ຕັດຫຍິບກະທົບໜັກຍອດສັ່ງຕົກ ແຮງງານເຮັດວຽກຫຼຸດລົງ

227

ອຸດສາຫະກຳຕັດຫຍິບລາວ ໄດ້ຮັບຜົນກະທົບໜັກຈາກການລະບາດຂອງໂຄ ວິດ – 19 ເນື່ອງຈາກຍອດສັ່ງເຄື່ອງຈາກຕ່າງປະເທດຫຼຸດລົງ ປັດຈຸບັນແຮງງານທີ່ກັບເຂົ້າສູ່ວຽກການຜະລິດ ມີ 4 ພັນຄົນ ຈາກທີ່ມີ 26 ພັນກວ່າຄົນ.

ທ່ານ ໄຊບັນດິດ ຣາຊະພົນ ປະທານສະມາຄົມຕັດຫຍິບລາວ ໄດ້ກ່າວວ່າ: ປັດຈຸບັນເຮົາມີໂຮງງານຕັດຫຍິບ ປະມານ 80 ກວ່າຫົວໜ່ວຍ ທີ່ເປັນສະມາຊິກຂອງສະມາຄົມ. ໃນນັ້ນ, ຜະລິດສົ່ງອອກ 50 ກວ່າໂຮງງານ  ສ່ວນໂຮງງານທີ່ບໍ່ໄດ້ສົ່ງອອກສ່ວນຫຼາຍຮັບວຽກມາຈາກໂຮງງານໃຫຍ່ທີ່ສົ່ງອອກອີກເທື່ອໜຶ່ງ.

ສໍາລັບຕົວເລກແຮງງານທີ່ເຮັດວຽກໃນຂະແໜງດັ່ງກ່າວ ມີ 26 – 30 ພັນກວ່າຄົນ. ທັງນີ້, ກໍເນື່ອງມາຈາກການເຄື່ອນຍ້າຍແຮງງານທີ່ຍັງບໍ່ປົກກະຕິ ເຮັດໃຫ້ການເກັບກໍາຕົວເລກຍັງບໍ່ຊັດເຈນ, ການລົງທຶນສ່ວນຫຼາຍເປັນການລົງທຶນຂອງຕ່າງປະເທດ ສ່ວນການລົງທຶນຄົນລາວເປັນເຈົ້າຂອງ ມີພຽງ 15%.

ຕະຫຼາດສົ່ງອອກສ່ວນຫຼາຍແມ່ນຕະຫຼາດອີຢູ ກວມເອົາ 75 – 80%, ອາເມຣິກາ 8 – 10% ແລະ ອື່ນໆ. ສ່ວນມູນຄ່າການສົ່ງອອກ ປີ 2018 ມີ 180 ລ້ານກວ່າໂດລາ, ສ່ວນປີ 2019 ຕົວເລກຍັງບໍ່ທັນສະຫຼຸບ ຄາດຄະເນໃກ້ຄຽງປີ 2018.

ສ່ວນປີ 2020 ເກີດການລະບາດຂອງໂຄວິດ – 19 ເຮັດໃຫ້ການນໍາເຂົ້າ – ສົ່ງອອກວັດຖຸດິບ ເລີ່ມບໍ່ປົກກະຕິ ສົ່ງຜົນໃຫ້ການຜະລິດບໍ່ເຕັມຮ້ອຍ, ຫຼັງຈາກນັ້ນມາເດືອນກຸມພາ ເຫັນວ່າບາງໂຮງງານບໍ່ໄດ້ເຄື່ອນໄຫວເຕັມທີ່ຈາກທີ່ເຄີຍດໍາເນີນການຜະລິດ 100% ອາດຈະເຫຼືອ 70 – 80%. ມາຮອດເດືອນມີນາ ເຫັນວ່າກໍາລັງການຜະລິດກໍຫຼຸດລົງ ຫຼັ ງຈາກມີຄໍາສັ່ງ 06 /ນຍ ກໍໄດ້ຢຸດການຜະລິດ 100% ໃນເດືອນເມສາ.

ທ່ານກ່າວອີກວ່າ: ຫຼັງຈາກທີ່ລັດຖະບານໄດ້ຜ່ອນຜັນບາງມາດຕະການ ໄດ້ມີບາງໂຮງງານທີ່ມີຄວາມຕ້ອງການຢາກຜະລິດຕໍ່ກໍໄດ້ຂໍສິດທິພິເສດ ໂດຍສະເພາະມີຄວາມພ້ອມໃນການຈັດຕັ້ງປະຕິບັດ ຄໍາສັ່ງ 031 ໂດຍສະເພາະໃນ 9 ເງື່ອນໄຂ ແລະ 6 ມາດຕະການ. ສະນັ້ນ, ທາງຄະນະສະເພາະກິດກໍໄດ້ແຕ່ງໜ່ວຍງານໄປກວດແຕ່ລະໂຮງງານທີ່ຂໍດຳເນີນຜະລິດຄືນ ຕາມເງື່ອນໄຂ ແລະ ມາດຕະການຂອງຄະນະສະເພາະກິດ ແລ້ວໂຮງງານທີ່ດຳເນີນການຜະລິດ, ແຮງງານ ຫຼື ກຳມະກອນຕ້ອງນອນຢູ່ຫໍພັກເທົ່ານັ້ນ, ດັ່ງນັ້ນຜ່ານການກວດກາເບື້ອງຕົ້ນມີເງື່ອນໄຂຄົບຖ້ວນ ພຽງ 12 ໂຮງງານ, ກ່ອນຈະເພີ່ມຂຶ້ນເປັນ 18 ໂຮງງານ ໃນປັດຈຸບັນ.

ການນໍາໃຊ້ພະນັກງານແມ່ນພະນັກງານທີ່ນອນໃນຫໍພັກ ເຊິ່ງໄດ້ປະຕິບັດໄລຍະຫ່າງ, ແທກອຸນຫະພູມ, ໃສ່ຜ້າອັດປາກ, ລ້າງມືດ້ວຍເຈວ, ໃນຂະນະທີ່ການນອນຫໍພັກປົກກະຕິ 6 ຄົນຕໍ່ຫ້ອງ ກໍຫຼຸດເຫຼືອ 4 ຄົນ, ສ່ວນເວລາເຮັດວຽກກໍມີໄລຍະຫ່າງ 1 – 1,5 ແມັດ. ນອກຈາກນັ້ນ, ເວລາກິນເຂົ້າທ່ຽງມີໄລຍະຫ່າງ ພ້ອມມີກັກຕົງ ຫຼື ເສດເຈ້ຍມາກັ້ນໄວ້ບໍ່ໃຫ້ເຫັນໜ້າກັນ.

ສໍາລັບພະນັກງານຕັດຫຍິບທີ່ບໍ່ໄດ້ກັບພູມລໍາເນົາ ມີ 7 – 8 ພັນຄົນ ຫຼື 1/3 ຂອງແຮງງານທັງໝົດ ແຕ່ບໍ່ໝາຍຄວາມວ່າແຮງງານທັງໝົດຈະໄດ້ເຮັດວຽກປົກະຕິ ມີແຕ່ບາງໂຮງງານເທົ່ານັ້ນ. ສະນັ້ນ, ແຮງງານທີ່ເຮັດວຽກຕົວຈິງກໍຢູ່ໃນລະ ຫວ່າງ 3 – 4 ພັນຄົນເທົ່ານັ້ນ.

ສໍາລັບຄວາມຕ້ອງການແຮງງານແນ່ນອນເຮົາກໍຕ້ອງການ ແຕ່ບັນຫາ ຄື: ດ້ວນສະພາບເສດຖະກິທີ່ເປັນຢູ່ຄືທຸກມື້ນີ້ ໄດ້ເຮັດໃຫ້ລູກຄ້າບາງຄົນຂໍຍົກເລີກການສັ່ງຊື້ຈາກໂຮງງານພວກເຮົາ, ເຮັດໃຫ້ໂຮງງານບໍ່ສາມາດສືບຕໍ່ຜະລິດ ຫຼື ວາງແຜນຮັບພະນັກງານໃໝ່ ເພາະຖ້າຮັບພະນັກງານໃໝ່ ກໍຕ້ອງກັກຕົວຢ່າງໜ້ອຍ 14 ວັນ. ສະນັ້ນ, ພວກເຮົາກໍໃຊ້ແຮງງານທີ່ມີໃນປັດຈຸບັນ.

ປັດຈຸບັນກະແສແຮງງານເຫັນວ່າສວນທາງກັບຍອດສັ່ງຊື້ ບາງໂຮງງານມີຍອດສັ່ງຊື້ຮອດເດືອນມິຖຸນາ – ເດືອນສິງຫາ ແຕ່ຫຼັງຈາກເດືອນສິງຫາຍັງບໍ່ທັນມີຍອດສັ່ງຊື້ເຂົ້າມາ ເນື່ອງຈາກຄວາມຕ້ອງການຂອງຕະຫຼາດແມ່ນຫຼຸດລົງ ທີ່ເປັນຜົນພວງມາຈາກການລະບາດຂອງພະຍາດໂຄວິດ – 19.

ຂ່າວ: ພຸດຕີ້; ຮູບ: ສຸກສະຫວັນ