ຕິດເຊືອໂຄວິດ-19 ມື້ດຽວຫຼາຍກວ່າ 1 ແສນຄົນທົ່ວໂລກ ລາຍງານສະຖິຕິຈາກອະນາໄມໂລກ

91

ອົງການອະນາໄມໂລກ ຢືນຢັນປະຊາຊົນທົ່ວໂລກລົ້ມປ່ວຍຈາກໂຄວິດ-19 ກວ່ 1 ແສນຄົນ ພາຍໃນມື້ດຽວ ເປັນສະຖິຕິຕິດເຊື້ອປະຈຳວັນສູງສຸດ ແລະ ເຕືອນເຖິງ “ອັນຕະລາຍ” ຈາກການນຳໃຊ້ຢາໄຮດຣອກຊີຄຼໍໂຣຄວິນ.

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງເຈນີວາ ປະເທດສະວິດເຊີແລນ ເມື່ອວັນທີ 21 ພຶດສະພາ ວ່າ ທ່ານດຣ.ເທດຣອສ ແອັດນາຮອມ ເກເບຣເຍຊຸສ ຜູ້ອຳນວຍການອົງການອະນາໄມໂລກ (WHO) ຖະແຫຼງການເມື່ອວັນພຸດ ວ່າ ສະຖິຕິຂອງອົງການອະນາໄມໂລກທີ່ບັນທຶກ ຢືນຢັນພົບຜູ້ຕິດເຊື້ອໂຄວິດ-19 ປະຈຳວັນ 106.662 ຄົນທົ່ວໂລກ ຖືເປັນສະຖິຕິຕິດເຊື້ອປະຈຳວັນສູງທີ່ສຸດ ນັບຕັ້ງແຕ່ມີການຢືນຢັນພົບຜູ້ຕິດເຊື້ອຄົນທຳອິດໃນປະເທດຈີນ ເມື່ອທ້າຍເດືອນທັນວາ ປີຜ່ານມາ ມີຜູ້ເສຍຊີວິດສະສົມຫຼາຍກວ່າ 3 ແສນຄົນ.

ຢ່າງໃດກໍ່ຕາມ, ຖ້າຈັດແບ່ງອອກເປັນຂົງເຂດພົບວ່າ ພາກພື້ນອາເມຣິກາເໜືອ ແລະ ອາເມຣິກາໃຕ້ ມີຜູ້ປ່ວຍຫຼາຍທີ່ສຸດລວມກັນຫຼາຍກວ່າ 2 ລ້ານຄົນ ຫຼາຍກວ່າເຄິ່ງໜຶ່ງແມ່ນຢູ່ໃນສະຫະລັດ ອາເມຣິກາປະເທດດຽວ, ຕໍ່ມາແມ່ນທະວີບເອີຣົບ ມີຜູ້ປ່ວຍລວມກັນປະມານ 1,9 ລ້ານຄົນ ແລະ ພາກພື້ນເມດິເຕີເຣນຽນຕາເວັນອອກ ມີຜູ້ປ່ວຍສະສົມປະມານ 3,7 ແສນຄົນ ເຊິ່ງສະທ້ອນໃຫ້ເຫັນວ່າ ການຕໍ່ສູ້ເພື່ອເອົາຊະນະວິກິດພະຍາດລະບາດຄັ້ງນີ້ “ຍັງອີກດົນ”.

ຂະນະດຽວກັນ, ທ່ານດຣ. ເທດຣອສ ໄດ້ກ່າວອີກຄັ້ງກ່ຽວກັບຈົດໝາຍຈາກປະທານາທິບໍດີໂດນັລ ທຣຳ ຜູ້ນຳສະຫະລັດ “ກຳນົດເວລາຄັ້ງສຸດທ້າຍ” ໃຫ້ອົງການອະນາໄມໂລກ ປະຕິຮູບອົງກອນພາຍໃນ 30 ວັນ ນັບແຕ່ວັນທີ 18 ພຶດສະພາ ຜ່ານມາ ຖ້າບໍ່ເປັນດັ່ງນັ້ນ ລັດຖະບານວໍຊິງຕັນຈະຢຸດຕິຈ່າຍເງິນ ສະໜັບສະໜູນ ແລະ ອາດຈະລາອອກຈາກການເປັນສະມາຊິກຂອງ WHO ເມື່ອຕົວທ່ານ ແລະ ຄະນະໄດ້ອ່ານຈົດໝາຍແລ້ວ ແລະ ໄດ້ຢືນຢັນວ່າການສ້າງຕັ້ງຄະນະເຮັດວຽກອິດສະຫຼະເພື່ອກວດກາການປະຕິບັດວຽກໃນທຸກດ້ານຂອງ WHO ກ່ຽວກັບການຕອບສະໜອງຕໍ່ໂຄວິດ-19 “ຈະປະຕິບັດໃຫ້ໄວທີ່ສຸດ”.

ທ່ານດຣ. ໄມເຄິລໄຣອັນ ປະທານໂຄງການສຸກເສີນດ້ານສາທາລະນະສຸກຂອງອົງການອະນາໄມໂລກ ກ່າວວ່າ ຈຳນວນຜູ້ຕິດເຊື້ອໂຄວິດ-19 ທີ່ກ້າວເຂົ້າສູ່ລະດັບ 5 ລ້ານຄົນ “ເປັນສະຖິຕິທີ່ໜ້າເສົ້າ” ກ່ຽວກັບປະເດັນການນຳໃຊ້ຢາໄຮດຣອກຊີຄຼໍໂຣຄວິນ (Hydroxychloroquine) ເຊິ່ງເປັນຢາຕ້ານເຊື້ອໃຊ້ສຳລັບການປິ່ນປົວໄຂ້ມາລາເຣຍ ເຊິ່ງທ່ານ ໂດນັລ ທຣຳ ໄດ້ກ່າວໃນອາທິດນີ້ ວ່າ ໄດ້ຮັບປະທານຢາດັ່ງກ່າວຄວບຄູ່ກັບອາຫານເສີມແບບເມັດຄຶ ທາດສັງກະສີ “ຈົນເຖິງປັດຈຸບັນ” ຍັງບໍ່ທັນມີການຢືນຢັນທາງວິທະຍາສາດການແພດ ກ່ຽວກັບ “ປະສິດທິພາບ” ຂອງຢາໄຮດຣອກຊີຄຼໍໂຣຄວິນ ໃນການຢັບຢັ້ງ, ປ້ອງກັນ ຫຼື ຂ້າເຊື້ອໄວຣັສໂຄໂຣນາສາຍພັນໃໝ່.

ແຕ່ອີກດ້ານໜຶ່ງ ມີການຢືນຢັນຢ່າງຊັດເຈນ ວ່າ ຢາໄຮດຣອກຊີຄຼໍໂຣຄວິນ ແລະ ຢາຄຼໍໂຣຄວິນ ເປັນຢາທີ່ “ອັນຕະລາຍ” ເນື່ອງຈາກຜົນຂ້າງຄຽງຂອງຢາຊະນິດນີ້ “ຮ້າຍແຮງ” ຖ້າຕ້ອງການນຳໃຊ້ໃນກໍລະນີໃດກໍ່ຕາມ ຕ້ອງຢູ່ພາຍໃຕ້ການດູແລຢ່າງເຂັ້ມງວດທີ່ສຸດຂອງແພດ.