ຍິນດີນໍາ! ທ່ານ ບຸນເຫລືອ ພັນດານຸວົງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດຄົນໃໝ່

333

ໃນຕອນເຊົ້າ ຂອງວັນທີ 26 ພຶດສະພາ 2020, ກະຊວງການຕ່າງປະເທດ ໄດ້ຈັດຕັ້ງພິທີປະກາດ ການແຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດຄົນໃໝ່ ແລະ ການມອບ-ຮັບໜ້າທີ່ ຫົວໜ້າສະຖາບັນການຕ່າງປະເທດ ຜູ້ເກົ່າ ແລະ ຜູ້ໃໝ່, ໂດຍການໃຫ້ກຽດເຂົ້າຮ່ວມ ເປັນສັກຂີພິຍານ ຂອງ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ, ມີບັນດາຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າກົມພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ຕິ່ງ ສຸກສັນ ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການຕ່າງປະເທດ, ໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 234/ນຍ, ລົງວັນທີ 13 ພຶດສະພາ 2020 ວ່າດ້ວຍການແຕ່ງຕັ້ງ ທ່ານ ບຸນເຫລືອ ພັນດານຸວົງ ຫົວໜ້າກົມກົງສຸນ ເປັນຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຄົນໃໝ່.

ໃນໂອກາດດຽວກັນ ກໍ່ໄດ້ມີພິທີມອບ-ຮັບໜ້າທີ່ ຫົວໜ້າສະຖາບັນການຕ່າງປະເທດຄົນໃໝ່ ລະຫວ່າງ ທ່ານ ຄຳສວຍ ແກ້ວດາລາວົງ, ຫົວໜ້າສະຖາບັນການຕ່າງປະເທດ ຜູ້ເກົ່າ ແລະ ທ່ານ ໄມ ໄຊຍະວົງ ຫົວໜ້າສະຖາບັນການຕ່າງປະເທດ ຜູ້ໃໝ່.
ທັງນີ້, ໃນພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ໃໝ່ໃນຄັ້ງນີ້, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ໃຫ້ກຽດໂອ້ລົມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ, ຍົກໃຫ້ເຫັນຜົນງານ ແລະ ຄຸນສົມບັດອັນພົ້ນເດັ່ນ ຂອງ ທ່ານ ບຸນເຫລືອ ພັນດານຸວົງ

ທີ່ໄດ້ປະກອບສ່ວນເຂົ້າໃນວຽກງານຊີ້ນຳ-ນຳພາວຽກງານ ຂອງ ກະຊວງການຕ່າງປະເທດ ໃນໄລຍະຜ່ານມາຈົນເຖິງປັດຈຸບັນ ຈຶ່ງໄດ້ຮັບການແຕ່ງຕັ້ງເປັນຮອງລັດຖະມົນຕີກະຊວງການຕ່າງປະເທດ ເພື່ອຮັບຜິດຊອບພາລະໜ້າທີ່ສູງຂຶ້ນ, ຊຶ່ງການໄດ້ຮັບໜ້າທີ່ດັ່ງກ່າວ ແມ່ນການໄດ້ຮັບຄວາມໄວ້ວາງໃຈ, ຄວາມເຊື່ອໝັ້ນຂອງຄະນະພັກ-ຄະນະນຳກະຊວງ ກໍຄື ພະນັກງານ-ລັດຖະ ກອນກະຊວງການຕ່າງປະເທດ ແລະ ໄດ້ສະແດງໃຫ້ເຫັນຄວາມເຕີບໃຫຍ່ຂະຫຍາຍຕົວຂອງກະຊວງການຕ່າງປະເທດ.

ນອກຈາກນີ້, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເນັ້ນໜັກໃຫ້ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຜູ້ໃໝ່ ແລະ ທ່ານຫົວໜ້າສະຖາບັນການຕ່າງປະເທດຜູ້ໃໝ່ ຈົ່ງເພີ່ມທະວີປະກອບສ່ວນ, ອຸທິດຕົນເຂົ້າໃນວຽກງານຊີ້ນຳ-ນຳພາ ໃນວຽກງານ ຂອງກະຊວງການຕ່າງປະເທດ ໃຫ້ນັບມື້ເຂັ້ມແຂງ ແລະ ຮຽກຮ້ອງມາຍັງພະນັກງານ-ລັດຖະກອນ ພັດທະນາຕົນເອງໃຫ້ມີຄວາມໜັກແໜ້ນ, ຍົກສູງຄວາມເປັນແບບຢ່າງນຳໜ້າ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນການນຳພາ, ຄວາມເສຍສະລະເພື່ອສ່ວນລວມ, ຄວາມສາມັກຄີ ແລະ ເປັນເອກະພາບ, ເດັດດ່ຽວສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ແລະ ເຊີດຊູຄວາມເປັນແບບຢ່າງໃນການຊີ້ນຳ-ນຳພາ ແລະ ປະ ຕິບັດໜ້າທີ່ວຽກງານ ໃນຂະແໜງການຕ່າງປະເທດຢ່າງມີປະສິດທິພາບ.

ໃຫ້ສືບຕໍ່ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຄັ້ງທີ x ຂອງພັກ, ຜັນຂະຫຍາຍແນວທາງນະໂຍບາຍການຕ່າງປະເທດ ແລະ ປະຕິບັດມະຕິກອງປະຊຸມ ວຽກງານການຕ່າງປະເທດຄັ້ງທີ 14 ໃຫ້ປະກົດຜົນເປັນຈິງ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ທີ່ມາ: ປະເທດລາວ