ລັດຖະບານເຢຍລະມັນ ອະນຸມັດງົບກວ່າ 88 ພັນຕື້ກີບ ຊ່ວຍເຫຼືອສາຍການບິນແຫ່ງຊາດ

133

ໃນກອງປະຊຸມຄະນະລັດຖະບານເຢຍລະມັນມີມະຕິອະນຸມັດ ງົບປະມານຊ່ວຍເຫຼືອຊົ່ວຄາວ ມູນຄ່າ 9 ຕື້ເອີໂຣ ໃຫ້ແກ່ສາຍການບິນລຸຟຮັນຊາ ເຊິ່ງຈະໃຫ້ພາກລັດຖະບານກັບມາມີສ່ວນຮ່ວມບໍລິຫານທຸລະກິດສາຍການບິນແຫ່ງຊາດອີກຄັ້ງ ໃນຮອບ 20 ປີ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງເບີລິນ ປະເທດເຢຍລະມັນ ເມື່ອວັນອັງຄານ ທີ 26 ພຶດສະພາ ວ່າ ທ່ານປີເຕີ ອັລໄມເອີ ລັດຖະມົນຕີກະຊວງເສດຖະກິດເຢຍລະມັນ ຖະແຫຼງເມື່ອວັນຈັນ ຜ່ານມາ ວ່າ ໃນກອງປະຊຸມຄະນະລັດຖະບານມີມະຕິຮັບຮອງ “ງົບປະມານຊ່ວຍເຫຼືອຊົ່ວຄາວ” ໃຫ້ແກ່ບໍລິສັດລຸຟຮັນຊາ ເຊິ່ງເປັນສາຍການບິນແຫ່ງຊາດ ໃນງົບປະມານສູງສຸດ 9 ຕື້ເອີໂຣ (ປະມານ 88,2 ພັນຕື້ກີບ) ເປັນຄັ້ງທຳອິດໃນຮອບ 20 ປີ ທີ່ລັດຖະບານເຂົ້າໄປມີສ່ວນຮ່ວມບໍລິຫານທຸລະກິດຂອງ ລຸຟຮັນຊາ ເຊິ່ງຢຸດຕິບົດບາດຖານະລັດວິສາຫະກິດ ເມື່ອປີ 1997.

ເນື້ອໃນສຳຄັນຂອງຂໍ້ຕົກລົງບໍ່ແຕກຕ່າງຈາກສື່ມວນຊົນທ້ອງຖິ່ນຫຼາຍແຫ່ງລາຍງານກ່ອນໜ້ານີ້ ແລະ ເປັນໄປຕາມຂໍ້ມູນເບື້ອງຕົ້ນໃນຖະແຫຼງການທີ່ ລຸຟຮັນຊາ ໄດ້ເຜີຍແຜ່ເມື່ອອາທິດ ຜ່ານມາ ຄືລັດຖະບານເຢຍລະມັນຈະຖືຮຸ້ນ 20% ແລະ ລັດຖະບານຈະຂາຍຫຸ້ນທັງໝົດພາຍໃນທ້າຍປີ 2023 ແຕ່ສັດສ່ວນອາດຈະເພິ່ມຂຶ້ນເປັນ 25% ບວກອີກ 1 ຮຸ້ນ ເຊິ່ງຈະເພິ່ມບົດບາດໃຫ້ລັດຖະບານໃນຖານະ “ຜູ້ຖືຫຸ້ນສ່ວນສຽງຂ້າງນ້ອຍ” ຖ້າເກີດກໍລະນີທີ່ລັດຖະບານ ຫຼື ບໍລິສັດຕ່າງປະເທດພະຍາຍາມເຂົ້າມາຄອບຄອງທຸລະກິດຂອງລຸຟຮັນຊາ.

ທັງນີ້, ການຊື້ຮຸ້ນຂອງລັດຖະບານ ມີມູນຄ່າ 2,56 ເອີໂຣຕໍ່ຮຸ້ນ (ປະມານ 25.980 ກີບ) ລວມມູນຄ່າທັງໝົດ 300 ລ້ານເອີໂຣ (ປະມານ 2,94 ພັນຕື້ກີບ). ຂະນະດຽວກັນ, ລັດຖະບານເຢຍລະມັນຈະອະນຸມັດສິນເຊື່ອດອກເບ້ຍຕໍ່າໃຫ້ແກ້ລຸຟຮັນຊາ ອີກ 3 ຕື້ເອີໂຣ (ປະມານ 29,4 ພັນຕື້ກີບ) ແຕ່ສິນເຊື່ອດັ່ງກ່າວຈະມີເງື່ອນໄຂໃຫ້ລັດຖະບານຕ້ອງມີໂຄຕ້າ 2 ບ່ອນນັ່ງ ໃນຄະນະບໍລິຫານ ເຊິ່ງທ່ານອັລໄມເອີ ຢືນຢັນວ່າ 2 ບ່ອນນັ່ງຈະບໍ່ແມ່ນບຸກຄົນທີ່ມາຈາກລັດຖະບານ ແລະ ນັກການເມືອງ “ສ່ວນຂໍ້ປະຕິບັດອື່ນໆທີ່ສຳຄັນລວມທັງການຫຼຸດຄ່າຕອບແທນຂອງຝ່າຍບໍລິຫານ ແລະ ຫຼຸດການຈ່າຍເງິນປັນຜົນ.

ທ່ານອັລໄມເອີ ຢືນຢັນການຊ່ວຍເຫຼືອຂອງພາກລັດຕໍ່ລຸຟຮັນຊາ “ບໍ່ແມ່ນການສ້າງອິດທິພົນ” ແຕ່ອີກດ້ານໜຶ່ງລັດຖະບານເຢຍລະມັນເບິ່ງເຫັນວ່າ ລຸຟຮັນຊາ ເປັນໜຶ່ງໃນບັນດາບໍລິສັດເອກະຊົນທີ່ປະສົບຄວາມສຳເລັດ ແລະ ເຊື່ອໝັ້ນວ່າ ຕ້ອງຢູ່ພາຍໃຕ້ການຊີ້ນຳຂອງພາກເອກະຊົນດ້ວຍກັນ.

ຢ່າງໃດກໍ່ຕາມ, ລັດຖະບານເຢຍລະມັນຈະຖືຮຸ້ນ ມູນຄ່າປະມານ 5,7 ຕື້ເອີໂຣ (ປະມານ 55,9 ພັນຕື້ກີບ) ເຊິ່ງລຸຟຮັນຊາຕ້ອງຊຳລະຄືນພ້ອມດອກເບ້ຍ ພາຍໃນວັນທີ 31 ທັນວາ ປີ 2023 ເຖິງວ່າມາດຕະການທັງໝົດຈຳເປັນຕ້ອງຜ່ານຄວາມເຫັນຊອບຈາກຄະນະກໍາມາທິການເອີຣົບ ແຕ່ທຸກຝ່າຍເຊື່ອວ່າການພິຈາລະນາລຸລ່ວງ.