ຮຽກຮ້ອງສັງຄົມຮ່ວມເປັນເຈົ້າການ ປີນີ້ຕ້ອງປູກຕົ້ນໄມ້ໃຫ້ໄດ້ 600ເຮັກຕາ

266

ໃນວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາຂອງທຸກໆປີ ທົ່ວປະເທດຈະມີການຈັດກິດຈະກໍາປູກຕົ້ນໄມ້ເພື່ອຕ້ອນຮັບວັນສໍາຄັນດັ່ງກ່າວ. ສະເພາະປີນີ້ ຕາມການເປີດເຜີຍຂອງຫົວໜ້າກົມປ່າໄມ້ ໃຫ້ຮູ້ວ່າທົ່ວປະເທດມີແຜນປູກຕົ້ນໄມ້ໃນເນື້ອທີ່ 597ເຮັກຕາ ພ້ອມເບ້ຍໄມ້ 5ແສນກວ່າເບ້ຍ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ-ປ່າໄມ້ ແຈ້ງໃຫ້ຮູ້ວ່າ: ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2020 ນີ້, ທົ່ວປະເທດມີແຜນສ້າງຂະບວນການປູກໄມ້ໃຫ້ໄດ້ 597 ເຮັກຕາ, ໂດຍຂະແໜງການຕົນ ມີເບ້ຍໄມ້ປະເພດຕ່າງໆ ເປັນຕົ້ນ: ໄມ້ດູ່, ແຕ້ຂ່າ, ໄມ້ ແຄນ, ສົ້ມຝາດ, ຂະຍຸງ, ສະຝາງ, ກາເລົາ ແລະ ໄມ້ອື່ນໆ ລວມແລ້ວຫລາຍກວ່າ 5 ແສນເບ້ຍເພື່ອປູກໃນໂອກາດວັນສໍາຄັນດັ່ງກ່າວ.

ພາບປະກອບຂ່າວເທົ່ານັ້ນ

ສະເພາະກະຊວງ ກະສິກໍາ-ປ່າໄມ້ ຈະໄດ້ສົມທົບກັບກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ອົງການປົກຄອງນະຄອນຫລວງວຽງຈັນ ຈັດພິທີປູກຕົ້ນໄມ້ຢ່າງເປັນທາງການ ໃນວັນທີ 1 ມິຖຸນາ 2020 ຢູ່ທີ່ສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ ເມືອງໄຊທານີ ໃນເນື້ອທີ່ປະມານ 3 ເຮັກຕາ ແລະ ພາຍໃນປີນີ້ກໍມີແຜນປູກໄມ້ໃຫ້ໄດ້ທັງໝົດ 94 ເຮັກຕາ ເພື່ອຟື້ນຟູສະພາບປ່າໄມ້ ຢູ່ໃນເຂດສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ ໃຫ້ມີຄວາມດົກໜາ ແລະ ອຸດົມສົມບູນໄປດ້ວຍໄມ້ພື້ນເມືອງນາໆຊະນິດ ແນໃສ່ໃຫ້ສວນແຫ່ງນີ້ ກາຍເປັນສະຖານທີ່ສຶກສາ ດ້ານປ່າໄມ້, ເປັນແຫລ່ງແນວພັນໄມ້, ເປັນເຂດສຶກສາລະບົບນິເວດວິທະຍາ, ເປັນແຫລ່ງທ່ອງທ່ຽວທໍາມະຊາດແລະ ເປັນເຂດພັກຜ່ອນຢ່ອນໃຈຂອງສັງຄົມ ໃນອະນາຄົດ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ຊູຊາດ ໄຊຍະກຸມມານ ໃຫ້ຮູ້ຕື່ມວ່າ: ໃນປີ 2020, ຂະແໜງກະສິກໍາ-ປ່າໄມ້ ມີແຜນເກັບແກ່ນພັນໄມ້ໃຫ້ໄດ້ 30.000 ກິໂລ, ກ້າເບ້ຍໃຫ້ໄດ້ 11 ລ້ານກວ່າເບ້ຍ ແລະ ປູກໄມ້ໃຫ້ບັນລຸຫລາຍກວ່າ 10.000 ເຮັກຕາ. ໃນນີ້, ເນື້ອທີ່ປູກໄມ້ເພື່ອປົກປັກຮັກສາສິ່ງແວດລ້ອມໃຫ້ໄດ້ 2.730 ກວ່າເຮັກຕາ, ຊຶ່ງກວມເອົາເຂດປ່າປ້ອງກັນ, ປ່າສະຫງວນ ແລະ ປູກປ່າທົດແທນເຂດໂຄງການພັດທະນາພື້ນຖານໂຄງລ່າງຕ່າງໆ ແລະ ປູກໄມ້ເປັນສິນຄ້າໃນຂອບເຂດປ່າຜະລິດໃຫ້ໄດ້ 7.217 ເຮັກຕາ ແລະນອກຂອບເຂດປ່າຜະລິດທີ່ເປັນທີ່ດິນຂອງປະຊາຊົນອີກຈໍານວນ 550 ກວ່າເຮັກຕາ.

ພາບປະກອບຂ່າວເທົ່ານັ້ນ

ເຊິ່ງມາຮອດປັດຈຸບັນໄດ້ດໍາເນີນການສໍາຫລວດເນື້ອທີ່ປ່າຊຸດໂຊມ ໃນເຂດປ່າຜະລິດໃຫ້ 4 ບໍລິສັດໃນເນື້ອທີ່ທັງໝົດ 29.820 ເຮັກຕາ ແລະ ໄດ້ອອກອະນຸຍາດໃຫ້ 4 ບໍລິສັດດັ່ງກ່າວ, ບຸກເບີກເນື້ອທີ່ເພື່ອກະກຽມປູກໄມ້ຈໍານວນ 9.085 ເຮັກຕາ. ສ່ວນວຽກງານການຟື້ນຟູປ່າໄມ້ທໍາມະຊາດ ໃນຈໍານວນ 4 ແສນເຮັກຕານັ້ນ ແມ່ນກວມເອົາປ່າປ້ອງກັນຫລາຍກວ່າ 105 ພັນເຮັກຕາ, ປ່າສະຫງວນ 100 ພັນກວ່າເຮັກຕາ, ປ່າຜະລິດ 93 ພັນກວ່າເຮັກຕາ ແລະ ປະເພດປ່າອື່ນໆ ແສນກວ່າເຮັກຕາ.

ທີ່ມາ: ປະເທດລາວ