ເຢຍລະມັນ ກຽມໃຊ້ງົບກວ່າ 80 ພັນຕື້ກີບ ຊ່ວຍເຫຼືອສາຍການບິນແຫ່ງຊາດ

91

ລັດຖະບານເຢຍລະມັນ ແລະ ລຸຟຮັນຊາ ກຳລັງຫາລືຂັ້ນທ້າຍ ກ່ຽວກັບແຜນຊ່ວຍເຫຼືອທຸລະກິດຂອງສາຍການບິນແຫ່ງຊາດ ທີ່ຕ້ອງໃຊ້ງົບປະມານຟື້ນຟູ ກວ່າ 80 ພັນຕື້ກີບ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງເບີລິນ ປະເທດເຢຍລະມັນ ເມື່ອວັນພະຫັດ ທີ 21 ພຶດສະພາ ວ່າ ລຸຟຮັນຊາ ຖະແຫຼງການ ເມື່ອວັນພຸດ ວ່າ ກຳລັງຢູ່ລະຫວ່າງ “ການຫາລືຂັ້ນສຸດທ້າຍ” ກັບລັດຖະບານເຢຍລະມັນ ກ່ຽວກັບມາດຕະການ “ສ້າງສະຖຽນລະພາບ” ເຊິ່ງຕ້ອງໃຊ້ງົບປະມານ 9 ຕື້ເອີໂຣ (ປະມານ 88,6 ພັນຕື້ກີບ) ຈາກຈຳນວນດັ່ງກ່າວ ຢ່າງໜ້ອຍ 3 ຕື້ເອີໂຣ (ປະມານ 29,5 ພັນຕື້ກີບ) ຈະຂໍຄວາມຊ່ວຍເຫຼືອໃນຮູບແບບເງິນກູ້ຈາກທະນາຄານເພື່ອການຟື້ນຟູ (KFW) ເຊິ່ງເປັນສະຖາບັນການເງິນທີ່ເປັນລັດວິສາຫະກິດ.

ในภาพอาจจะมี เครื่องบิน และสถานที่กลางแจ้ง

ຂະນະທີ່ໜັງສືພິມທຸລະກິດ ” Handelsblatt ” ລາຍງານຕື່ມວ່າ ໂຄງການຊ່ວຍເຫຼືອສາຍການບິນແຫ່ງຊາດ “ລຸຟຮັນຊາ” ແບ່ງອອກເປັນ 3 ຂັ້ນ ໂດຍນອກຈາກເງິນຊ່ວຍເຫຼືອແລ້ວ ລັດຖະບານເຢຍລະມັນຈະເປັນຜູ້ຖືຮຸ້ນຂອງສາຍການບິນສັດສ່ວນ 25% ແລະ ລັດຖະບານມີໂຄຕາ ຢ່າງໜ້ອຍ 2 ບ່ອນນັ່ງໃນຄະນະບໍລິຫານ “ແຕ່ຈະບໍ່ແມ່ນບຸກຄົນທີ່ມາຈາກລັດຖະບານ ແລະ ນັກການເມືອງ” ໂດຍເມື່ອໃດກໍ່ຕາມທີ່ຄະນະລັດຖະມົນຕີຂອງນາຍົກລັດຖະມົນຕີທ່ານນາງອັງເກລາ ແມເຄິລ ອະນຸມັດແຜນການດັ່ງກ່າວ ສາຍການບິນລຸຟຮັນຊາຕ້ອງຮັບຮອງແຜນການດຽວກັນພາຍໃນ 48 ຊົ່ວໂມງ.