ຂ່າວດີ 43ມື້! ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແຕ່ໃຫ້ເຂັ້ມງວດຂຶ້ນເອົາໃຈໃສ່ປະຕິບັດບາງມາດຕະການຕໍ່

97

ໄດ້ຟັງຂ່າວດີ 43 ມື້ລຽນຕິດແລ້ວ ທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ໂດຍຫຼ້າສຸດ ວັນທີ 25 ພຶດສະພາ 2020 ຄະນະສະເພາະກິດຖະແຫຼງຂ່າວດີດັ່ງກ່າວອີກຄັ້ງ, ເຮັດໃຫ້ຍອດຜູ້ຕິດເຊື້ອສະສົມຢູ່ທີ 19 ຄົນ, ໃນນີ້ ປິ່ນປົວຫາຍດີແລ້ວ 14 ຄົນ, ຍັງສືບຕໍ່ປິ່ນປົວຕິດຕາມອາການຢູ່ໂຮງໝໍຕໍ່ 5ຄົນ ພ້ອມຮຽກຮ້ອງໃຫ້ທຸກພາກສ່ວນເອົາໃຈໃສ່ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກເຂັ້ມງວດຂຶ້ນ.

ໃນວັນທີ 25 ພຶດສະພາ 2020 ທີ່ກະຊວງສາທາລະນະສຸກ, ຄະນະສະເພາະກິດ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໂດຍການຖະແຫຼງຂອງທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ໂດຍມີສື່ມວນຊົນຈາກຫຼາຍພາກສ່ວນເຂົ້າຮ່ວມ.

ທ່ານ ຮສ.ດຣ ພູທອນ ເມືອງປາກ ໃຫ້ຮູ້ວ່າ:  ໃນວັນທີ 24 ພຶດສະພາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 308 ຄົນ, ໃນນັ້ນມີແຮງງານລາວທີ່ກັບມາແຕ່ໄທ 247 ຄົນ, ແຮງງານຈີນ 58 ຄົນ, ກໍລະນີສົງໄສ 03 ຄົນ.  ເຊິ່ງຜົນກວດທັງໝົດ ບໍ່ພົບເຊື້ອ ໝາຍຄວາມວ່າວັນທີ 24 ພຶດສະພາ 2020 ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ. ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 24 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 5.795 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (43 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).

ດ້ານການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ, ປັດຈຸບັນ ມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 5 ຄົນ ຍີງ 4 ຄົນ ທັງໝົດເຫັນວ່າມີອາການປົກກະຕິ ຈະໄດ້ສືບຕໍ່ຕິດຕາມຕໍ່ໄປຈົນກ່ວາຈະກວດຫາເຊື້ອບໍ່ພົບ.

ທ່ານ ຮສ.ດຣ ພູທອນ ເມືອງປາກ ກ່າວຕື່ມວ່າ: ອີງຕາມການສ່ອງແສງຂອງຄະນະສະເພາະກິດຂະແໜງຕ່າງໆ, ສັງເກດເຫັນວ່າ ການປະຕິບັດ ແຈ້ງການເລກທີ 580/ຫສນຍ ແມ່ນມີບາງຢ່າງ ຍັງເຮັດບໍ່ທັນໄດ້ດີ ເປັນຕົ້ນວ່າ: ການປະຕິບັດມາດຕະການປ້ອງກັນການຕິດເຊື້ອພະຍາດ ຢູ່ໂຮງຮຽນ, ສະຖານີຂົນສົ່ງໂດຍສານ, ຮ້ານຄ້າຂາຍຍ່ອຍ, ງານບຸນປະເພນີ ຍັງບໍ່ທັນເຮັດໄດ້ດີ, ຍັງຮັກສາໄລຍະຫ່າງບໍ່ທັນໄດ້ ມີການຊຸມແຊວ, ກິນດື່ມສິ່ງມຶນເມົາເປັນກຸ່ມຄົນ, ບໍ່ຮັກສາໄລຍະຫ່າງທາງສັງຄົມ ແລະ ບໍ່ໃສ່ຜ້າອັດປາກ-ດັງ ເຊິ່ງຈະມີຄວາມສ່ຽງຕໍ່ການຕິດເຊື້ອ.

ດັ່ງນັ້ນ, ຂໍຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ, ຊຸມຊົນ, ຄອບຄົວ ແລະ ສ່ວນບຸກຄົນ ຈົ່ງເອົາໃຈໃສ່ ທຳຄວາມເຂົ້າໃຈ ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 580/ຫສນຍ ຄຳແນະນຳຂອງຂະແໜງການກ່ຽວຂ້ອງ ພ້ອມທັງ ຮ່ວມແຮງຮ່ວມໃຈກັນ ສືບຕໍ່ປະຕິບັດ ຈົນກວ່າຈະມີແຈ້ງການປ່ຽນແປງ ຫຼັງວັນທີ 1 ມິຖຸນາ 2020. ອາທິດນີ້, ຄະນະສະເພາະກິດ ກໍ່ຈະໄດ້ປະເມີນສະຖານະການຄືນໃໝ່ ເພື່ອສະເໜີລັດຖະບານພິຈາລະນາ ຜ່ອນຜັນບາງມາດຕະການຕື່ມອີກ.