ຫົວເຫວີຍ ເຕັກໂນໂລຊີ ( ລາວ ) ມອບລະບົບວິດີໂອການປະຊຸມທາງໄກໃຫ້ແກ່ກະຊວງການຕ່າງປະເທດ

176

ວັນທີ 19 ພຶດສະພາ ປີ 2020 ທີ່ກະຊວງການຕ່າງປະເທດ ບໍລິສັດ ຫົວເຫວີຍ ເຕັກໂນໂລຊີ ( ລາວ ) ຈໍາກັດຜູ້ດຽວ ຕາງໜ້າໂດຍ ທ່ານ ຫູ ເຫວີຍຫົວ ປະທານ ບໍລິສັດ ຫົວເຫວີຍ ປະຈຳລາວ ໄດ້ປະກອບສ່ວນລະບົບວິດີໂອການປະຊຸມທາງໄກໃຫ້ແກ່ກະຊວງການຕ່າງປະເທດ ເພື່ອສະໜັບສະໜູນໃນການຈັດກອງປະຊຸມທີ່ສໍາຄັນໃນແຕ່ລະວຽກງານຕ່າງໆ ແລະ ໃນໄລຍະການແຜ່ລະບາດຂອງພະຍາດປອດອັກເສບສາຍພັນໃໝ່ ໂຄວິດ – 19.

ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ກໍໄດ້ສະແດງຄວາມຂອບໃຈມາຍັງ ບໍລິສັດ ຫົວເຫວີຍ ປະຈຳລາວ ທີ່ມີສ່ວນຮ່ວມໃນການຕໍ່ສູ້ກັບພະຍາດລະບາດໃນຄັ້ງນີ້ ແລະ ຍັງໄດ້ກ່າວອີກວ່າ: “ ບໍລິສັດ ຫົວເຫວີຍ ເປັນບໍລິສັດທີ່ມີບົດບາດສຳຄັນທາງດ້ານເສດຖະກິດທີ່ປະສົບຜົນສຳເລັດໃນລະດັບໂລກ, ການປະກອບສ່ວນທາງເຕັກໂນໂລຊີ ໄອຊີທີ ( ICT ) ໃນຄັ້ງນີ້ກໍເປັນຊ່ອງທາງການຊ່ວຍເຫຼືອທີ່ດີໃນການປັບປຸງປະສິດທິພາບການເຮັດວຽກຂອງແຕ່ລະໜ່ວຍງານເທສະບານ ແລະ ສະແດງໃຫ້ເຫັນວ່າເຕັກໂນໂລຊີໄອຊີທີ ຈະມີຄວາມສໍາຄັນຂຶ້ນເລື້ອຍໆໃນອະນາຄົດ ”.

ທ່ານຍັງໄດ້ກ່າວຕື່ມອີກວ່າ: “ ຫົວເຫວີຍ ເປັນພັນທະມິດທີ່ດີທາງດ້ານ ICT ທີ່ລັດຖະບານຍອມຮັບ ແລະ ຫວັງວ່າ ບໍລິສັດ ຫົວເຫວີຍ ຈະມີສ່ວນຮ່ວມໃນການສ້າງລາວດິຈິຕອລໃຫ້ເຂັ້ມແຂງ ແລະ ຫຼາຍຂຶ້ນເລື້ອຍໆ ”.

ບໍລິສັດ ຫົວເຫວີຍ ໃນຖານະທີ່ເປັນຜູ້ສະໜອງໂຊລູຊັນ ແລະ ອຸປະກອນໄອຊີທີຊັ້ນນໍາຂອງໂລກ ກໍຍັງໄດ້ມີສ່ວນຮ່ວມໃນການເຂົ້າເຖິງລະບົບວິດີໂອການປະຊຸມທາງໄກແບບຄົບວົງຈອນຂອງລັດຖະບານລາວ, ກະຊວງ, ອົງກອນ ແລະ ສຳນັກງານຕ່າງໆ. ນັ້ນກໍເພື່ອປັບປຸງປະສິດທິພາບໂດຍລວມຂອງການປ້ອງກັນ ແລະ ຄວບຄຸມ ອີກທັງປະຢັດເວລາໃນການຕໍ່ສູ້ກັບພະຍາດດັ່ງກ່າວຂອງລັດຖະບານ.