Monthly Archives: May, 2020

ພູມຄຸ້ມກັນດີດ້ວຍວິຕາມິນຊີຈາກ 5 ໝາກໄມ້

ອາກາດມີປ່ຽນແປງຢູ່ຕະຫຼອດ ອາດເຮັດໃຫ້ຮ່າງກາຍເຮົາປັບສະພາບບໍ່ທັນ ກໍຈະສົ່ງຜົນເຮັດໃຫ້ເຮົາເປັນຫວັດໄດ້ງ່າຍ ເພາະວ່າຮ່າງກາຍຂອງເຮົາແມ່ນມີພູມຕ້ານທານໜ້ອຍ ສະນັ້ນ ມື້ນີ້ແອັດມິນຈະມາແນະນຳໝາກໄມ້ 5 ຊະນິດ ທີ່ມີວິຕາມິນຊີສູງໃຫ້ແຟນຂ່າວເລືອກກິນກັນເລີຍ ເພື່ອປ້ອງກັນການເປັນຫວັດໃນເວລາອາກາດປ່ຽນແປງດຸ. 1 ໝາກຂາມປ້ອມ ເປັນໝາກໄມ້ທີ່ຫາໄດ້ງ່າຍແຖມກິນດີເພາະໃນໝາກຂາມປ້ອມມີວິຕາມິນຊີສູງທີ່ສຸດ ໂດຍມີຂໍ້ມູນຢັ້ງຢືນວ່າ ໃນໝາກຂາມປ້ອມສົດ 100 ກຣາມ ຈະມີວິຕາມິນຊີແຝງຢູ່ເຖິງ 276 ມິລິກຣາມ ຫຼື ຖ້າເອົາໝາກຂາມປ້ອມໄປຄັ້ນນ້ຳດື່ມກໍຈະໄດ້ວິຕາມິນຊີສູງກວ່ານ້ຳໝາກກ້ຽງ 20 ເທົ່າ ຍ້ອນສັບພະຄຸນແບບນີ້ໝາກຂາມປ້ອມເລີຍມີຄວາມສາມາດແກ້ອາການໄຂ້ຫວັດ ຊ່ວຍລະລາຍຂີ້ກະເທີ...

ເອັສທີ ຈັບມື ອີທີແອລ ຮ່ວມທຸລະກິດດ້ານໂທລະຄົມ

ທະນາຄານ ເອັສທີ ຈໍາກັດ (STB) ຮ່ວມກັບ ບໍລິສັດ ອີທີແອລ ຈໍາກັດ (ETL) ລົງນາມວ່າດ້ວຍການຊໍາລະຄ່າບໍລິການຕ່າໆຂອງອີທີແອລ ໃຫ້ກຽດລົງນາມຂອງທ່ານ ຈະຣັດຊະຍຸດ ອໍາຍົງ ຜູ້ອໍານວຍການໃຫຍ່ ທະນາຄານເອັສທີ ຈໍາກັດ ກັບທ່ານ ຮວງ ສູ ຢຸນ ອໍານວຍການໃຫຍ່ ບໍລິສັດ ອີທີແອລ ຈໍາກັດ....

ຂ່າວດີມື້ນີ້ ບໍ່ພົບຜູ້ຕິດເຊື້ອໃໝ່, ຄົນເຈັບເກົ່າປົວດີອອກໂຮງໝໍເພີ່ມອີກ 2ຄົນ

ວັນທີ 27 ພຶດສະພາ 2020 ນັບເປັນຂ່າວດີ 45 ມື້ລຽນຕິດ ທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ພ້ອມດຽວກັນນັ້ນຄົນເຈັບຜູ້ຕິດເຊື້ອ ກໍລະນີທີ 16 ແລະ 18 ປິ່ນປົວຫາຍດີໄດ້ອອກໂຮງໝໍກັບບ້ານໃນມື້ນີ້ ເຮັດໃຫ້ຍັງມີຄົນເຈັບຕ້ອງຕິດຕາມອາການຕໍ່ຢູ່ໂຮງໝໍພຽງ 3 ຄົນ. ໃນວັນທີ 27 ພຶດສະພາ 2020...

5 ໝາກໄມ້ ຄວນກິນທັ້ງເປືອກ ດີກວ່າປອກເອົາໃນ

ເອົາໃຈສາຍຮັກສຸຂະພາບ ມັກກິນຜັກ ໝາກໄມ້ເປັນປະຈຳ ແຕ່ຕ້ອງໃຊ້ເວລາລ້າງດົນແລ້ວຍັງນຳມາປອກເປືອກທຸກຄັ້ງທີ່ກິນ ແລ້ວແບບນີ້ທ່ານຈະໄດ້ປະໂຫຍດ ແລະສານອາຫານຫຍັງຈາກຜັກ ໝາກໄມ້ທີ່ເຮົາກິນເຂົ້າໄປ ແຕ່ທີ່ເຮົາປອກເປືອກກໍເພາະຢ້ານສານເຄມີທີ່ມາກັບຜັກ ໝາກໄມ້ນັ້ນຕົກຄ້າງຢູ່ ກໍເລີຍຫຼີກລ້ຽງການກິນແບບບໍ່ປອກເປືອກ ແຕ່ແຟນຂ່າວຮູ້ ຫຼື ບໍ່ວ່າ ຜັກ ໝາກໄມ້ ຖ້າເຮົາເອົາໄປແຊ່ນ້ຳສະອາດປະມານ 10-15 ນາທີ ແລ້ວລ້າງໂດຍການລູບເປືອກຄ່ອຍໆ ແບບບໍ່ຕ້ອງຜ່ານກຳມະວິທີລ້າງຫຼາຍເທື່ອ ທ່ານກໍສາມາດກິນແບບບໍ່ປອກເປືອກໄດ້ແລ້ວ ແຖມໄດ້ຄຸນປະໂຫຍດທີ່ອຸດົມໄປດ້ວຍສານອາຫານບໍ່ຕ່າງຈາກທາງໃນຂອງຜັກ ໝາກໄມ້ຊະນິດນັ້ນໆ. ມື້ນີ້ແອັດມິນກໍມີ 5...

ລັດແຈ້ງປັບຂຶ້ນລາຄານໍ້າມັນໃນທົ່ວປະເທດ ມີຜົນມື້ອື່ນເປັນຕົ້ນໄປ

ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການ ປັບຂຶ້ນລາຄານໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ, ໂດຍລາຄາໃໝ່ນີ້ ໃຫ້ເລີ່ມຈັດຕັ້ງປະຕິບັດນັບແຕ່ເວລາ 6:00 ໂມງ ຂອງວັນທີ 28 ພຶດສະພາ 2020 ເປັນຕົ້ນໄປ. ອີງຕາມແຈ້ງການຂອງກະຊວງອຸດສາຫະກໍາ ແລະ ການຄ້າ ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊືຶ້ອໄຟ ເລື່ອງ ແຈ້ງປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ...

ອິນເດຍຜະເຊີນກັບໄພຄຸກຄາມຂອງຝູງຕັກກະແຕນທະເລຊາຍຢ່າງໜັກ

ພາກພື້ນທາງພາກຕາເວັນຕົກ ແລະ ບາງສ່ວນໃນພາກກາງຂອງປະເທດອິນເດຍ ກຳລັງຜະເຊີນກັບ "ໄພຄຸກຄາມ" ຈາກຝູງຕັກກະແຕນທະເລຊາຍ ແລະ ສະຖານະການມີທ່າອ່ຽງທີ່ຈະຮ້າຍແຮງກວ່າເກົ່າໃນລະດູມໍລະສຸມ. ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງນິວເດລີ ປະເທດອິນເດຍ ເມື່ອວັນພຸດ ທີ 27 ພຶດສະພາ ວ່າ ກະຊວງກະສິກຳຂອງອິນເດຍ ລາຍງານວ່າ ພື້ນທີ່ທາງພາກຕາເວັນຕົກ ແລະ ບາງສ່ວນໃນເຂດພາກກາງຂອງປະເທດ ຜະເຊີນກັບ "ໄພຄຸກຄາມ" ຈາກຝູງຕັກກະແຕນທະເລຊາຍດົນຫຼາຍເດືອນແລ້ວ ໂດຍລັດຄຸຊະຣາດ, ລັດມັດທະຍະປະເທດ...

ຫົວເຫວີຍ ເປີດສະຖາບັນການສຶກສາ “ ASEAN Academy ” ແຫ່ງອາຊີປາຊີຟິກ ເສີມສ້າງຄວາມສາມາດບຸກຄະລາກອນດ້ານດິຈິຕອລ

ວັນທີ 21 ພຶດສະພາ 2020 ຫົວເຫວີຍ ເປີດສະຖາບັນການສຶກສາ Huawei ASEAN Academy ແຫ່ງທໍາອິດຂອງພາກພື້ນອາຊີປາຊີຟິກໃນປະເທດມາເລເຊຍ ໂດຍຕັ້ງເປົ້າໃຫ້ເປັນສູນກາງຫຼັກສູດການຝຶກອົບຮົມຊ່ວຍສົ່ງເສີມຄວາມສາມາດດ້ານດິຈິຕອລໃນລະດັບພາກພື້ນ. ສຳລັບຄວາມມຸ່ງໝັ້ນໃນຄັ້ງນີ້ ຫົວເຫວີຍ ຕັ້ງເປົ້າຝຶກອົບຮົມບຸກຄະລາກອນໃຫ້ໄດ້ 50 ພັນຄົນ ພາຍໃນເວລາ 5 ປີຂ້າງໜ້າ. ໃນນີ້, ສູນຝຶກອົບຮົມດັ່ງກ່າວໄດ້ເປີດຫຼັກສູດອົບຮົມດ້ານເຕັກໂນໂລຊີຂໍ້ມູນ - ຂ່າວສານ ແລະ ການສື່ສານ...

ເຊີນຊວນເຂົ້າຮ່ວມ ງານຕະຫຼາດນັດກະສິກຳສະອາດ ແລະ ຈຳໜ່າຍເບ້ຍໄມ້ 2020

ໃຜທີ່ສົນໃຈ ຫຼື ມັກກ່ຽວກັບພືດພັນກະສິກໍາບໍ່ຄວນພາດງານນີ້ ເພາະຈະມີຜົນລະປູກ ພ້ອມເບ້ຍໄມ້ນາໆຊະນິດ ມາວາງຂາຍໃຫ້ທຸກທ່ານໄດ້ເລືອກຊື້ຈັບຈ່າຍຕາມໃຈມັກ ໃນງານຕະຫຼາດນັດ ກະສິກຳສະອາດ ແລະ ຈຳໜ່າຍເບ້ຍໄມ້ ປະຈຳປີ 2020 ທີ່ຈະດໍາເນີນໄປເປັນເວລາ 8 ວັນ ໂດຍເລີ່ມມື້ນີ້ຈົນເຖິງ 4 ມິຖຸນາ 2020. ພິທີເປີດງານຕະຫຼາດນັດ ກະສິກຳສະອາດ ແລະ ຈຳໜ່າຍເບ້ຍໄມ້ ປະຈຳປີ 2020...

ການຄ້າ ທຳລາຍຖິ້ມຢາສູບ ແລະ ເຄື່ອງໃນສັດ ນຳເຂົ້າບໍ່ຖືກຕ້ອງມູນຄ່າ 100 ກວ່າລ້ານກີບ

ໃນວັນທີ 26 ພຶດສະພາ 2020 ທີ່ຄ້າຍກອງພັນໃຫຍ່ 497, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ (ອຄ.ນວ) ໄດ້ຈັດພິທີທຳລາຍຢາສູບ ແລະ ເຄື່ອງໃນສັດທີ່ນຳເຂົ້າບໍ່ຖືກຕ້ອງ ໂດຍການເຂົ້າຮ່ວມຂອງ ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກ ອຄ.ນວ, ມີຕາງໜ້າກົມການຄ້າພາຍໃນ, ພະແນກສາທາລະນະສຸກ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ...

ຂ່າວດີ ມື້ທີ 44! ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຍອດຜູ້ຕິດເຊື້ອຍັງຄົງທີ່ 19 ຄົນ

ຫຼັງພົບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ເປັນກໍລະນີທໍາອິດ ໃນໄລຍະເດືອນ ມີນາເປັນຕົ້ນມາ ລັດຖະບານກໍ່ໄດ້ສຸມໃສ່ທຸກມາດຕະການເພື່ອສະກັດກັ້ນບໍ່ໃຫ້ແຜ່ລາມກ້ວາງອອກ ແລະ ຫຼັງຈາກນັ້ນບໍ່ດົນກໍ່ໄດ້ຮັບຂ່າວດີຢ່າງລຽນຕິດ ວ່າລາວເຮົາບໍ່ພົບຜູ້ຕິດເຊື້ອພະຍາດດັ່ງກ່າວເພີ່ມ ເຊິ່ງມາຮອດວັນທີ 26 ພຶດສະພາ 2020 ນັບເປັນເວລາ  44 ມື້ແລ້ວ. ເຮັດໃຫ້ຍອດຜູ້ຕິດເຊື້ອສະສົມທັງໝົດຢູ່ທີ່ 19 ຄົນ ໃນນັ້ນ ປິ່ນປົວຫາຍດີແລ້ວ 14ຄົນ...
- Advertisment -
Slide
Slide

Most Read

error: Content is protected !!