ຂ່າວດີມື້ນີ້! ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຫຼັງຜົນກວດ 69ຕົວຢ່າງ ໃນວັນທີ 20 ພຶດສະພາ ລ້ວນເປັນລົບ

116

ນັບເປັນຂ່າວດີມື້ທີ 39 ແລ້ວ ທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ເຮັດໃຫ້ຍອດລວມຍັງຄົງທີ່ 19 ກໍລະນີ ຂະນະດຽວກັນກໍ່ປິ່ນປົວຫາຍດີອອກໂຮງໝໍແລ້ວ 14ຄົນ ແລະ ຍັງສືບຕໍ່ຕິດຕາມອາການຢູ່ໂຮງໝໍອີກ 5ຄົນ, ໃນນັ້ນໄດ້ເກັບຕົວຢ່າງ 2 ໃນ 5ຄົນມາກວດຫາເຊື້ອຄືນ ແຕ່ພົບວ່າຜົນຍັງເປັນບວກ ດັ່ງນັ້ນ ຈຶ່ງຕ້ອງຕິດຕາມອາການຢູ່ໂຮງໝໍຕໍ່.

ໃນວັນທີ 21 ພຶດສະພາ 2020 ທີ່ກະຊວງສາທາລະນະສຸກ, ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍການຖະແຫຼງຂອງ ທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ພ້ອມດ້ວຍຄະນະ​ ແລະ ມີສື່ມວນຊົນຈາກຫຼາຍພາກສ່ວນເຂົ້າຮ່ວມ.

ທ່ານ ຮສ.ດຣ ພູທອນ ເມືອງປາກ ໃຫ້ຮູ້ວ່າ: ໃນວັນທີ 20 ພຶດສະພາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 69 ຄົນ, ໃນນັ້ນ ມີກໍລະນີສົງໄສ 7 ຄົນ, ແຮງງານລາວທີ່ກັບມາແຕ່ໄທ 60 ຄົນ, ຜູ້ຕິດເຊື້ອນອນປິ່ນປົວຢູ່ໂຮງໝໍມິດຕະພາບ 02 ຄົນ. ເຊິ່ງຜົນກວດກໍລະນີສົງໄສ ແລະ ແຮງງານລາວມື້ວານນີ້ ບໍ່ພົບເຊື້ອ, ໝາຍຄວາມວ່າໃນວັນທີ 20 ພຶດສະພາ 2020 ບໍ່ມີຜູ້ຕິດເຊື້ອໃໝ່. ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 20 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 4.812 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (39 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).

ສ່ວນການກວດວິເຄາະຫາເຊື້ອຄືນຜູ້ຕິດເຊື້ອໂຄວິດ-19​ ທີ່ນອນປິ່ນປົວຢູ່ໂຮງໝໍມິດຕະພາບ 2 ຄົນ ແມ່ນຜົນຍັງເປັນບວກ ແລະ ຈະສືບຕໍ່ຕິດຕາມອາກາດຕໍ່ໄປ.​ ສະນັ້ນ,​ມາຮອດປັດຈຸບັນນີ້ ຜູ້ຕິດເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ ຍອດຜູ້ຕິດເຊື້ອສະສົມລວມມີ 19 ຄົນ ປິ່ນປົວຫາຍດີອອກໂຮງໝໍແລ້ວ 14 ຄົນ ແລະ ກຳລັງປິ່ນປົວຢູ່ໂຮງໝໍມິດຕະພາບ 5 ຄົນ ແລະ ອາການຂອງຄົນເຈັບທັງໝົດເຫັນວ່າມີອາການປົກກະຕິ.