ມາເລເຊຍກຽມເກັບຄ່າກັກໂຕເຝົ້າລະວັງພະຍາດ 14 ວັນ ຜູ້ລະ 4,2 ລ້ານກີບ ສຳລັບຜູ້ທີ່ເດີນທາງເຂົ້າປະເທດ

136

ນັບແຕ່ເດືອນມິຖຸນາ ເປັນຕົ້ນໄປ ຄົນຕ່າງປະເທດທີ່ເດີນທາງເຂົ້າປະເທດມາເລເຊຍຕ້ອງຈ່າຍຄ່າກັກຕົວໄລຍະເຝົ້າລະວັງເຊື້ອໂຄວິດ-19 2 ອາທິດ ສ່ວນຄົນມາເລເຊຍ ທີ່ເດີນທາງກັບມາປະເທດແມ່ນຕ້ອງເສຍເຄິ່ງຄ່າ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ເມື່ອວັນພະຫັດ ທີ 21 ພຶດສະພາ ວ່າ ທ່ານອິສມາອິລ ຢາຄັອບ ລັດຖະມົນກະຊວງປ້ອງກັນປະເທດມາເລເຊຍ ກ່າວວ່າ ມາດຕະການກັກໂຕຢູ່ສະຖານທີ່ໆລັດຖະບານຈັດເປັນສູນຄວບຄຸມພະຍາດ ສຳລັບຜູ້ທີ່ເດີນທາງມາຈາກຕ່າງປະເທດ ຍັງມີຜົນບັງຄັບໃຊ້ແບບບໍ່ມີກຳນົດເພື່ອປ້ອງກັນການແຜ່ລະບາດຂອງໂຄວິດ-19.

ຢ່າງໃດກໍ່ຕາມ, ນັບແຕ່ວັນທີ 1 ມິຖຸນາ ເປັນຕົ້ນໄປ ຄົນຕ່າງປະເທດທຸກຄົນຕ້ອງຮັບຜິດຊອບຄ່າໃຊ້ຈ່າຍເອງທັງໝົດ ຂະນະທີ່ ສຳລັບພົນລະເມືອງມາເລເຊຍ ລັດຖະບານຈະຊ່ວຍຈ່າຍເຄິ່ງໜຶ່ງ ຈາກປັດຈຸບັນຕົກຢູ່ວັນລະ 150 ຣິງກິດ (ປະມານ 3 ແສນກີບ)

ທັງນີ້, ຜູ້ທີ່ເດີນທາງເຂົ້າປະເທດມາເລເຊຍຈາກທຸກຊ່ອງທາງຕ້ອງໄດ້ເຊັນເອກະສານຍອມຮັບເງື່ອນໄຂດັ່ງກ່າວກ່ອນເດີນທາງ ໂດຍຕ້ອງໄດ້ໄປປະກອບເອກະສາຢູ່ສະຖານທູດ ຫຼື ສະຖານທູດປະເທດມາເລເຊຍປະຈຳປະເທດຕົ້ນທາງ. ຫຼັງຈາກນັ້ນ, ຈະໄດ້ຮັບເອກະສານໜຶ່ງສະບັບທີ່ໃຊ້ເປັນຫຼັກຖານສະແດງຕົນກັບເຈົ້າໜ້າທີ່ກວດຄົນເຂົ້າເມືອງ ແລະ ພະນັກງານຄວບຄຸມພະຍາດທີ່ຈຸດຜ່ານແດນມາເລເຊຍ.

ອີກປະການໜຶ່ງ, ທ່ານຢາຄັອບ ໄດ້ກ່າວເມື່ອອາທິດ ຜ່ານມາ ວ່າ ຄູ່ຜົວເມຍ ແລະ ສະມາຊິກຄອບຄົວທີ່ເປັນພົນລະເມືອງມາເລເຊຍທີ່ຕ້ອງການຜ່ານແດນ ແຕ່ບໍ່ຍອມຮັບຜິດຊອບຄ່າໃຊ້ຈ່າຍໃນການກັກໂຕ 14 ວັນ ເຊິ່ງລັດຖະບານຈະຍົກເລີກສິດການພັກອາໄສໄລຍະຍາວສຳລັບຜູ້ທີ່ບໍ່ໃຫ້ຄວາມຮ່ວມມື ແລະ ຈະເພິ່ມຄວາມຫຍຸ້ງຍາກໃຫ້ກັບບຸກຄົນນັ້ນ ໃນການເດີນທາງໄປໜ່ວຍງານທີ່ກ່ຽວຂ້ອງ ເພື່ອຂໍຕໍ່ອາຍຸໃບອະນຸຍາດພັກອາໄສຢູ່ໃນປະເທດມາເລເຊຍ.