ກໍລະນີ ຂະນະດຽວກັນກໍ່ປິ່ນປົວຫາຍດີອອກໂຮງໝໍແລ້ວ 14ຄົນ ແລະ ຍັງສືບຕໍ່ຕິດຕາມອາການຢູ່ໂຮງໝໍອີກ 5ຄົນ, ໃນນັ້ນໄດ້ເກັບຕົວຢ່າງ 2 ໃນ 5ຄົນມາກວດຫາເຊື້ອຄືນ ແຕ່ພົບວ່າຜົນຍັງເປັນບວກ ດັ່ງນັ້ນ ຈຶ່ງຕ້ອງຕິດຕາມອາການຢູ່ໂຮງໝໍຕໍ່. ໃນວັນທີ 21...

ເຢຍລະມັນ ກຽມໃຊ້ງົບກວ່າ 80 ພັນຕື້ກີບ ຊ່ວຍເຫຼືອສາຍການບິນແຫ່ງຊາດ

ລັດຖະບານເຢຍລະມັນ ແລະ ລຸຟຮັນຊາ ກຳລັງຫາລືຂັ້ນທ້າຍ ກ່ຽວກັບແຜນຊ່ວຍເຫຼືອທຸລະກິດຂອງສາຍການບິນແຫ່ງຊາດ ທີ່ຕ້ອງໃຊ້ງົບປະມານຟື້ນຟູ ກວ່າ 80 ພັນຕື້ກີບ. ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງເບີລິນ ປະເທດເຢຍລະມັນ ເມື່ອວັນພະຫັດ ທີ 21 ພຶດສະພາ ວ່າ ລຸຟຮັນຊາ ຖະແຫຼງການ ເມື່ອວັນພຸດ ວ່າ ກຳລັງຢູ່ລະຫວ່າງ "ການຫາລືຂັ້ນສຸດທ້າຍ" ກັບລັດຖະບານເຢຍລະມັນ ກ່ຽວກັບມາດຕະການ "ສ້າງສະຖຽນລະພາບ"...
- Advertisment -
Slide
Slide

Most Read

error: Content is protected !!