Monthly Archives: May, 2020

ເສດຖະກິດສິງກະໂປ ມີທ່າອ່ຽງຖົດຖອຍຫຼາຍທີ່ສຸດໃນຮອບ 55 ປີ

ຜົນກະທົບຈາກວິກິດການແຜ່ລະບາດໂຄວິດ-19 ອາດຈະເຮັດໃຫ້ເສດຖະກິດຂອງສິງກະໂປໃນປີນີ້ ປະສົບກັບພາວະຖົດຖອຍຫຼາຍທີ່ສຸດ ໃນຮອບ 55 ປີ ຫຼື ຕັ້ງແຕ່ສະໄໝກ່ອນເປັນເອກະລາດ. ສຳນັກຂ່າວຕ່າງປະເທດລາຍງານຈາກປະເທດສິງກະໂປ ເມື່ອວັນອັງຄານ ທີ 26 ພຶດສະພາ ວ່າ ກະຊວງການຄ້າ ແລະ ອຸດສາຫະກຳສິງກະໂປ ເປີດເຜີຍລາຍງານ ເມື່ອວັນອັງຄານ ໂດຍຄາດການສະພາບການທາງເສດຖະກິດຂອງປະເທດໃນປີນີ້ ວ່າ ຢູ່ໃນສະຖານະການ “ຖົດຖອຍທີ່ສຸດ” ຜະລິດຕະພັນມວນລວມໃນປະເທດ (GDP)...

ຍິນດີນໍາ! ທ່ານ ບຸນເຫລືອ ພັນດານຸວົງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດຄົນໃໝ່

ໃນຕອນເຊົ້າ ຂອງວັນທີ 26 ພຶດສະພາ 2020, ກະຊວງການຕ່າງປະເທດ ໄດ້ຈັດຕັ້ງພິທີປະກາດ ການແຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດຄົນໃໝ່ ແລະ ການມອບ-ຮັບໜ້າທີ່ ຫົວໜ້າສະຖາບັນການຕ່າງປະເທດ ຜູ້ເກົ່າ ແລະ ຜູ້ໃໝ່, ໂດຍການໃຫ້ກຽດເຂົ້າຮ່ວມ ເປັນສັກຂີພິຍານ ຂອງ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ,...

ຮຽກຮ້ອງສັງຄົມຮ່ວມເປັນເຈົ້າການ ປີນີ້ຕ້ອງປູກຕົ້ນໄມ້ໃຫ້ໄດ້ 600ເຮັກຕາ

ໃນວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາຂອງທຸກໆປີ ທົ່ວປະເທດຈະມີການຈັດກິດຈະກໍາປູກຕົ້ນໄມ້ເພື່ອຕ້ອນຮັບວັນສໍາຄັນດັ່ງກ່າວ. ສະເພາະປີນີ້ ຕາມການເປີດເຜີຍຂອງຫົວໜ້າກົມປ່າໄມ້ ໃຫ້ຮູ້ວ່າທົ່ວປະເທດມີແຜນປູກຕົ້ນໄມ້ໃນເນື້ອທີ່ 597ເຮັກຕາ ພ້ອມເບ້ຍໄມ້ 5ແສນກວ່າເບ້ຍ. ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ-ປ່າໄມ້ ແຈ້ງໃຫ້ຮູ້ວ່າ: ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2020 ນີ້, ທົ່ວປະເທດມີແຜນສ້າງຂະບວນການປູກໄມ້ໃຫ້ໄດ້ 597 ເຮັກຕາ, ໂດຍຂະແໜງການຕົນ...

ເຈົ້າເມືອງສະໜາມໄຊ ຊີ້ ປີ 2023 ການຟື້ນຟູຊີວິດການເປັນຢູ່ຂອງຜູ້ປະສົບໄພພາຍໃນເມືອງຕ້ອງສໍາເລັດ

ດັ່ງທີ່ທຸກຄົນຮັບຮູ້ກັນແລ້ວວ່າໃນທ້າຍປີ 2018 ຜ່ານມາເມືອງສະໜາມໄຊ ແຂວງອັດຕະປືໄດ້ປະສົບກັບເຫດການທີ່ບໍ່ເພິ່ງປາຖະໜາຈາກສັນເຂື່ອນເຊປຽນ-ເຊນ້ຳນ້ອຍ ບວກກັບໄພທໍາມະຊາດຖ້ວມບັນດາແຂວງພາກໃຕ້ໃນປີແລ້ວນີ້ ເຮັດໃຫ້ເມືອງສະໜາມໄຊຍິ່ງພົບກັບຄວາມລຳບາກຫຼາຍຂຶ້ນ. ເຖິງຢ່າງໃດກໍ່ຕາມ, ຫຼັງອຸທົກກະໄພໃນຄັ້ງນັ້ນ ເມືອງດັ່ງກ່າວກໍ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ, ຈາກພາກສ່ວນຕ່າງໆຕະຫຼອດມາ ແນໃສ່ເພື່ອຟື້ນຄືນກັບສູ່ສະພາບປົກກະຕິໂດຍໄວ, ຫຼ້າສຸດ ເຈົ້າເມືອງເມືອງສະໜາມໄຊ ຊີ້ ການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນທີ່ປະສົບໄພພິບັດ ຢູ່ພາຍໃນເມືອງດັ່ງກ່າວ ຈະໃຫ້ສໍາເລັດພາຍໃນປີ 2023. ຕາມການລາຍງານຂອງ ທ່ານ ສຸລິວົງ ອະໄພວົງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງສະໜາມໄຊ ໄດ້ລາຍງານຕໍ່ກອງປະຊຸມຜູ້ແທນອົງຄະນະພັກເມືອງສະໜາມໄຊ ຄັ້ງທີ...

ລັດຖະບານເຢຍລະມັນ ອະນຸມັດງົບກວ່າ 88 ພັນຕື້ກີບ ຊ່ວຍເຫຼືອສາຍການບິນແຫ່ງຊາດ

ໃນກອງປະຊຸມຄະນະລັດຖະບານເຢຍລະມັນມີມະຕິອະນຸມັດ ງົບປະມານຊ່ວຍເຫຼືອຊົ່ວຄາວ ມູນຄ່າ 9 ຕື້ເອີໂຣ ໃຫ້ແກ່ສາຍການບິນລຸຟຮັນຊາ ເຊິ່ງຈະໃຫ້ພາກລັດຖະບານກັບມາມີສ່ວນຮ່ວມບໍລິຫານທຸລະກິດສາຍການບິນແຫ່ງຊາດອີກຄັ້ງ ໃນຮອບ 20 ປີ. ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງເບີລິນ ປະເທດເຢຍລະມັນ ເມື່ອວັນອັງຄານ ທີ 26 ພຶດສະພາ ວ່າ ທ່ານປີເຕີ ອັລໄມເອີ ລັດຖະມົນຕີກະຊວງເສດຖະກິດເຢຍລະມັນ ຖະແຫຼງເມື່ອວັນຈັນ ຜ່ານມາ ວ່າ ໃນກອງປະຊຸມຄະນະລັດຖະບານມີມະຕິຮັບຮອງ "ງົບປະມານຊ່ວຍເຫຼືອຊົ່ວຄາວ"...

ນາຍົກລັດຖະມົນຕີໄທ ນຳພາຄະນະກຳມະການແຫ່ງຊາດເພື່ອສົ່ງເສີມການພັດທະນາ 5G

ຄະນະກຳມະການ 5G ແຫ່ງຊາດ 26 ທ່ານ ໄດ້ຖືກແຕ່ງຕັ້ງຂຶ້ນກັບ ທ່ານ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີແຫ່ງປະເທດໄທ ໃນຖານະປະທານໃນການປະສານວຽກງານການພັດທະນາ 5G ແລະ ກະຕຸ້ນເສດຖະກິດດິຈິຕອລໃນປະເທດ. ຄະນະກຳມະການຍັງໄດ້ຮັບການມອບໝາຍໃນການແກ້ໄຂບັນດາອຸປະສັກຕ່າງໆ ທີ່ກ່ຽວຂ້ອງກັບຄື້ນ ຄວາມຖີ່ທີ່ບໍ່ໄດ້ໃຊ້ຈາກໜ່ວຍງານຂອງລັດ; ສຳລັບຄະນະກຳມະການກະຈາຍສຽງ ແລະ ໂທລະພາບແຫ່ງຊາດ ( NBTC ) ເພື່ອແລກປ່ຽນການຊົດເຊີຍ, ຄາດວ່າຈະເພີ່ມການຮ່ວມມືລະຫວ່າງໜ່ວຍງານທີ່ກ່ຽວຂ້ອງສຳລັບການສະໜັບສະໜູນການພັດທະນາ...

ກຽມຮັບມື! ອຸຕຸເຕືອນ ອາທິດນີ້ອາກາດຈະກັບມາຮ້ອນຫຼາຍ ອຸນຫະພູມສູງເຖິງ 40ອົງສາ

ໄດ້ສໍາຜັດກັບອາກາດດີ ຫຼື ເອີ້ນວ່າບໍ່ຮ້ອນຫຼາຍຍ້ອນມີຝົນຕົກ, ຟ້າລົມໄດ້ພຽງບໍ່ເທົ່າໃດມື້, ຫຼ້າສຸດ ກົມອຸຕຸນິຍົມ ແລະ ອຸທົກກະສາດອອກມາເຕືອນວ່າອາທິດທຸກຄົນຕ້ອງປະເຊີນກັບສະພາບອາກາດທີ່ຮ້ອນເອົ້າ ໂດຍອຸນຫະພູມຈະສູງເຖິງ 40ອົງສາ, ສະນັ້ນ ເຕືອນທຸກຄົນກຽມຮັບມືໃຫ້ດີ. ອີງຕາມບົດລາຍງານ ສະພາບອາກາດ ຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະບັບເລກທີ 0587/ກອຕທ, ນະຄອນຫຼວງວຽງຈັນ, ວັນທີ 25...

ຂ່າວດີ 43ມື້! ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແຕ່ໃຫ້ເຂັ້ມງວດຂຶ້ນເອົາໃຈໃສ່ປະຕິບັດບາງມາດຕະການຕໍ່

ໄດ້ຟັງຂ່າວດີ 43 ມື້ລຽນຕິດແລ້ວ ທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ໂດຍຫຼ້າສຸດ ວັນທີ 25 ພຶດສະພາ 2020 ຄະນະສະເພາະກິດຖະແຫຼງຂ່າວດີດັ່ງກ່າວອີກຄັ້ງ, ເຮັດໃຫ້ຍອດຜູ້ຕິດເຊື້ອສະສົມຢູ່ທີ 19 ຄົນ, ໃນນີ້ ປິ່ນປົວຫາຍດີແລ້ວ 14 ຄົນ, ຍັງສືບຕໍ່ປິ່ນປົວຕິດຕາມອາການຢູ່ໂຮງໝໍຕໍ່ 5ຄົນ ພ້ອມຮຽກຮ້ອງໃຫ້ທຸກພາກສ່ວນເອົາໃຈໃສ່ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກເຂັ້ມງວດຂຶ້ນ. ໃນວັນທີ...

ຂ່າວເສົ້າ! ລາວ ມີຜູ້ເສຍຊີວິດຈາກພະຍາດໄຂ້ຍຸງລາຍແລ້ວ 4 ຄົນ ຕິດເຊື້ອພັນກວ່າກໍລະນີ

ນອກຈາກໂລກລະບາດພະຍາດໂຄວິດ-19 ທີ່ສ້າງຄວາມຢ້ານກົວ ແລະ ທໍາຮ້າຍຜູ້ຄົນໄປທົ່ວໂລກຢ່າງຮຸນແຮງແລ້ວ, ໄຂ້ຍຸງລາຍ ຄືອີກໜຶ່ງພະຍາດທີ່ກໍາລັງພາກເອົາຊີວິດປະຊາຊົນໄປບໍ່ໜ້ອຍ ໂດຍສະເພາະແມ່ນລາວເຮົາທີ່ຫຼ້າສຸດ ມີລາຍງານຜູ້ເສຍແລ້ວເຖິງ 4 ຄົນ ພ້ອມຕິດເຊື້ອອີກ 1.337 ກໍລະນີ. ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ກ່າວຕໍ່ສື່ມວນຊົນໃນວັນທີ 24 ພຶດສະພາ 2020 ຜ່ານມາວ່າ: ປະເທດລາວເຮົາມີຜູ້ຕິດເຊື້ອໄຂ້ຍຸງລາຍໃນປີ...

ຂ່າວດີມາອີກແລ້ວ! ໂຄງການລົດໄຟລາວ-ຈີນ ເປີດຮັບສະໝັກການເຝິກອົບຮົມ

ກັບມາອີກແລ້ວຂ່າວດີການຮັບສະໝັກຜູ້ເຂົ້າຮ່ວມເຝິກອົບຮົມສໍາລັບຊ່ວງດໍາເນີນການໂຄງການລົດໄຟລາວ-ຈີນ, ຈາກທີ່ກ້ອນໜ້ານີ້ ເຄີຍປະກາດຮັບສະໝັກ ແລະ ປະກາດຜົນໄປແລ້ວຄັ້ງໜຶ່ງ, ແຕ່ຫຼ້າສຸດ ໂຄງການດັ່ງກ່າວກັບມາເປີດຮັບສະໝັກອີກຄັ້ງດ້ວຍຫຼາຍຕໍາແໜ່ງເຊັ່ນເຄີຍ. ນີ້ເປັນການເປີດຮັບສະໝັກການຝຶກອົບຮົມຊຸດທີ 2 ແລະ 3 ສຳລັບຊ່ວງດຳເນີນການໂຄງການລົດໄຟລາວ-ຈີນໃນຄັ້ງນີ້ປະກອບດ້ວຍຫຼາຍຕຳແໜ່ງງານເຝິກອົບຮົມຄື: ຜູ້ປະຈຳການສະຖານີລົດໄຟ; ພະນັກງານຄຸມການອ້ຽວຫົວລົດ; ພະນັກງານຂົນສົ່ງສິນຄ້າ; ພະນັກງານຂົນສົ່ງຜູ້ໂດຍສານ; ພະນັກງານກູ້ໄພ ແລະ ພະນັກງານດຳເນີນການສົ່ງຫົວຈັກລົດໄຟ. ຫາກທ່ານໃດສົນໃຈສາມາດສົ່ງແບບຟອມໄດ້ທີ່: ຫ້ອງການ ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ, ຕຶກວຽງຈັນເຊັນເຕີ້ ຊັ້ນ 6,...
- Advertisment -
Slide
Slide

Most Read

error: Content is protected !!