ນາຍົກລັດຖະມົນຕີໄທ ນຳພາຄະນະກຳມະການແຫ່ງຊາດເພື່ອສົ່ງເສີມການພັດທະນາ 5G

169

ຄະນະກຳມະການ 5G ແຫ່ງຊາດ 26 ທ່ານ ໄດ້ຖືກແຕ່ງຕັ້ງຂຶ້ນກັບ ທ່ານ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີແຫ່ງປະເທດໄທ ໃນຖານະປະທານໃນການປະສານວຽກງານການພັດທະນາ 5G ແລະ ກະຕຸ້ນເສດຖະກິດດິຈິຕອລໃນປະເທດ.

ຄະນະກຳມະການຍັງໄດ້ຮັບການມອບໝາຍໃນການແກ້ໄຂບັນດາອຸປະສັກຕ່າງໆ ທີ່ກ່ຽວຂ້ອງກັບຄື້ນ ຄວາມຖີ່ທີ່ບໍ່ໄດ້ໃຊ້ຈາກໜ່ວຍງານຂອງລັດ; ສຳລັບຄະນະກຳມະການກະຈາຍສຽງ ແລະ ໂທລະພາບແຫ່ງຊາດ ( NBTC ) ເພື່ອແລກປ່ຽນການຊົດເຊີຍ, ຄາດວ່າຈະເພີ່ມການຮ່ວມມືລະຫວ່າງໜ່ວຍງານທີ່ກ່ຽວຂ້ອງສຳລັບການສະໜັບສະໜູນການພັດທະນາ 5G.

ຮອງນາຍົກລັດຖະມົນຕີໄທ ທ່ານ Somkid Jatusripitak, ທ່ານ Prawit Wongsuwon ແລະ ທ່ານ Wissanu Krea-ngam ເຮັດໜ້າທີ່ເປັນຮອງປະທານກໍາມະການ; ລັດຖະມົນຕີກະຊວງການເງິນ, ກະຊວງການທ່ອງທ່ຽວ ແລະ ລັດຖະມົນຕີກະຊວງສຶກສາທິການກໍເປັນສ່ວນໜຶ່ງຂອງຄະນະກຳມະການເຊັ່ນກັນ.

ເລຂາທິການກະຊວງເສດຖະກິດດິຈິຕອລ ແລະ ສັງຄົມ ເຮັດໜ້າທີ່ເປັນຜູ້ອຳນວຍການ ແລະ ເລຂານຸການຂອງຄະນະກຳມະການ, ຄະນະກຳມະການນີ້ຈັດຕັ້ງຂຶ້ນເພື່ອສົ່ງເສີມການພັດທະນາໃນແນວຕັ້ງ 5G ເພື່ອໃຫ້ໝັ້ນໃຈວ່າໄດ້ຮັບຜົນປະໂຫຍດສູງສຸດຈາກການໃຊ້ 5G ເພື່ອເສດຖະກິດ ແລະ ຜູ້ໃຊ້ປາຍທາງ.

ທ່ານ Takorn Tantasith ເລຂາທິການໃຫຍ່ NBTC ໄດ້ກ່າວວ່າ: ມັນຈະສົ່ງເສີມແຜນວຽກທີ່ຈະແຈ້ງສຳລັບການຮັບຮອງເອົາ 5G ແລະ ການພັດທະນາພື້ນຖານໂຄງລ່າງ ໂດຍການຮັບຮອງການມີສ່ວນຮ່ວມຂອງຜູ້ແທນຈາກບັນດາກະຊວງທີ່ສຳຄັນຕ່າງໆ.

ການແຜ່ລະບາດຂອງໂຄວິດ – 19 ເຮັດໃຫ້ຜູ້ໃຫ້ບໍລິການໂທລະຄົມມະນາຄົມລາຍໃຫຍ່ຂອງປະເທດໄທ ສາມາດປັບໃຊ້ເຕັກໂນໂລຊີ 5G, ຜູ້ໃຫ້ບໍລິການໂທລະສັບມືຖືຊັ້ນນໍາຂອງປະເທດໄທ ກຳລັງແຂ່ງຂັນກັນເພື່ອຕິດຕັ້ງເຄືອຂ່າຍ 5G ທີ່ໂຮງໝໍ ເພື່ອສະໜັບສະໜູນແພດ ແລະ ບຸກຄະລາກອນທາງການແພດໃນການຕໍ່ສູ້ກັບໄວຣັສ.

ທ່ານ Buddhipongse Punnakanta ລັດຖະມົນຕີວ່າການກະຊວງເສດຖະກິດດິຈິຕອລ ແລະ ສັງຄົມແຫ່ງປະເທດໄທ ໄດ້ກ່າວວ່າ: “ ການໃຊ້ 5G ເພື່ອສຸຂະພາບຂອງປະຊາຊົນສະແດງໃຫ້ເຫັນວ່າ ພື້ນຖານໂຄງລ່າງດິຈິຕອລສາມາດສົ່ງຜົນຕໍ່ສຸຂະພາບຂອງຜູ້ຄົນໃນໄລຍະເກີດເຫດສຸກເສີນທີ່ສຳຄັນ ”.

ກະຊວງເສດຖະກິດດິຈິຕອລ ແລະ ສັງຄົມ ຮ່ວມກັບ ຫົວເຫວີຍ ເຕັກໂນໂລຊີປະເທດໄທ ນຳສະເໜີໂຊລູຊັນທີ່ສະໜອງການຊ່ວຍເຫຼືອໂດຍ AI ດ້ວຍເຕັກໂນໂລຊີ 5G ໃຫ້ກັບໂຮງໝໍໃນປະເທດ ໂດຍມີຈຸດປະສົງເພື່ອໃຫ້ການວິເຄາະໄດ້ຮັບຜົນທີ່ມີປະສິດທິພາບຫຼາຍຂຶ້ນ ໂດຍຜ່ານເຄືອຂ່າຍຄວາມໄວສູງ.

ອົງການອຸດສາຫະກຳ ເຊັ່ນ: GSMA ຊີ້ໃຫ້ເຫັນວ່າ: ເຕັກໂນໂລຊີ 5G ມີຄວາມສໍາຄັນໃນການຕໍ່ສູ້ພະຍາດລະບາດຄັ້ງນີ້ ແລະ ຈະເປັນກະດູກສັນຫຼັງໃນການຟື້ນຕົວທາງເສດຖະກິດ ແລະ ເປັນທີ່ຍອມຮັບຢ່າງຫຼວງຫຼາຍໃນອຸດສາຫະກຳ ICT ແລະ ເສດຖະກິດດິຈິຕອລ ແລະ ຈະເປັນແຮງຊຸກຍູ້ທີ່ສໍາຄັນຕໍ່ການກັບສູ່ສະພາບປົກກະຕິຫຼັງຈາກການລະບາດໃຫຍ່.