ວຽງຈັນເຊັນເຕີ ເອົາໃຈໃສ່ຊ່ວຍເຫຼືອດ້ານການຕະຫຼາດແກ່ບັນດາຫ້າງຮ້ານ

261

ການລະບາດຂອງພະຍາດໂຄວິດ – 19 ໄດ້ເຮັດໃຫ້ມີບາງຮ້ານຂາຍເຄື່ອງໃນສູນການຄ້າວຽງຈັນເຊັນເຕີ ໄດ້ປິດກິດຈະການຊົ່ວຄາວ ແລະ ໄດ້ສ້າງ ຄວາມເສຍຫາຍແກ່ເຈົ້າຂອງຮ້ານໃນລະດັບໜຶ່ງ ແຕ່ເພື່ອປະຕິບັດຕາມນະໂຍບາຍຂອງລັດຖະບານຕໍ່ຜູ້ປະກອບການ ແລະ ບັນດາຫ້າງຮ້ານໃນສູນການຄ້າ ວຽງຈັນເຊັນເຕີ ຄະນະບໍລິຫານ ໄດ້ເອົາໃຈໃສ່ຊ່ວຍເຫຼືອຮ້ານຄ້າຕ່າງໆໃນການຄ້າຂາຍ ໂດຍສະເພາະແມ່ນຊ່ວຍໂຄສະນາຂາຍສິນຄ້າອອນລາຍຜ່ານທາງເພຈ໌ຂອງສູນການຄ້າ ແລະ ໄດ້ມີນະໂຍບາຍພິເສດສຳລັບລູກຄ້າທີ່ມາຊື້ເຄື່ອງ.

ທ່ານ ນາງ ນວນສີ ມະຫັດທະນະວິໂຣດ ຮອງອຳນວຍການສູນການຄ້າ ວຽງຈັນເຊັນເຕີ ໃຫ້ສຳພາດວ່າ: ຫຼັງຈາກທີ່ປິດສູນການຄ້າໃນໄລຍະການລະບາດຂອງພະຍາດໂຄວິດ – 19, ສູນການຄ້າວຽງຈັນເຊັນເຕີ ກໍໄດ້ເປີດກິດຈະການຄືນໃນວັນທີ 4 ພຶດສະພາ 2020 ແລະ ເຫັນວ່າການຕອບຮັບຂອງລູກຄ້າດີໃນລະດັບໜຶ່ງ ຖ້າທຽບໃສ່ໄລຍະກ່ອນປິດ ແຕ່ກຸ່ມລູກຄ້າຍັງບໍ່ສາມາດກັບມາໄດ້ທັງໝົດ ເນື່ອງຈາກວ່າມີຫຼາຍຄົນຍັງກັງວົນ. ສະນັ້ນ, ສູນການຄ້າໄດ້ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໂດຍໄດ້ປິດບັນດາປະຕູເຂົ້າ – ອອກທີ່ບໍ່ຈຳເປັນ ແລະ ຕັ້ງຈຸດກວດວັດແທກອຸນຫະພູມ ລວມເຖິງສະໜອງເຈວລ້າງມືຢ່າງຄົບຖ້ວນ ເພື່ອ ຄວາມປອດໄພຂອງພະນັກງານ ແລະ ລູກຄ້າທີ່ມາໃຊ້ບໍລິການ ລວມເຖິງສ້າງຄວາມເຊື່ອໝັ້ນແກ່ລູກຄ້າ. ໃນໄລຍະທີ່ປິດກິດຈະການຊົ່ວຄາວ, ສູນການຄ້າກໍໄດ້ຮັບຜົນກະທົບຫຼາຍພໍສົມຄວນ ເໝືອນບັນດາຫົວໜ່ວຍທຸລະກິດອື່ນໆ.

ເຖິງຢ່າງໃດກໍຕາມ, ມາຮອດປັດຈຸບັນ ສູນການຄ້າຍັງບໍ່ສາມາດເປີດກິດຈະການຕ່າງໆໄດ້ຢ່າງເຕັມທີ່ ໂດຍເປີດພຽງ 80% ເທົ່ານັ້ນ, ເນື່ອງຈາກມີຫຼາຍເຈົ້າຂອງຮ້ານຍັງບໍ່ສາມາດກັບມາ ລວມເຖິງຍັງບໍ່ສາມາດເປີດຮູບເງົາ ແລະ ສູນບັນເທີງຕ່າງໆ. ນອກນັ້ນ, ຍັງໄດ້ເພີ່ມຊ່ອງທາງການຂາຍອາຫານ ສົ່ງເຖິງທີ່ໃຫ້ແກ່ລູກຄ້າພາຍໃນອາຄານຫ້ອງການຂອງສູນ ເພື່ອເພີ່ມຍອດຂາຍໃຫ້ຜູ້ປະກອບການພາຍໃນສູນການຄ້າ.

ທ່ານ ອະພິຊາດ ສະວັດມົງຄົນ ຜູ້ຊ່ວຍອຳນວຍການສູນການຄ້າວຽງຈັນເຊັນເຕີ ໃຫ້ສຳພາດວ່າ: ເພື່ອເປັນການຊ່ວຍເຫຼືອບັນດາຫ້າງຮ້ານໃນສູນການຄ້າ ແລະ ລູກຄ້າທີ່ມາໃຊ້ບໍລິການໃນສູນການຄ້າ. ຝ່າຍການຕະຫຼາດໄດ້ມີການວາງແຜນ ເພື່ອສ້າງເງື່ອນໄຂແກ່ບັນດາຮ້ານຕ່າງໆ ໂດຍຈັດກິດຈະກໍາເພື່ອສົ່ງເສີມການຂາຍ ໂດຍຈັດການວາງສະແດງສິນຄ້າໃນຊັ້ນໜຶ່ງ ພ້ອມທັງມີໂປຣໂມຊັນຫຼຸດລາຄາພິເສດ. ລວມເຖິງຊ່ວຍເຫຼືອບັນດາຮ້ານຄ້າຕ່າງໆໃນການຂາຍເຄື່ອງອອນລາຍຜ່ານເພຈ໌ຂອງສູນການຄ້າ ທຸກວັນ ຕັ້ງແຕ່ເວລາ 15:00 ໂມງ ຫາ 17:00 ໂມງ ເພື່ອໃຫ້ບັນດາຮ້ານຄ້າສາມາດຂະຫຍາຍຊ່ອງທາງໃນການຂາຍໃຫ້ຫຼາຍຂຶ້ນ ແລະ ສາມາດຕິດຕາມຮັບຊົມສິນຄ້າໂປຣໂມຊັນພິເສດໄດ້ທາງເພຈ໌ Vientiane center online shopping.

ໄລຍະທີ່ລັດຖະບານໄດ້ປິດປະເທດ ແລະ ປິດບັນດາກິດຈະການຕ່າງໆ, ສູນການຄ້າກໍໄດ້ເອົາໃຈໃສ່ຊ່ວຍບັນດາຫ້າງຮ້ານຕ່າງໆ ໂດຍສະເພາະແມ່ນບັນດາຮ້ານອາຫານ, ຮ້ານຂາຍເຄື່ອງນຸ່ງຫົ່ມ, ຮ້ານຂາຍເຄື່ອງທົ່ວໄປທີ່ສາມາດສົ່ງທາງອອນລາຍໄດ້ ເຊິ່ງເຮັດໃຫ້ມີຫຼາຍຮ້ານມີລາຍຮັບດີພໍສົມຄວນ. ນອກນັ້ນ, ເພື່ອຕອບແທນລູກຄ້າທີ່ມາໃຊ້ບໍລິການໃນລະ ຫວ່າງ ວັນທີ 4 ພຶດສະພາ ຫາ 5 ກໍລະກົດ 2020 ສູນການຄ້າວຽງຈັນເຊັນເຕີ ຍັງມີໂປຣໂມຊັນພິເສດ ຫຼຸດສູງສຸດເຖິງ 50% ແລະ ລູກຄ້າທີ່ມາຊື້ເຄື່ອງມູນຄ່າຫຼາຍກວ່າ 3 ແສນກີບຂຶ້ນໄປ ຈະໄດ້ຮັບຄູ່ປ໋ອງ 1 ໃບ ເພື່ອລຸ້ນຮັບຂອງລາງວັນຫຼາກຫຼາຍ ທີ່ມີມູນຄ່າຫຼາຍກວ່າ 280 ລ້ານກີບ ເຊັ່ນ: ເຄື່ອງປະດັບເພັດ, ລົດຈັກ ແລະ ອື່ນໆ. ໂດຍສະເພາະ 5 ວັນສຸດທ້າຍ ຍັງມີການຫຼຸດລາຄາພິເສດ, ໃນວັນທີ 1 – 5 ກໍລະກົດ ໂປຣໂມຊັນຫຼຸດສູງສຸດເຖິງ 80% ເພື່ອຕ້ອນຮັບວັນສະເຫຼີມສະຫຼອງສູນການຄ້າ ວຽງຈັນເຊັນເຕີ ຄົບຮອບ 5 ປີ ແລະ ຈະມີການຈັບລາງວັນຜູ້ໂຊກດີ ໃນວັນທີ 7/7/2020 ເຊີນຊວນ “ ຜູ້ມາໃຊ້ບໍລິການສູນການຄ້າວຽງຈັນເຊັນເຕີ ຮ່ວມລຸ້ນໂຊກໃຫຍ່ໄດ້ຈົນເຖິງວັນທີ 5/7/2020 ”.

[ ຂ່າວ: ກາວຊົ່ງ;  ຮູບ: ສອນໄຊ ]