ເຈົ້າເມືອງສະໜາມໄຊ ຊີ້ ປີ 2023 ການຟື້ນຟູຊີວິດການເປັນຢູ່ຂອງຜູ້ປະສົບໄພພາຍໃນເມືອງຕ້ອງສໍາເລັດ

214

ດັ່ງທີ່ທຸກຄົນຮັບຮູ້ກັນແລ້ວວ່າໃນທ້າຍປີ 2018 ຜ່ານມາເມືອງສະໜາມໄຊ ແຂວງອັດຕະປືໄດ້ປະສົບກັບເຫດການທີ່ບໍ່ເພິ່ງປາຖະໜາຈາກສັນເຂື່ອນເຊປຽນ-ເຊນ້ຳນ້ອຍ ບວກກັບໄພທໍາມະຊາດຖ້ວມບັນດາແຂວງພາກໃຕ້ໃນປີແລ້ວນີ້ ເຮັດໃຫ້ເມືອງສະໜາມໄຊຍິ່ງພົບກັບຄວາມລຳບາກຫຼາຍຂຶ້ນ.

ເຖິງຢ່າງໃດກໍ່ຕາມ, ຫຼັງອຸທົກກະໄພໃນຄັ້ງນັ້ນ ເມືອງດັ່ງກ່າວກໍ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ, ຈາກພາກສ່ວນຕ່າງໆຕະຫຼອດມາ ແນໃສ່ເພື່ອຟື້ນຄືນກັບສູ່ສະພາບປົກກະຕິໂດຍໄວ, ຫຼ້າສຸດ ເຈົ້າເມືອງເມືອງສະໜາມໄຊ ຊີ້ ການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນທີ່ປະສົບໄພພິບັດ ຢູ່ພາຍໃນເມືອງດັ່ງກ່າວ ຈະໃຫ້ສໍາເລັດພາຍໃນປີ 2023.

ຕາມການລາຍງານຂອງ ທ່ານ ສຸລິວົງ ອະໄພວົງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງສະໜາມໄຊ ໄດ້ລາຍງານຕໍ່ກອງປະຊຸມຜູ້ແທນອົງຄະນະພັກເມືອງສະໜາມໄຊ ຄັ້ງທີ 12 ທີ່ຫາກໍ່ສໍາເລັດຫວ່າງບໍ່ດົນມານີ້ວ່າ: ຄະນະບໍລິຫານງານພັກເມືອງສະໜາມໄຊ ໄດ້ກໍານົດເອົາວຽກງານການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກເຫດການຄູກັນນໍ້າເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ໃນທ້າຍປີ 2018 ຜ່ານມາ ເປັນວຽກບຸລິມະສິດສໍາຄັນ, ເຊິ່ງໄດ້ກໍານົດແຕ່ນີ້ຮອດປີ 2023 ການຟື້ນຟູທຸກວຽກງານຕ້ອງໃຫ້ສໍາເລັດ 100%.

ເຊິ່ງວຽກຕົ້ນຕໍແມ່ນການສືບຕໍ່ປຸກສ້າງເຮືອນຖາວອນໃຫ້ 5 ບ້ານ ຈໍານວນ 700 ຫລັງ ສະເໜີຊົດເຊີຍ 100% ໃຫ້ 5 ບ້ານທີ່ຖືກຜົນກະທົບໜັກ ທີ່ມີຂໍ້ມູນຮັບຮອງນໍາກັນແລ້ວ, ຈັດສັນທີ່ດິນປຸກສ້າງໃຫ້ປະຊາຊົນ ບ້ານສະໝອງໃຕ້ ຢູ່ຈຸດປີນດົງ, ຟື້ນຟູຊົນລະປະທານ ຝາຍນໍ້າລົ້ນ ເພື່ອສົ່ງເສີມການຜະລິດກະສິກໍາໃຫ້ປະຊາຊົນຢ່າງທົ່ວເຖິງ, ສືບຕໍ່ເກັບກໍາຂໍ້ມູນຮ່ວມກັບບໍລິສັດຜູ້ພັດທະນາໂຄງການ ແລະ ຟື້ນຟູຊີວິກການເປັນຢູ່ຂອງປະຊາຊົນໃຫ້ມີຄວາມຢູ່ດີກິນດີ ໃຫ້ສໍາເລັດໃນປີ 2023 ຕາມທິດການສ້າງບ້ານແຕ່ຮາກຖານຂື້ນມາ .

ທ່ານ ສຸລິວົງ ອະໄພວົງ ກ່າວຕື່ມວ່າ: ປັດຈຸບັນ ການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນທີ່ປະສົບໄພພິບັດຢູ່ເມືອງສະໜາມໄຊ ນັບມື້ໄດ້ຮັບການແກ້ໄຂດີຂຶ້ນເທື່ອລະກ້າວ ພ້ອມນີ້ໄດ້ສໍາເລັດການຈັດສັນທີ່ພັກຊົ່ວຄາວ ມີ 5 ສູນ, ສໍາເລັດການຈັດສັນທີ່ດິນປຸກສ້າງແລ້ວ 4 ບ້ານ, ສໍາເລັດການບຸກເບີກເນື້ອທີ່ທໍາການຜະລິດໃຫ້ປະຊາຊົນ ມີ 2.140 ເຮັກຕາ.

ໄດ້ຟື້ນຟູດິນນາເກົ່າໃຫ້ປະຊາຊົນ 6 ບ້ານສໍາເລັດໄປແລ້ວ 80%, ໄດ້ຟື້ນຟູດິນທັບຖົມຂອງບ້ານ, ຫ້ວຍ, ຮ່ອງ ໜອງບຶງຢູ່ເຂດໄພພິບັດ ມີ 6 ບ້ານ, ໄດ້ສ້ອມແປງຄອງເໝືອງຊົນລະປະທານຄືນໃໝ່, ໄດ້ສະໜອງເຂົ້າກິນ, ສະໜອງເງິນໃນແຕ່ລະເດືອນເປັນປົກກະຕິ, ໄດ້ປຸກສ້າງເຮືອນຖາວອນ 111 ຫລັງ ແລະ ພວມຈະເລີ່ມການກໍ່ສ້າງເຮືອນຖາວອນ ຈໍານວນ 700 ຫລັງ, ໄດ້ຊົດເຊີຍຜົນເສຍຫາຍ 5 ລາຍການໃຫ້ 13 ບ້ານ ແລະ 3 ຄຸ້ມ ແລ້ວ 100% ລວມມູນຄ່າ 28 ຕື້ກວ່າກີບໃນຈຳນວນ 1.270 ຄົວເຮືອນ.

ຂໍ້ມູນຈາກ: ປະເທດລາວ