ສະໂມສອນ ດອກປີກໄກ່ ໄຊເງິນ ນາຖາວົງ ເປີດນໍາໃຊ້ບໍລິການແກ່ສັງຄົມຢ່າງເປັນທາງການ

116

ສະໂມສອນ ດອກປີກໄກ່ ໄຊເງິນ ນາຖາວົງ ຈັດກິດຈະກຳແຂ່ງຂັນກີລາດອກປີກໄກ່ ມິດຕະພາບ ໃນກຸ່ມສະມາຄົມທຸລະກິດຊາວຊຽງຂວາງ ເພື່ອສ້າງຂະບວນການສະເຫຼີມສະຫຼອງເປີດນໍາໃຊ້ສະໂມສອນດັ່ງກ່າວ ເພື່ອຮັບໃຊ້ສັງຄົມ ຢ່າງເປັນທາງການ ຫຼັງພັກຊົວຄາວໃນໄລຍະການແຜ່ລະບາດຂອງ ໂຄວິດ-19 ແລະ ອີກດ້ານໜຶ່ງກໍຍັງເປັນການຫ້າງຫາກະກຽມຄວາມພ້ອມສະຖານທີ່ແຫ່ງນີ້ ໃຫ້ມີຄວາມພ້ອມຮອບດ້ານ ແນໃສ່ກຽມເປັນເຈົ້າພາບ ຈັດແຂ່ງຂັນກິລາດອກປີກໄກ່ ລະດັບຊາດ ໃນຕໍ່ໜ້ານີ້.

ການແຂ່ງຂັນກີລາດອກປີກໄກ່ ມິດຕະພາບ ໃນກຸ່ມສະມາຄົມທຸລະກິດຊາວຊຽງຂວາງຄັ້ງນີ້ ໄດ້ມີຂຶ້ນ ເມື່ອວັນທີ 18 ພຶດສະພາ ຜ່ານມາ ທີ່ສະໜາມກີລາດອກປີກໄກ່ ໄຊເງິນ ນາຖາວົງ ບ້ານໜອງບົວທອງເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ສຸຕ່າ ຄຳພັນທອງ ຄະນະບໍລິຫານງານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ທັງເປັນຜູ້ອຳນວຍການບໍລິສັດ ດາວຄຳ ຄອນກຣີດ ຈຳກັດ ແລະ ທ່ານ ສົມເພັດ ພົມມະຈັນ ຮອງປະທານສະມາຄົມທຸລະກິດຊາວຊຽງຂວາງ ທັງເປັນປະທານສະມາຄົມຊາວເມືອງພວນ ພ້ອມດ້ວຍຄະນະບໍລິຫານງານສະໂມສອນດອກປີກໄກ່ ໄຊເງິນ ນາຖາວົງ ຕະຫຼອດຮອດສະມາຊິກສະມາຄົມຊາວເມືອງພວນເຂົ້າຮ່ວມຢ່າງເປັນຂະບວນການມ່ວນຊື່ນ.

ທ່ານ ໄຊເງິນ ນາຖາວົງ ປະທານບໍລິສັດ ໄຊເງິນ ການຄ້າ ຂາເຂົ້າ-ຂາອອກ ຈຳກັດ, ເຈົ້າຂອງສະໂມສອນ ດອກປີກໄກ່ ໄຊເງິນ ນາຖາວົງ ທັງເປັນຮອງປະທານສະມາຄົມທຸລະກິດຊາວຊຽງຂວາງ ໃຫ້ສຳພາດວ່າ: ຫຼັງຈາກຢຸດພັກການເຄື່ອນໄຫວຊົວຄາວ ເພື່ອຕ້ານ ແລະ ສະກັດກັ້ນ ໂຄວິດ-19 ເກືອບ 2 ເດືອນເຕັມ, ມື້ນີ້ ທາງສະໂມສອນ ກໍໄດ້ກັບມາເປີດບໍລິການສັງຄົມຢ່າງເປັນທາງການ ແລະ ເປັນການສືບຕໍ່ສົ່ງເສີມການພັດທະນານັກກີລາໃນຮຸ່ນເຍົາວະຊົນ ແລະ ຊາວໜຸ່ມ ໄດ້ຝຶກຊ້ອມ ແລະ ທົດສອບຄວາມສາມາດຂອງຕົນເອງ ເພື່ອພັດທະນາກ້າວຂຶ້ນໄປເປັນນັກກີລາລະດັບຊາດກໍຄື ຕິດທີມຊາດໃນອະນາຄົດ ອີກດ້ານໜຶ່ງກໍຍັງເປັນການສົ່ງເສີມຜູ້ທີ່ມັກຮັກໃນການຫຼິ້ນກີລານີ້ ໃຫ້ມີສຸຂະພາບແຂງແຮງ ໃນມື້ນີ້ ເພື່ອເປັນສີລິມຸງຄຸນໃຫ້ແກ່ສະໂມສອນ ພວກເຮົາຈຶ່ງຈັດພິທີທາງສາສະໜາ ແລະ ແຂ່ງຂັນຄູ່ກິດຕິມະສັກຂຶ້ນ ຜ່ານການແຂ່ງຂັນຜົນປະກົດວ່າ: ຄູ່ຂອງທ່ານ ສົມເພັດ ພົມມະຈັນ+ທ່ານ ສົມບັດ ວິໄລພັນ ສາມາດເອົາຊະນະ ທ່ານ ສຸຕ່າ ຄຳພັນທອງ+ທ່ານ ຄຳຫຼ້າ ອ່ອນມະນິວົງ ໄປແບບຫວຸດຫວິດ 2-1 ເຊັດ.

ທ່ານ ໄຊເງິນ ນາຖາວົງ ກ່າວຕື່ອີກວ່າ: ສະໂມສອນ ດອກປີກໄກ່ ໄຊເງິນ ນາຖາວົງ ສ້າງຕັ້ງຂຶ້ນມາແຕ່ເດືອນມິຖຸນາ 2019 ແລະ ໄດ້ສໍາເລັດເປີດນໍາໃຊ້ຢ່າງເປັນທາງການ ໃນເດືອນມັງກອນ 2020 ໂດຍນໍາໃຊ້ງົບປະມານໃນການກໍ່ສ້າງທັງໝົດ 3 ຕື້ກວ່າກີບ ເຊິ່ງມີເປົ້າໝາຍຫຼັກ ກໍເພື່ອເປັນການສົ່ງເສີມ ແລະ ສ້າງນັກກິລາຮຸ່ນສືບທອດກ້າວສູ່ທີມຊາດ. ຕະຫຼອດໄລຍະການສ້າງຕັ້ງສະໂມສອນແຫ່ງນີ້ ກໍສາມາດສຳເລັດຈັດການແຂ່ງຂັນລາຍການມິດຕະພາບ ລາວ-ໄທ ເພື່ອເຊື່ອມສາຍສຳພັນທະໄມຕີສອງຊາດດັ່ງກ່າວ ຜ່ານມາດ້ວຍຜົນສຳເລັດຢ່າງຈົບງາມອີກດ້ວຍ.

ສໍາລັບ ການແຂ່ງຂັນກີລາດອກປີກໄກ່ ນັດພິເສດ ໃນກິດຈະກໍາຄັ້ງນີ້ ທາງສະໂມສອນ ດອກປີກໄກ່ ໄຊເງິນ ນາຖາວົງ ກໍຍັງໄດ້ໃຫ້ການສະໜັບສະໜູນເຄື່ອງນຸ່ງກີລາດອກປີກໄກ່ ຈຳນວນ 30 ຜືນໃຫ້ແກ່ສະມາຊິກສະມາຄົມທຸລະກິດຊາວຊຽງຂວາງ ອີກ.