ບັນດາຄົນວົງການບັນເທີງ ໄດ້ເຊີນຊວນທຸກຄົນຮ່ວມກັນຊ່ວຍເຫຼືອສັງຄົມໃນການສົມທົບທຶນ ໄລຍະໂຄວິດ-19ລະບາດ

140

ສື່ອອນລາຍ ໄດ້ມີບົດບາດອັນສຳຄັນ ໃນໄລຍະທີ່ສັງຄົມກຳລັງພົບບັນຫາພະຍາດໂຄວິດ-19ລະບາດ , ຫຼາຍຄົນຫັນມາໃຊ້ສື່ອອນລາຍເພື່ອເປັນອຸປະກອນໃນການສື່ສານ ເເລະ ສົ່ງຕໍ່ຂໍ້ມູນທີ່ວ່ອງໄວ ເພື່ອຍື່ນຄວາມຊ່ວຍເຫຼືອໄປເຖິງປະຊາຊົນທຸກຄົນໃນເວລາລຳບາກນີ້.


ອາລູນາ ຖາວອນສຸກ ເເລະ ສັກ ເຊວ ເເມ່ນດາລາຈຳນວນໜຶ່ງທີ່ເປັນບຸກຄົນສຳຄັນໃນລາວ ທີ່ໄດ້ມີສ່ວນຮ່ວມໃນສັງຄົມໃນໄລຍະໂຄວິດ-19. ອາລູນາ, ໄດ້ເເຕ່ງ ເເລະ ເເບ່ງປັນບົດເພງ ‘ຂອບໃຈ’ ຜ່ານຊ່ອງທາງສື່ອອນລາຍ ເພື່ອໃຫ້ກຳລັງເເກ່ທາງແພດໝໍ ເເລະ ພາກສ່ວນທີ່ເປັນເເຖວໜ້າໃນການຕໍ່ຕ້ານພະຍາດນີ້.

ນອກນັ້ນ, ລາວກໍ່ຍັງໄດ້ເພື່ອເເຜ່ປັດໄຈ ບໍລິຈາກສະບຽງອາຫານ ໃຫ້ເເກ່ຊຸມຊົນໃນຫຼາຍບ້ານທົ່ວປະເທດ. ໂດຍການເເບ່ງປັນໃນເພຈ Facebook ຂອງລາວເອງ.

ສັກ ເຊວ ກໍໄດ້ເເຕ່ງເພງ ‘ຢູ່ບ້ານຕ້ານເຊື້ອ’ ເພື່ອລະດົມໃຫ້ຄົນຢາກຢູ່ບ້ານເພື່ອເປັນການຊ່ວຍເຫຼືອກັນ ເເລະ ກັນໃນການປ້ອງກັນການເເຜ່ກະຈາຍຂອງເຊື້ອພະຍາດ.


Facebook Live ເປັນອຸປະກອນສຳຄັນສຳລັບຄົນດັງ,ນັກຮ້ອງ ແລະ ນັກດົນຕີ ເຊິ່ງວົງ Rustic Boys ເເລະ ເຈົ້າຂອງຮ້ານ Rustic White 90’s Music Bar ກໍເປັນໜຶ່ງວົງທີ່ໄດ້ນຳໃຊ້ເຄື່ອງມືນີ້ ໃນການເຜີຍເເຜ່ໃນໄລຍະທີ່ຮ້ານປິດ. ໃນນາມເຈົ້າຂອງຮ້ານ ທ່ານນາງ ປານຕາວັນ ດວງລາສີ ເເລະ ທີມງານກໍ່ໄດ້ມີການໃຊ້ ເຄື່ອງມືນີ້ໃນການຖ່າຍທອດສົດ ການເສບດົນຕີຂອງວົງປະຈຳຮ້ານ ເພື່ອລະດົມທຶນຈາກຜູ້ຊົມໄປໃຫ້ກຸ່ມຄົນທີ່ຂາດເເຄນ.

‘ພວກເຮົາຢາກເປັນສ່ວນໜຶ່ງໃນການຊ່ວຍເຫຼືອ ໂດຍສະເພາະເເມ່ນການຊ່ວຍກຸ່ມຄົນເເຖວໜ້າຂອງຊາດໃນການຕໍ່ຕ້ານພະຍາດໂດຍສະເພາະ ເເພດໝໍທີ່ເອົາຊີວິດຕົນເຂົ້າສ່ຽງທີ່ສຸດ. ທຸກໆ 2 ອາທິດ ໃນເດືອນທີ່ຜ່ານມາ ພວກເຮົາໄດ້ມີການຖ່າຍທອດສົດ ການເສບດົນຕີສົດ ຜ່ານທາງ Facebook ໃຫ້ເເກ່ແຟນເພງ ເເລະ ຜູ້ທີ່ຕິດຕາມພວກເຮົາ, ເຊິ່ງໃນນັ້ນ ພວກເຮົາ ກໍ່ສາມາດ ສ້າງລາຍໄດ້ ຜ່ານການບໍລິຈາກ ເເລະ ກໍໄດ້ມອບເຂົ້າກ່ອງໃຫ້ເເພດໝໍຈຳນວນ 75 ກ່ອງ ເເລະ ນໍ້າ 5 ເເກັດ ທີ່ໂຮງໝໍ ມິດຕະພາບ 150 ຕຽງ;

ຮອບທີ 2 ກໍໄດ້ບໍລິຈາກ ຫຼາຍກວ່າ 2 ລ້ານກີບ ເປັນສະບຽງອາຫານໃຫ້ເເກ່ປະຊາຊົນ ບ້ານ ກ້ອນຄໍາ’ ນາງ ປານຕາວັນ ເເລະ ທີມງານນັກດົນຕີໄດ້ອະທິບາຍ ເພື່ອຊ່ວຍເຫຼືອກັນ ເເລະ ກັນ ໃນໄລຍະລໍາບາກນີ້. ‘ຫຼາຍປັດໃຈທີ່ເຮົາເຫັນ ເເມ່ນສ່ວນໃຫຍ່ເກີດຂຶ້ນດ້ວຍການເປັນເຈົ້າການເອງ, ເເຕ່ເປົ້າໝາຍເເມ່ນສຸດເເລ້ວທີ່ຈະຊ່ວຍເຫຼືອຫຼາຍພາກສ່ວນທີ່ກ່ຽວຂ້ອງໃນໄລຍະວິກິດດັ່ງກ່າວ. ເຄື່ອງມື ອອນລາຍ ເເລະ ສື່ອອນລາຍຊ່ວຍໃຫ້ການລະດົມຊ່ວຍເຫຼືອ ເເລະ ເຜີຍເເຜ່ໄດ້ໄວຂຶ້ນ’.