ແຈກ​ສູດ​, ວິ​ທີ​ເຮັດ​ຢໍ່​ຈືນ​ກິນ​ເອງ​

395

​ຢໍ່​ຈືນ, ຫຼື ພັນ​ຢໍ່ ແອັດ​ເຊື່ອ​ວ່າ ຫຼາຍ​ຄົນ​ມັກ ເຊິ່ງ​ເຮົາ​ເອງ​ສາ​ມາດ​ເຮັດ​ເອງ​ໄດ້ ຂັ້ນ​ຕອນ, ສ່ວນ​ປະ​ກອບ​ບໍ່​ຍາກ ຫາ​ຊື້​ໄດ້​ຕາມ​ຕະຫຼາດ

ມື້​ນີ້​ເຮົາ​ມາ​ລອງ, ມາເຮັດຢໍ່ຈືນກິນ ໃນມື້ພັກຜ່ອນ, ເປັນຢໍ່ຈືນແບບງ່າຍໆ ເຮັດກິນໄດ້ໝົດເຮືອນ ເປັນກິດຈະກຳປະຈຳບ້ານ, ຫຼື ເຮັດ​ເປັນ​ອາ​ຊີບ​ກໍ​ໄດ້​ໃດ໊​ນິ

.

ມາເຮັດສູດງ່າຍໆສະໄຕຣຄົວຈິບນ້ອຍ ຂອບ​ໃຈ​ຂໍ້​ມູນ ແລະ ສູດ ຂໍ​ແບ່ງ​ປັນ​ຕໍ່​ເດີ້

ວິທີເຮັດ: ຊອຍຫົວຜັກບົ່ວໃຫ່ຍ,ເຫັດຫູໜູ, ເຜືອກ, ມັນຝຣັ່ງ, ແຄລ໋ອດ.

ເອືອບໝູສັບໃສ່ ເກືອ, ຄະນໍ, ພິກໄທ, ໄຂ່ ຄົນໃຫ້ເຂົ້າກັນ ເອົາເຄື່ອງທີ່ຊອຍລົງ

ແລະ ເສັ້ນລ້ອນ ຄົນໃຫ້ເຂົ້າກັນ

.

.

ເອົາແຜ່ນຢໍ່ມາຫໍ່ເລີຍ ແຜ່ນຢໍ່ຂອງແອດເປັນແຜ່ນຢໍ່ລາວເດີ້ ເລີຍໄດ້ເອົາມາຕັດ ໃຜສະດວກເອົາແຜ່ນຫວຽດມາຫໍ່ ກໍ່ໄດ້ເດີ້

.

ເອົານຳ້ເຊັດແຜ່ນຢໍ່ພໍໜາດໆ ພັນຕາມໃຈເລີຍ ມັກໃຫ່ຍນ້ອຍ ແຕ່ຢ່າເຮັດໃຫ່ຍຫຼາຍເດີ້ ດຽວບໍ່ສຸກ ແລ້ວນຳໄປທອດກິນນຳແຈ່ວຫວານເລີຍ

.

ພະຍາຍາມບໍ່ເຮັດໃຫ້ເຄື່ອງພັນມີນຳ້ຫຼາຍເດີ້ ເພາະເວລາພັນແຜ່ນຢໍ່ຈະແຕກ

ຈາກ: Jipnoii Cooking – ຄົວຈິບນ້ອຍ