ສ່ວຍສາອາກອນ ແຂວງສາລະວັນ ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 110 ຕື້ກີບ

145

ປີ 2019 ຜ່ານມາ ສ່ວຍສາອາກອນປະຈໍາແຂວງສາລະວັນ ສາມາດປະຕິບັດລາຍຮັບໄດ້ທັງໝົດ 93,16 ຕື້ກວ່າກີບ ເທົ່າກັບ 92,74%. ສ່ວນປີ 2020 ໄດ້ຮັບຕົວເລກແຜນການທັງໝົດ 110 ຕື້ກີບ, ໃນນັ້ນ, ອາກອນປົກກະຕິ 85 ຕື້ ກວ່າກີບ.

ທ່ານ ພອນປະເສີດ ລາຊາໂພ ຫົວໜ້າສ່ວຍສາອາກອນປະຈໍາແຂວງສາລະວັນ ໃຫ້ສຳພາດວ່າ: ສ່ວຍສາອາກອນປະຈຳແຂວງ ປະກອບມີ 4 ຂະແໜງ ຄື: ຂະແໜງຈັດຕັ້ງ – ບໍລິຫານ ແລະ ການເງິນ; ຂະແໜງແຜນການ ແລະ ບໍລິການລາຍຮັບ; ຂະແໜງກວດກາພາຍໃນ; ຂະແໜງກວດກາຫຼັງການແຈ້ງລາຍຮັບ; ມີສ່ວຍສາອາກອນປະຈຳ 8 ເມືອງ, ມີພະນັກງານ – ລັດຖະກອນ 97 ຄົນ ຍິງ 18 ຄົນ ( ສັງກັດຢູ່ຂັ້ນແຂວງ 39 ຄົນ ຍິງ 9 ຄົນ ).

ສຳລັບການຈັດຕັ້ງປະຕິບັດວຽກງານຂອງສ່ວຍສາອາກອນປະຈຳແຂວງສາລະວັນ ໃນປີ 2019 ຜ່ານມາ ສາມາດປະຕິບັດລາຍຮັບໄດ້ທັງໝົດ 93,16 ຕື້ ກວ່າກີບ ເທົ່າກັບ 92,74% ຂອງແຜນການປີ. ສ່ວນປີ 2020 ສ່ວຍສາອາກອນປະຈໍາແຂວງສາລະວັນ ໄດ້ຮັບຕົວເລກແຜນການທັງໝົດ 110 ຕື້ກີບ ເທົ່າກັບ 100% ຂອງແຜນການປີ. ໃນນັ້ນ, ອາກອນປົກກະຕິ 85 ຕື້ ກວ່າກີບ, ຄ່າທຳນຽມ 4 ຕື້ ກວ່າກີບ, ຄ່າບໍລິການ, 13 ຕື້ກວ່າກີບ, ລາຍຮັບຈາກທີ່ດິນ 6 ຕື້ກວ່າກີບ.

ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດແຜນງົບປະມານປີ 2020 ສຳເລັດຕາມລະດັບຄາດໝາຍຕ້ອງໄດ້ຂຸດຄົ້ນທ່າແຮງບົ່ມຊ້ອນລາຍຮັບໃນທົ່ວແຂວງ, ເພີ່ມທະວີວຽກງານລາຍຮັບ, ຂະຫຍາຍຖານລາຍຮັບອາກອນໃຫ້ຫຼາຍຂຶ້ນ, ເອົາໃຈໃສ່ເພີ່ມທະວີສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ – ລັດຖະກອນ, ເຂັ້ມງວດການປະຕິບັດ 10 ຂໍ້ຫ້າມ ຂອງຂະແໜງການເງິນ, ເອົາໃຈໃສ່ໂຄສະນາເຜີຍແຜ່ໂຄສະນາລະບຽບ, ກົດໝາຍໃຫ້ຜູ້ດຳເນີນທຸລະກິດຮັບຮູ້ເຂົ້າໃຈ, ສືບຕໍ່ປະຕິບັດຕາມແຈ້ງການຂອງກະຊວງການເງິນ ສະບັບເລກທີ 1626/ກງ ລົງວັນທີ 30 ພຶດສະພາ 2019 ວ່າດ້ວຍການຄຸ້ມຄອງນ້ຳມັນເຊື້ອໄຟ ແລະ ອາຍແກ໊ສ, ການເຄື່ອນຍ້າຍສິນຄ້າປະເພດພາຍໃນຂອງເຂດຄວາມຮັບຜິດຊອບ, ຄຸ້ມຄອງຜູ້ດຳເນີນທຸລະກິດດ້ານກະສິກຳໃຫ້ປະຕິບັດຕາມລະບຽບການ.

ຄຽງຄູ່ກັນນັ້ນ, ກໍເຂັ້ມງວດການຈັດຕັ້ງປະຕິບັດແຈ້ງການຂອງກະຊວງການເງິນ ສະບັບເລກທີ 4585/ ກງ, ກ່ຽວກັບການເກັບກໍາຫົວໜ່ວຍທຸລະກິດທີ່ເສຍອາກອນແບບມອບເໝົາສໍາລັບຫົວໜ່ວຍທີ່ມີລາຍຮັບທຸລະກິດ ປະຈຳປີ 400 ລ້ານກີບຂຶ້ນໄປ ຕ້ອງໄດ້ຫັນເຂົ້າສູ່ລະບົບອາກອນມູນຄ່າເພີ່ມແບບມີກຳນົດຕາມຄຳແນະນຳສະບັບເລກທີ 4170/ກງ ລົງວັນທີ 28 ພະຈິກ 2017 ແຈ້ງເສຍອາກອນຕາມລະບຽບກົດໝາຍ; ເອົາໃຈໃສ່ຜັນຂະຫຍາຍແຈ້ງການຂອງກະຊວງການເງິນ ສະບັບເລກທີ 1777 /ກງ ລົງວັນທີ 22 ມິຖຸນາ 2018 ເລື່ອງການແຈ້ງເສຍພາສີທີ່ດິນ ແລະ ນິຕິກຳອື່ນທີ່ຕິດພັນ; ສືບຕໍ່ຊຸກຍູ້ກວດກາບັນດາຫົວໜ່ວຍທຸລະກິດທີ່ຢູ່ໃນລະບົບການແຈ້ງມອບໃຫ້ຫັນມາແຈ້ງມອບຜ່ານ Easy tax, ເອົາໃຈໃສ່ກວດກາ ແລະ ຕິດຕາມຂໍ້ມູນບັນດາຫົວໜ່ວຍທຸລະກິດທີ່ເຂົ້າຢູ່ໃນລະບົບ Tax Ris ໃນການແຈ້ງອາກອນຜ່ານລະບົບ E-TAX ແລະ ຊຳລະຜ່ານລະບົບ Easy tax.

[ ຂ່າວ: ສົມສະຫວິນ; ຮູບ: ອາພັດສະລາ ]