ກຽມຮັບມື! ອຸຕຸເຕືອນ ອາທິດນີ້ອາກາດຈະກັບມາຮ້ອນຫຼາຍ ອຸນຫະພູມສູງເຖິງ 40ອົງສາ

154

ໄດ້ສໍາຜັດກັບອາກາດດີ ຫຼື ເອີ້ນວ່າບໍ່ຮ້ອນຫຼາຍຍ້ອນມີຝົນຕົກ, ຟ້າລົມໄດ້ພຽງບໍ່ເທົ່າໃດມື້, ຫຼ້າສຸດ ກົມອຸຕຸນິຍົມ ແລະ ອຸທົກກະສາດອອກມາເຕືອນວ່າອາທິດທຸກຄົນຕ້ອງປະເຊີນກັບສະພາບອາກາດທີ່ຮ້ອນເອົ້າ ໂດຍອຸນຫະພູມຈະສູງເຖິງ 40ອົງສາ, ສະນັ້ນ ເຕືອນທຸກຄົນກຽມຮັບມືໃຫ້ດີ.

ອີງຕາມບົດລາຍງານ ສະພາບອາກາດ ຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະບັບເລກທີ 0587/ກອຕທ, ນະຄອນຫຼວງວຽງຈັນ, ວັນທີ 25 ພຶດສະພາ 2020 ຄາດຄະເນສະພາບອາກາດໃນໄລຍະວັນທີ 25 ຫາ 31 ພຶດສະພາ 2020 ວ່າ: ໃນໄລຍະວັນທີ 25 ຫາ 27 ພຶດສະພານີ້ ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນເອົ້າຍັງຈະມີກຳລັງປານກາງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ຈະເພີ່ມກຳລັງແຮງຂຶ້ນພັດປົກຄຸມພາກກາງ ແລະ ພາກໃຕ້ເປັນສ່ວນໃຫ່ຍ ຊຶ່ງຈະເຮັດໃຫ້ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານ ຕາເວັນຕົກລົງຫາພາກກາງ ແລະ ພາກໃຕ້.

ຈາກນັ້ນວັນທີ 28 ຫາ 31 ພຶດສະພາ 2020 ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນເຂົ້າຈະເພີ່ມກຳລັງແຮງຂຶ້ນປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ຊຶ່ງຈະເຮັດໃຫ້ອາກາດຮ້ອນເອົ້າຂຶ້ນຕື່ມ ແລະ ຍັງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.