Monthly Archives: May, 2020

ຜົນກະທົບຈາກພາຍຸໄຊໂຄຼນອຳພັນ ອິນເດຍ-ບັງກລາເທດ ເສຍຊີວິດ 14 ຄົນ

ປະເທດອິນເດຍ ແລະ ບັງກລາເທດລາຍງານ ມີຜູ້ເສຍຊີວິດລວມກັນຢ່າງໜ້ອຍ 14 ຄົນ ຈາກອິດທິພົນຮ້າຍແຮງຂອງຊຸບເປີໄຊໂຄຼນ “ອຳພັນ” ຫົວທຳອິດ ໃນຮອບ 21 ປີ ເຊິ່ງກໍ່ໂຕຂຶ້ນໃນມະຫາສະໝຸດ ອິນເດຍ. ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງນິວເດລີ ເມື່ອວັນພະຫັດ ທີ 21 ພຶດສະພາ ວ່າ ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດອິນເດຍ ລາຍງານວ່າ ພາຍຸໄຊໂຄຼນອຳພັນ ເຊິ່ງມີຄວາມໄວລົມສູງສຸດໃກ້ສູນກາງ 190...

ສະໂມສອນ ດອກປີກໄກ່ ໄຊເງິນ ນາຖາວົງ ເປີດນໍາໃຊ້ບໍລິການແກ່ສັງຄົມຢ່າງເປັນທາງການ

ສະໂມສອນ ດອກປີກໄກ່ ໄຊເງິນ ນາຖາວົງ ຈັດກິດຈະກຳແຂ່ງຂັນກີລາດອກປີກໄກ່ ມິດຕະພາບ ໃນກຸ່ມສະມາຄົມທຸລະກິດຊາວຊຽງຂວາງ ເພື່ອສ້າງຂະບວນການສະເຫຼີມສະຫຼອງເປີດນໍາໃຊ້ສະໂມສອນດັ່ງກ່າວ ເພື່ອຮັບໃຊ້ສັງຄົມ ຢ່າງເປັນທາງການ ຫຼັງພັກຊົວຄາວໃນໄລຍະການແຜ່ລະບາດຂອງ ໂຄວິດ-19 ແລະ ອີກດ້ານໜຶ່ງກໍຍັງເປັນການຫ້າງຫາກະກຽມຄວາມພ້ອມສະຖານທີ່ແຫ່ງນີ້ ໃຫ້ມີຄວາມພ້ອມຮອບດ້ານ ແນໃສ່ກຽມເປັນເຈົ້າພາບ ຈັດແຂ່ງຂັນກິລາດອກປີກໄກ່ ລະດັບຊາດ ໃນຕໍ່ໜ້ານີ້. ການແຂ່ງຂັນກີລາດອກປີກໄກ່ ມິດຕະພາບ ໃນກຸ່ມສະມາຄົມທຸລະກິດຊາວຊຽງຂວາງຄັ້ງນີ້ ໄດ້ມີຂຶ້ນ ເມື່ອວັນທີ 18...

ຫົວເຫວີຍ ເຕັກໂນໂລຊີ ( ລາວ ) ມອບລະບົບວິດີໂອການປະຊຸມທາງໄກໃຫ້ແກ່ກະຊວງການຕ່າງປະເທດ

ວັນທີ 19 ພຶດສະພາ ປີ 2020 ທີ່ກະຊວງການຕ່າງປະເທດ ບໍລິສັດ ຫົວເຫວີຍ ເຕັກໂນໂລຊີ ( ລາວ ) ຈໍາກັດຜູ້ດຽວ ຕາງໜ້າໂດຍ ທ່ານ ຫູ ເຫວີຍຫົວ ປະທານ ບໍລິສັດ ຫົວເຫວີຍ ປະຈຳລາວ ໄດ້ປະກອບສ່ວນລະບົບວິດີໂອການປະຊຸມທາງໄກໃຫ້ແກ່ກະຊວງການຕ່າງປະເທດ ເພື່ອສະໜັບສະໜູນໃນການຈັດກອງປະຊຸມທີ່ສໍາຄັນໃນແຕ່ລະວຽກງານຕ່າງໆ ແລະ...

ຕິດເຊືອໂຄວິດ-19 ມື້ດຽວຫຼາຍກວ່າ 1 ແສນຄົນທົ່ວໂລກ ລາຍງານສະຖິຕິຈາກອະນາໄມໂລກ

ອົງການອະນາໄມໂລກ ຢືນຢັນປະຊາຊົນທົ່ວໂລກລົ້ມປ່ວຍຈາກໂຄວິດ-19 ກວ່ 1 ແສນຄົນ ພາຍໃນມື້ດຽວ ເປັນສະຖິຕິຕິດເຊື້ອປະຈຳວັນສູງສຸດ ແລະ ເຕືອນເຖິງ "ອັນຕະລາຍ" ຈາກການນຳໃຊ້ຢາໄຮດຣອກຊີຄຼໍໂຣຄວິນ. ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງເຈນີວາ ປະເທດສະວິດເຊີແລນ ເມື່ອວັນທີ 21 ພຶດສະພາ ວ່າ ທ່ານດຣ.ເທດຣອສ ແອັດນາຮອມ ເກເບຣເຍຊຸສ ຜູ້ອຳນວຍການອົງການອະນາໄມໂລກ (WHO) ຖະແຫຼງການເມື່ອວັນພຸດ ວ່າ ສະຖິຕິຂອງອົງການອະນາໄມໂລກທີ່ບັນທຶກ...

ຂ່າວດີ! ໃນໄລຍະ 3ເດືອນນີ້ ຜູ້ຊົມໃຊ້ນໍ້າປະປາປະເພດຄົວເຮືອນຈະໄດ້ຮັບການຫຼຸດລາຄາ 5%

ນັບວ່າເປັນຂ່າວດີທີ່ສ້າງຄວາມດີໃຈໃຫ້ກັບປະຊາຊົນຈໍານວນບໍ່ໜ້ອຍ ຫຼັງລັດວິສາຫະກິດນໍ້າປະປາ ນະຄອນຫຼວງວຽງຈັນ ອອກຂໍ້ຕົກລົງຈະມີນະໂຍບາຍຫຼຸດລາຄາຊົມໃຊ້ນໍ້າປະປາ 5% ໃຫ້ແກ່ລູກຄ້າປະເພດ I (ຄົວເຮືອນ) ໃນໄລຍະ 3ເດືອນ ແຕ່ພຶດສະພາ ຫາ ກໍລະກົດ 2020. ອີງຕາມຂໍ້ຕົກລົງຂອງຜູ້ອໍານວຍການ ລັດວິສາຫະກິດນໍ້າປະປານະຄອນຫຼວງ ວ່າດ້ວຍການຫຼຸດລາຄາໃນການຊົມໃຊ້ນໍ້າປະປາ 5% ໃຫ້ສະເພາະລູກຄ້າປະເພດ I (ປະເພດຄົວເຮືອນ) ໃນໄລຍະເດືອນພຶດສະພາ ຫາ ກໍລະກົດ 2020...

ສ່ວຍສາອາກອນ ແຂວງສາລະວັນ ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 110 ຕື້ກີບ

ປີ 2019 ຜ່ານມາ ສ່ວຍສາອາກອນປະຈໍາແຂວງສາລະວັນ ສາມາດປະຕິບັດລາຍຮັບໄດ້ທັງໝົດ 93,16 ຕື້ກວ່າກີບ ເທົ່າກັບ 92,74%. ສ່ວນປີ 2020 ໄດ້ຮັບຕົວເລກແຜນການທັງໝົດ 110 ຕື້ກີບ, ໃນນັ້ນ, ອາກອນປົກກະຕິ 85 ຕື້ ກວ່າກີບ. ທ່ານ ພອນປະເສີດ ລາຊາໂພ ຫົວໜ້າສ່ວຍສາອາກອນປະຈໍາແຂວງສາລະວັນ ໃຫ້ສຳພາດວ່າ: ສ່ວຍສາອາກອນປະຈຳແຂວງ...

ວຽງຈັນເຊັນເຕີ ເອົາໃຈໃສ່ຊ່ວຍເຫຼືອດ້ານການຕະຫຼາດແກ່ບັນດາຫ້າງຮ້ານ

ການລະບາດຂອງພະຍາດໂຄວິດ - 19 ໄດ້ເຮັດໃຫ້ມີບາງຮ້ານຂາຍເຄື່ອງໃນສູນການຄ້າວຽງຈັນເຊັນເຕີ ໄດ້ປິດກິດຈະການຊົ່ວຄາວ ແລະ ໄດ້ສ້າງ ຄວາມເສຍຫາຍແກ່ເຈົ້າຂອງຮ້ານໃນລະດັບໜຶ່ງ ແຕ່ເພື່ອປະຕິບັດຕາມນະໂຍບາຍຂອງລັດຖະບານຕໍ່ຜູ້ປະກອບການ ແລະ ບັນດາຫ້າງຮ້ານໃນສູນການຄ້າ ວຽງຈັນເຊັນເຕີ ຄະນະບໍລິຫານ ໄດ້ເອົາໃຈໃສ່ຊ່ວຍເຫຼືອຮ້ານຄ້າຕ່າງໆໃນການຄ້າຂາຍ ໂດຍສະເພາະແມ່ນຊ່ວຍໂຄສະນາຂາຍສິນຄ້າອອນລາຍຜ່ານທາງເພຈ໌ຂອງສູນການຄ້າ ແລະ ໄດ້ມີນະໂຍບາຍພິເສດສຳລັບລູກຄ້າທີ່ມາຊື້ເຄື່ອງ. ທ່ານ ນາງ ນວນສີ ມະຫັດທະນະວິໂຣດ ຮອງອຳນວຍການສູນການຄ້າ ວຽງຈັນເຊັນເຕີ ໃຫ້ສຳພາດວ່າ: ຫຼັງຈາກທີ່ປິດສູນການຄ້າໃນໄລຍະການລະບາດຂອງພະຍາດໂຄວິດ...

ຕັດຫຍິບກະທົບໜັກຍອດສັ່ງຕົກ ແຮງງານເຮັດວຽກຫຼຸດລົງ

ອຸດສາຫະກຳຕັດຫຍິບລາວ ໄດ້ຮັບຜົນກະທົບໜັກຈາກການລະບາດຂອງໂຄ ວິດ - 19 ເນື່ອງຈາກຍອດສັ່ງເຄື່ອງຈາກຕ່າງປະເທດຫຼຸດລົງ ປັດຈຸບັນແຮງງານທີ່ກັບເຂົ້າສູ່ວຽກການຜະລິດ ມີ 4 ພັນຄົນ ຈາກທີ່ມີ 26 ພັນກວ່າຄົນ. ທ່ານ ໄຊບັນດິດ ຣາຊະພົນ ປະທານສະມາຄົມຕັດຫຍິບລາວ ໄດ້ກ່າວວ່າ: ປັດຈຸບັນເຮົາມີໂຮງງານຕັດຫຍິບ ປະມານ 80 ກວ່າຫົວໜ່ວຍ ທີ່ເປັນສະມາຊິກຂອງສະມາຄົມ. ໃນນັ້ນ, ຜະລິດສົ່ງອອກ...

ໃຊ້ຊີວິດປົກກະຕິແບບໃໝ່ທີ່ປອດໄພ ວິທີຊ່ວຍໃຫ້ພໍ່ແມ່ປະຊາຊົນປອດໄພຈາກ ໂຄວິດ-19

ເພື່ອປ້ອງກັນບໍ່ໃຫ້ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ປະເທດລາວເຮົາ ແລະ ບັນດາປະເທດໃນທົ່ວໂລກ ກັບຄືນມາລະບາດເປັນຮອບທີ 2 ພວກເຮົາຄວນຫັນປ່ຽນວິທີການດຳລົງຊີວິດໃໝ່ ເຊິ່ງອົງການອະນາໄມໂລກ ກໍ່ໄດ້ແນະນຳວິທີທີ່ຈະຊ່ວຍພໍ່ແມ່ປະຊາຊົນເອງມີຄວາມປອດໄພຈາກໂຄວິດ-19 ໂດຍພາຍໃຕ້ຄຳວ່າ:new normal “ໃຊ້ຊີວິດປົກກະຕິແບບໃໝ່ທີ່ປອດໄພ”. ອົງການອະນາໄມໂລກ ຮ່ວມກັບ ສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ໄດ້ຮ່ວມກັນຈັດກອງປະຊຸມເພື່ອເຜີຍແຜ່ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ແລະ ທ່າອ່ຽງຂອງພະຍາດ ດັ່ງກ່າວໃນອະນາຄົດ ຂຶ້ນໃນຕອນເຊົ້າຂອງວັນທີ 20 ພຶດສະພາ...

ຕາໜອຍ ສາວງາມຜູ້ຮັກໃນສິ່ງແວດລ້ອມ ຫວັງໃຫ້ເຮົາມີທຳມະຊາດທີ່ດີ

ມື້ນີ້ພາມາຮູ້ຈັກສາວງາມອີກຄົນ ໃນກອງປະກວດນາງສາວນະຄອນຫຼວງ 2020 ຕາໜອຍ ພູມະລິນ ສຸລິບຸດ, ອາຍຸ 22 ປີ ປັດຈຸບັນ ສືກສາຢູ່ມະຫາວິທະຍາໄລແຫ່ງຊາດ ຄະນະວິທະຍາສາດສິ່ງແວດລ້ອມ ສາຂາ ການຈັດການສິ່ງແວດລ້ອມ, ຕາໜອຍບອກວ່າ ທີ່ຜ່ານມາເຄີຍປະກວດ ນາງສາວຕາດຫ້ວຍສ້ານ, ປີນີ້ປະກວດນາງສາວນະຄອນຫຼວງ 2020 ໝາຍເລກ MVT12 ສາວງາມທີ່ມີຄວາມສາມາດພິເສດ, ຫຼີ້ນກິລາເທັກຄອນໂດ, ຟ້ອນ,...
- Advertisment -
Slide
Slide

Most Read

error: Content is protected !!