ຂ່າວດີມາອີກແລ້ວ! ໂຄງການລົດໄຟລາວ-ຈີນ ເປີດຮັບສະໝັກການເຝິກອົບຮົມ

0
310

ກັບມາອີກແລ້ວຂ່າວດີການຮັບສະໝັກຜູ້ເຂົ້າຮ່ວມເຝິກອົບຮົມສໍາລັບຊ່ວງດໍາເນີນການໂຄງການລົດໄຟລາວ-ຈີນ, ຈາກທີ່ກ້ອນໜ້ານີ້ ເຄີຍປະກາດຮັບສະໝັກ ແລະ ປະກາດຜົນໄປແລ້ວຄັ້ງໜຶ່ງ, ແຕ່ຫຼ້າສຸດ ໂຄງການດັ່ງກ່າວກັບມາເປີດຮັບສະໝັກອີກຄັ້ງດ້ວຍຫຼາຍຕໍາແໜ່ງເຊັ່ນເຄີຍ.

ນີ້ເປັນການເປີດຮັບສະໝັກການຝຶກອົບຮົມຊຸດທີ 2 ແລະ 3 ສຳລັບຊ່ວງດຳເນີນການໂຄງການລົດໄຟລາວ-ຈີນໃນຄັ້ງນີ້ປະກອບດ້ວຍຫຼາຍຕຳແໜ່ງງານເຝິກອົບຮົມຄື: ຜູ້ປະຈຳການສະຖານີລົດໄຟ; ພະນັກງານຄຸມການອ້ຽວຫົວລົດ; ພະນັກງານຂົນສົ່ງສິນຄ້າ; ພະນັກງານຂົນສົ່ງຜູ້ໂດຍສານ; ພະນັກງານກູ້ໄພ ແລະ ພະນັກງານດຳເນີນການສົ່ງຫົວຈັກລົດໄຟ.

ຫາກທ່ານໃດສົນໃຈສາມາດສົ່ງແບບຟອມໄດ້ທີ່: ຫ້ອງການ ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ, ຕຶກວຽງຈັນເຊັນເຕີ້ ຊັ້ນ 6, ນະຄອນຫຼວງວຽງຈັນ. ສຳລັບຜູ້ທີ່ຢູ່ຕ່າງແຂວງ ສາມາດສົ່ງແບບຟອມຜ່ານ Whatsapp ໄດ້ທີ່ເບີ: +85620-55784880, ທັງນີ້ຈະມີການປິດຮັບສະໝັກໃນວັນທີ 05 ມິຖຸນາ 2020.

ໝາຍເຫດ: ສຳລັບຜູ້ທີ່ໄດ້ສົ່ງແບບຟອມສະໝັກເຂົ້າເຝິກອົບຮົມຊຸດທີ່ 1 ແຕ່ບໍ່ໄດ້ຜ່ານເຂົ້າຮອບສຳພາດ ແມ່ນຈະໄດ້ຮັບການພິຈາລະນາເຂົ້າຝຶກອົບຮົມຊຸດທີ 2 ແລະ ຊຸດທີ 3 (ຜູ້ທີ່ສົ່ງເອກະສານແລ້ວບໍ່ຈຳເປັນຕ້ອງສົ່ງອີກຄັ້ງ) ດ້ານຂໍ້ມູນເພີ່ມເຕີມສາມາດເບິ່ງໄດ້ທີ່ http://www.lcrc.ltd/la/newsdetails.htm?newsid=237

LEAVE A REPLY

Please enter your comment!
Please enter your name here