ຜົນກະທົບຈາກພາຍຸໄຊໂຄຼນອຳພັນ ອິນເດຍ-ບັງກລາເທດ ເສຍຊີວິດ 14 ຄົນ

112

ປະເທດອິນເດຍ ແລະ ບັງກລາເທດລາຍງານ ມີຜູ້ເສຍຊີວິດລວມກັນຢ່າງໜ້ອຍ 14 ຄົນ ຈາກອິດທິພົນຮ້າຍແຮງຂອງຊຸບເປີໄຊໂຄຼນ “ອຳພັນ” ຫົວທຳອິດ ໃນຮອບ 21 ປີ ເຊິ່ງກໍ່ໂຕຂຶ້ນໃນມະຫາສະໝຸດ ອິນເດຍ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງນິວເດລີ ເມື່ອວັນພະຫັດ ທີ 21 ພຶດສະພາ ວ່າ ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດອິນເດຍ ລາຍງານວ່າ ພາຍຸໄຊໂຄຼນອຳພັນ ເຊິ່ງມີຄວາມໄວລົມສູງສຸດໃກ້ສູນກາງ 190 ກິໂລແມັດຕໍ່ຊົ່ວໂມງ ທຽບເທົ່າກັບຄວາມຮຸນແຮງຂອງພາຍຸເຮີຣິເຄນ ລະດັບ 3 ຕາມມາດຕາວັດແທກພາຍຸ ຊັຟເຟີ-ຊິມສັນ ເຄື່ອນທີ່ຈາກອ່າວເບງກອລ ໃນມະຫາສະໝຸດອິນເດຍ ເຂົ້າສູ່ແຜ່ນດິນໃຫຍ່ລັດເບງກອລຕາເວັນຕົກ ເມື່ອແລງວັນພຸດ ຜ່ານມາຕາມເວລາທ້ອງຖິ່ນ.

ອິດທິພົນຂອງພາຍຸສົ່ງຜົນໃຫ້ເກີດລົມແຮງຝົນຟ້າຄະນອງເປັນວົງກວ້າງ ມີລາຍງານນໍ້າຖ້ວມກະທັນຫັນ ແລະ ດິນເຈື່ອນຫຼາຍພື້ນທີ່ ຂະນະທີ່ ຄາດການປະລິມານນຳຝົນສະສົມ ໃນຮອບ 24 ຊົ່ວໂມງ ອາດສູງເຖິງ 300 ມິນລີແມັດ ແລະ ມີຄຳເຕືອນຂອງຄື້ນພາຍຸພັດຂຶ້ນຝັ່ງ ເຊິ່ງອາດຈະເຮັດໃຫ້ນ້ຳທະເລໄຫຼເຂົ້າຖ້ວມພື້ນທີ່ຫ່າງຈາກຊາຍຝັ່ງ 25 ກິໂລແມັດ.

ທ່ານນາງມາມາດາ ບາເນີຈີ ເຈົ້າຄອງລັດເບງກອລຕາເວັນຕົກ ກ່າວວ່າ ໄດ້ຮັບລາຍງານວ່າມີຜູ້ເສຍຊີວິດໃນລັດແລ້ວ 10 ຄົນ ເຖິງວ່າໄດ້ອົບພະຍົບປະຊາຊົນແລ້ວ 5 ແສນຄົນ ແຕ່ການປະເມີນຄວາມເສຍຫາຍຍັງບໍ່ສາມາດດຳເນີນການໄດ້ ເນື້ອງຈາກພື້ນທີ່ປະສົບໄພຫຼາຍແຫ່ງມີນ້ຳຖ້ວມເລິກບໍ່ສາມາດເຂົ້າເຖິງໄດ້. ນອກຈາກນີ້, ທຸກຝ່າຍຍັງມີຄວາມກັງວົນວ່າ ຂອບເຂດຄວາມເສຍຫາຍຫຼວງຫຼາຍກວ່າການປະເມີນດ້ວຍສາຍຕາ ເພາະວ່າຂະນະດຽວກັນຍັງຕ້ອງຕໍ່ສູ້ກັບວິກິດການແຜ່ລະບາດໂຄວິດ-19 ດ້ວຍ.

ຂະນະທີ່ ປະເທດບັງກລາເທດ ລາຍງານ ຜູ້ເສຍຊີວິດຢ່າງໜ້ອຍ 4 ຄົນ, ອົບພະຍົບປະຊາຊົນແລ້ວ ປະມານ 2,4 ລ້ານຄົນ, ກຽມທີ່ພັກອາໄສຊົ່ວຄາວຫຼາຍກວ່າ 15 ພັນແຫ່ງ ພ້ອມທັງການເລັ່ງອົບພະຍົບຜູ້ລີ້ໄພຊາວໂຣຮິນຈາຈຳນວນໜຶ່ງອອກຈາກຄ້າຍ ໃນເມືອງຄັອກ ບາຊາ ເຊິ່ງເປັນພື້ນທີ່ຮາບລຸ່ມ ຂຶ້ນໄປຢູ່ບ່ອນສູງກ່ອນ ທ່າມກາງຄວາມກັງວົນກ່ຽວກັບການແຜ່ລະບາດໂຄວິດ-19 ເຊັ່ນກັນ ໂດຍມີການຢືນຢັນຜູ້ປ່ວຍໃນກຸ່ມຜູ້ລີ້ໄພຊາວໂຣຮິນຈາແລ້ວ 10 ຄົນ ແຕ່ທຸກຝ່າຍເຊື່ອວ່າ “ຍັງມີອີກຫຼາຍ”.

ສຳລັບພາຍຸໄຊໂຄຼນ ອຳພັນ ຖືວ່າເປັນພາຍຸຫົວທຳອິດໃນປີນີ້ ທີ່ກໍ່ໂຕຂຶ້ນໃນມະຫາສະໝຸດອິນເດຍ ແລະ ເປັນຊຸບເປີໄຊໂຄຼນ ຫົວທຳອິດໃນຮອບ 21 ປີ ຕໍ່ຈາກຊຸບເປີໄຊໂຄຼນ “ໂອຣິສາ” ເມື່ອທ້າຍເດືອນຕຸລາ ປີ 1999 ເຊິ່ງສ້າງຄວາມເສຍຫາຍໃຫ້ແກ່ອິນເດຍ, ບັງກລາເທດ, ມຽນມາ ແລະ ໄທ ເຮັດໃຫ້ມີຜູ້ເສຍຊີວິດລວມກັນ ເກືອບ 10 ພັນຄົນ.