42 ມື້ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ສ່ວນຄົນເຈັບເກົ່າຍັງຕິດຕາມອາການຢູ່ໂຮງໝໍ 5ຄົນ

157

ນັບເປັນເວລາ 42 ມື້ຕິດຕໍ່ກັນ ຫຼື 1 ເດືອນກວ່າແລ້ວ ທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ເຮັດໃຫ້ຍອດຜູ້ຕິດເຊື້ອສະສົມລວມຍັງຄົງທີ່ 19 ຄົນ, ໃນນັ້ນ ປິ່ນປົວຫາຍດີອອກໂຮງໝໍແລ້ວ 14 ຄົນ ແລະ ກຳລັງປິ່ນປົວຕິດຕາມອາການຢູ່ໂຮງໝໍມິດຕະພາບອິກ 5 ຄົນ.

ໃນວັນທີ 24 ພຶດສະພາ 2020 ທີ່ກະຊວງສາທາລະນະສຸກ, ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍການຖະແຫຼງຂອງ ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່,​ ກະຊວງສາທາລະນະສຸກ ໂດຍມີສື່ມວນຊົນຈາກຫຼາຍພາກສ່ວນເຂົ້າຮ່ວມ.

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ໃຫ້ຮູ້ວ່າ: ໃນວັນທີ 23 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 293 ຄົນ ຈາກການກວດວິເຄາະທັງໝົດ ແມ່ນບໍ່ພົບຜູ້ຕິດເຊື້ອ ແລະ ນັບເປັນ 42 ມື້ຕິດຕໍ່ກັນແລ້ວທີ່ລາວເຮົາ ບໍ່ມີຜູ້ຕິດເຊື້ອພະຍາດດັ່ງກ່າວ.

ມາຮອດປັດຈຸບັນ ຜູ້ຕິດເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ ສະສົມລວມມີທັງໝົດ 19 ຄົນ ປິ່ນປົວຫາຍດີອອກໂຮງໝໍແລ້ວ 14 ຄົນ ແລະ ຍັງປິ່ນປົວຕິດຕາມອາການຢູ່ໂຮງໝໍຕໍ່ 5 ຄົນ, ເປັນຍິງ 4 ຄົນ ເຊິ່ງອາການຂອງຄົນເຈັບທັງໝົດຍັງຢູ່ຂັ້ນເບົາບາງ ແລະ ມີສຸຂະພາບແຂງແຮງດີ ແຕ່ກໍ່ຕ້ອງໄດ້ຕິດຕາມອາການຕື່ມອີກ.