ເຄພີເອັສ ເອັຟຊີ ດືງຄູຝຶກລະດັບລາວລີກ 1 ຮ່ວມທີມລຸຍ ລາວລີກ 2 ລະດູການນີ້

75

ສະໂມສອນ ເຄພີເອັສ ເອັຟຊີ ຍົກລະດັບທີມໄປອີກຂັ້ນ ດ້ວຍການດືງ ທ່ານ ພູມປັນຍາ ໄຊຊະນະວົງເພັດ ອະດີດຫົວໜ້າຄູຝຶກ ປກສ ເອັຟຊີ ທີມຊັ້ນນໍາໃນເປບຊີ ລາວລີກ 1 ມາເປັນຫົວໜ້າຄູຝຶກເມື່ອອາທິດທີ່ຜ່ານມາ ເພື່ອໄລ່ລ່າຄວາມສໍາລັບ ໃນຄອມມານໂດ ລາວລີກ 2 ( ສາຍ ກ ) ປະຈໍາປີ 2020.

ທ່ານ ແກ້ວພະແສງ ສີປະເສີດ ຮອງປະທານສະໂມສອນ ທັງເປັນຜູ້ຈັດການທີມ ເຄພີເອັສ ເອັຟຊີ ເປີດເຜີຍວ່າ: ເຄພີເອັສ ເອັຟຊີ ໄດ້ຕົກລົງດືງ ທ່ານ ພູມປັນຍາ ໄຊຊະນະວົງເພັດ ອະດີດຫົວໜ້າຄູຝຶກ ປກສ ເອັຟຊີ ທີ່ລະເຄີຍມີປະສົບການໃນ ລາວລີກ 1 ລະດູການທີ່ຜ່ານມາ ມາຊ່ວຍທີມ ເຊື່ອແນ່ມາການມາຂອງຄູຝຶກຄົນນີ້ຊ່ວຍຍົກລະດັບທີຂອງພວກເຮົາຂຶ້ນໄດ້ຫຼາຍຈາກລະດູການທີ່ຜ່ານມາ ເພາະລາວມີປະສົບການ ແລະ ມີແຜນດືງສິດເກົ່າກໍຄື ນັກເຕະຈາກ ປກສ ເອັຟຊີ ທີ່ເຄີຍເຕະໃນລາວລີກ 1 ມາຊ່ວຍທີມ ລວມເຖິງລາວຍິນດີທີ່ຈະຊ່ວຍທີມແບບສຸດໃຈ ໂດຍທີ່ບໍ່ຫວັງຄ່າເມື່ອຍທີ່ສູງ ແລະ ຈະເຮັດໃຫ້ເປົ້າໝາຍຂອງພວກເຮົາທີ່ຕັ້ງໄວ້ 1 ໃນ 3 ມີໂອກາດສໍາເລັດສູງຂຶ້ນ.

“ ສ່ວນເລື່ອງຄວາມພ້ອມຂອງທີມພວກເຮົາ ແມ່ນດີກ່ວາປີທີ່ຜ່ານມາ ເພາະມີນັກເຕະເຂົ້າມາຮ່ວມຄັດເລືອກຫຼາຍ ແລະ ມີຕົວເລືອກດີຫຼາຍໆຄົນ ເຊິ່ງຫຼັງຈາກພັກໃນໄລຍະ ໂຄວິດ-19 ໃນ 2-3 ເດືອນທີ່ຜ່ານມາ ຫຼ້າສຸດພວກເຮົາໄດ້ຊ້ອມແບບບໍ່ເປັນທາງການໄດ້ 1 ອາທິດແລ້ວ ສໍາລັບປັດຈຸບັນແມ່ນຢູ່ໃນໄລຍະການຝຶກຊ້ອມ ແລະ ຄັດເລືອກນັກເຕະໃຫ້ເຫຼືອ 25 ຄົນທີ່ຈະເຂົ້າໄປແຂ່ງຂັນໃນ ລາວລີກ 2 ຄາດວ່າໃນຕົ້ນເດືອນມິຖຸນາ 2020 ຈະຊ້ອມເປັນທາງການ ກ່ອນຈະປະກາດ 25 ນັກເຕະຂອງ ເຄພີເອັສ ເອັຟຊີ ທີ່ຈະເຂົ້າຮ່ວມການແຂ່ງຂັນ ” ຜູ້ຈັດການທີມ ເຄພີເອັສ ເອັຟຊີ ກ່າວ.

ສໍາລັບ ສະໂມສອນ ເຄພີເອັສ ເອັຟຊິ ໃນປີ 2010 ສ້າງເປັນທີມນ້ອຍ, ປີ 2016 ສ້າງເປັນທີມເດີ່ນໃຫຍ່ ກ່ອນຈະສົ່ງທີມເຂົ້າຮ່ວມບານເຕະ ສາຍກໍ ( ລາວລີກ 2 ໃນປັດຈຸບັນ ) ນັບຕັ້ງແຕ່ປີ 2017 ເປັນຕົ້ນມາ, ໃນເມື່ອກ່ອນໃສ່ຊື່ ເອັສເອັນຈີ, ປີ 2016 ປ່ຽນມາໃສ່ ເຄພີເອັສ ເອັຟຊີ ເຊິ່ງປັດປັດຈຸບັນມີທີມຊຸດ ຢູ 10, 12, 13, 14, 18 ແລະ ຊຸດໃຫຍ່.

ສ່ວນຜົນງານໃນລາວລີກ 2 ປີ 2019 ຂອງ ເຄພີເອັສ ເອັຟຊີ ບໍ່ດີປານໃດ ລົງສະໜາມ 22 ນັດ ສາມາດຊະນະໄດ້ພຽງ 1 ນັດ, ສະເໝີ 2 ແລະ ເສຍ 19 ນັດຢູ່ອັນດັບສຸດທ້າຍຂອງຕາຕະລາງຄະແນນລວມ ຈາກທັງໝົດ 12 ທີມເຂົ້າຮ່ວມການແຂ່ງຂັນ. ຢ່າງໃດກໍຕາມ ລາວລີກ 2 ໃນປີ 2020 ມີ ທີມເຂົ້າຮ່ວມທັງໝົດ 12 ທີມ ເຊິ່ງປີນີ້ເຮັດໃຫ້ ເຄພີເອັສ ເອັຟຊີ ມີໂອກາດຫຼາຍຂຶ້ນ ເພາະເປັນທີມທີ່ມີປະສົບການໃນລາວລີກ 2 ລວມທັງປີນີ້ ສະຫະພັນບານເຕະແຫ່ງຊາດລາວ ບໍ່ອະນຸຍາດໃຫ້ ສະໂມສອນໃນການແຂ່ງຂັນ ເປບຊີ ລາວລີກ 1 ປະຈໍາປີ 2020 ບໍ່ສາມາດສົ່ງທີມໍາຮອງ ຫຼື ທີມສອງ ຂອງສະໂມສອນເຂົ້າຮ່ວມແຂ່ງຂັນ ຄອມມານໂດ ລາວລີກ 2 ປະຈຳປີ 2020, ສ່ວນວັນເວລາເປີດການແຂ່ງຂັນແມ່ນຍັງບໍ່ທັນກໍານົດແນ່ນອນ ເນື່ອງຈາກຍັງຕ້ອງລໍຖ້າເບິ່ງສະຖານະການຂອງ ໂຄວິດ-19 ຕໍ່ໄປ.

ສໍາລັບ ທ່ານ ພູມປັນຍາ ຜ່ານການຝຶກອົບຮົມການເປັນຄູຝຶກລະດັບ B ລາຍເຊັນ ຈາກ AFC ເຊິ່ງການທີ່ມາຊ່ວຍ ເຄພີເອັສ ເອັຟຊີ ເປັນອີກສີສັນ ແລະ ສິ່ງທີ່ໜ້າຕິດຕາມ ເພາະເປັນຄູຝຶກທີ່ເຄີຍມີປະສົບການໃນລາວລີກ 1 ໂດຍເລີ່ມເປັນທີ່ຮູ້ຈັກໃນບົດບາດເປັນໜຶ່ງໃນທີມງານຜູ້ຝຶກສອນ ສະໂມສອນ ໄຟຟ້າລາວ ເອັຟຊີ ທີມໃນລາວລີກປີ 2016 ພາທີຄວ້າອັນດັບ 4, ກ່ອນຈະມາຊ່ວຍທີມ ປກສ ເອັຟຊີ ໃນປີ 2017 ແລະ 2018 ພາທີມຄວ້າອັນດັບ 2 ທັງ 2 ລະດູການ ໃນລາວລີກ 1 ຫຼ້າສຸດ ໃນລາວລີກ 1 ລະດູການ 2019 ພາທີມຄວ້າອັນດັບ 4.
(ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ )