ເສດຖະກິດສິງກະໂປ ມີທ່າອ່ຽງຖົດຖອຍຫຼາຍທີ່ສຸດໃນຮອບ 55 ປີ

228

ຜົນກະທົບຈາກວິກິດການແຜ່ລະບາດໂຄວິດ-19 ອາດຈະເຮັດໃຫ້ເສດຖະກິດຂອງສິງກະໂປໃນປີນີ້ ປະສົບກັບພາວະຖົດຖອຍຫຼາຍທີ່ສຸດ ໃນຮອບ 55 ປີ ຫຼື ຕັ້ງແຕ່ສະໄໝກ່ອນເປັນເອກະລາດ.

ສຳນັກຂ່າວຕ່າງປະເທດລາຍງານຈາກປະເທດສິງກະໂປ ເມື່ອວັນອັງຄານ ທີ 26 ພຶດສະພາ ວ່າ ກະຊວງການຄ້າ ແລະ ອຸດສາຫະກຳສິງກະໂປ ເປີດເຜີຍລາຍງານ ເມື່ອວັນອັງຄານ ໂດຍຄາດການສະພາບການທາງເສດຖະກິດຂອງປະເທດໃນປີນີ້ ວ່າ ຢູ່ໃນສະຖານະການ “ຖົດຖອຍທີ່ສຸດ” ຜະລິດຕະພັນມວນລວມໃນປະເທດ (GDP) ຈະຫຼຸດລົງ -4% ແຕ່ຖ້າສະຖານະການຖົດຖອຍຫຼາຍທີ່ສຸດ ຈິດີພີ ຂອງປະເທດອາດຈະຫົດຕົວເຖິງ -7%.

ສິງກະໂປເຖິງເປັນປະເທດນ້ອຍ ມີເນື້ອທີ່ 725 ຕາລາງກິໂລແມັດ ແຕ່ເສດຖະກິດຂອງສິງກະໂປມີມູນຄ່າສູງເຖິງ 354 ຕື້ໂດລາສະຫະລັດ (ປະມານ 99,56 ພັນຕື້ກີບ) ຫຼາຍພາກສ່ວນຈຶ່ງຖືໃຫ້ເປັນໜຶ່ງໃນ “ດັດຊະນີຊີ້ວັດ” ຂອງສະຖຽນລະພາບທາງເສດຖະກິດຂອງທະວີບອາຊີໂດຍລວມ.

ທັງນີ້, ເສດຖະກິດຂອງສິງກະໂປ ເຄີຍຖົດຖອຍຄັ້ງຫຼ້າສຸດ ເມື່ອປີ 2001 ດ້ວຍສະຖິຕິ -1,1% ເຊິ່ງໄດ້ຮັບຜົນກະທົບຈາກວິກິດ Y2K ແລະ ເມື່ອຢ້ອນກັບໄປກ່ອນໜ້ານັ້ນອີກ 3 ປີ ຄືເມື່ອປີ 1998 ຈີດີພີ ປະຈຳປີຂອງສິງກະໂປຖົດຖອຍເຖິງ -2,2% ເປັນຜົນກະທົບຈາກວິກິດການເງິນ. ຂະນະທີ່ ການປະເມີນສະຖານະການໃນປີນີ້ ຖ້າເປັນໄປຕາມທີ່ຄາດການໄວ້ ຈະເປັນສະຖິຕິເສດຖະກິດຖົດຖອຍຫຼາຍທີ່ສຸດ ນັບຕັ້ງແຕ່ສະຖິຕິ -3,2% ເມື່ອປີ 1964 ຫຼື 1 ປີ ກ່ອນການປະກາດເປັນເອກະລາດຢ່າງເປັນທາງການຈາກປະເທດມາເລເຊຍ ເມື່ອເດືອນສິງຫາ ປີ 1965.

ສ່ວນສະພາບການທາງເສດຖະກິດໃນປີນີ້ ແນ່ນອນແມ່ນກ່ຽວຂ້ອງກັບວິກິດການແຜ່ລະບາດຂອງໂຄວິດ-19 ທີ່ປະເທດສິງກະໂປ ມີຜູ້ປ່ວຍສະສົມຫຼາຍກວ່າ 30.000 ຄົນ ເຊິ່ງເປັນສະຖິຕິສູງສຸດໃນອາຊີຕາເວັນອອກສ່ຽງໃຕ້ ແຕ່ມີຜູ້ເສຍຊີວິດສະສົມພຽງ 23 ຄົນເທົ່ານັ້ນ ແລະ ຜູ້ປ່ວຍໃນໄລຍະຜ່ານມາສ່ວນໃຫຍ່ເປັນແຮງງານຕ່າງດ້າວທີ່ອາໄສລວມກັນຢ່າງແອອັດ ເຊິ່ງລັດຖະບານໄດ້ກັກບໍລິເວນສະຖານທີ່ດັ່ງກ່າວໃຫ້ເປັນພື້ນທີ່ຄວບຄຸມດ້ານສາທາລະນະສຸກແລ້ວ.

ປັດຈຸບັນ ປະເທດສິງກະໂປ ຍັງຢູ່ພາຍໃຕ້ມາດຕະການປິດເມືອງ ໂດຍໃຊ້ຊື່ວ່າ “circuit breaker” ໂດຍມີຜົນບັງຄັບໃຊ້ຕັ້ງແຕ່ຕົ້ນເດືອນເມສາ ຜ່ານມາ ແລະ ຖ້າບໍ່ມີການຈະຫຍາຍເວລາອອກໄປອີກແມ່ນຈະສິ້ນສຸດລົງ ໃນວັນທີ 1 ມິຖຸນາ ນີ້ ແຕ່ວ່າມາດຕະການໄລຍະຫ່າງທາງສັງຄົມຍັງຈະສືບຕໍ່ ລວມທັງການເຮັດວຽກຢູ່ເຮືອນ ເຊິ່ງອ້າງອິງສະຖິຕິຂອງກະຊວງແຮງງານ ລະບຸວ່າ ປັດຈຸບັນ ມີແຮງງານໃນລະບົບພຽງ 15% ໃນຈຳນວນ 2,4 ລ້ານຄົນ ທີ່ຈຳເປັນຕ້ອງໄດ້ອອກຈາກເຮືອນໄປເຮັດວຽກຢູ່ທີ່ຫ້ອງການ.