ຂ່າວດີເຊັ່ນເຄີຍ! ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຫຼັງກວດ 232 ຕົວຢ່າງໃນ 21 ພຶດສະພາ ຜົນລ້ວນເປັນລົບ

161

ມາຮອດມື້ນີ້ ເປັນເວລາ 40 ມື້ຖ້ວນ ທີ່ ສປປ ລາວ ໄດ້ຮັບຟັງຂ່າວດີ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ສະເພາະມື້ນີ້ 22 ພຶດສະພາ 2020 ປອດເຊື້ອຄືເກົ່າ ຫຼັງກວດຕົວຢ່າງ 232 ຄົນ ໃນວັນທີ 21 ພຶດສະພາ ຜົນກວດລ້ວນເປັນລົບ. ສັງລວມແລ້ວຍອດຜູ້ຕິດເຊື້ອໂຄວິດ-19 ໃນລາວ ສະສົມຢູ່ທີ່ 19 ຄົນ, ປິ່ນປົວຫາຍດີອອກໂຮງໝໍແລ້ວ 14ຄົນ ແຕ່ຍັງມີຄົນເຈັບສືບຕໍ່ປິ່ນປົວຢູ່ໂຮງໝໍອີກ 5ຄົນ.

ໃນວັນທີ 22 ພຶດສະພາ 2020 ທີ່ກະຊວງສາທາລະນະສຸກ, ຄະນະສະເພາະກິດຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໂດຍການຖະແຫຼງຂອງທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄຸນະສະເພາະກິດ ໂດຍມີສື່ມວນຊົນຈາກຫຼາຍພາກສ່ວນເຂົ້າຮ່ວມ.

ທ່ານ ຮດໍສ.ດຣ ພູທອນ ເມືອງປາກ ໃຫ້ຮູ້ວ່າ: ໃນວັນທີ 21 ພຶດສະພາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 232 ຄົນ, ໃນນັ້ນ ມີກໍລະນີສົງໄສ 8 ຄົນ, ແຮງງານລາວທີ່ກັບມາແຕ່ໄທ 134 ຄົນ, ແຮງງານຫວຽດນາມ 90 ຄົນ. ເຊິ່ງຜົນກວດຂອງທັງໝົດນີ້ແມ່ນບໍ່ພົບເຊື້ອ, ໝາຍຄວາມວ່າໃນວັນທີ 21 ພຶດສະພາ 2020 ບໍ່ມີຜູ້ຕິດເຊື້ອໃໝ່.

ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 21 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 5.044 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (40 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່). ດ້ານການຕິດຕາມປິ່ນປົວຄົນເຈັບຢູ່ໂຮງໝໍ ປັດຈຸບັນ, ມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 5 ຄົນ ຍີງ 4 ຄົນ ທັງໝົດເຫັນວ່າມີອາການປົກກະຕິ ຈະໄດ້ສືບຕໍ່ຕິດຕາມຕໍ່ໄປຈົນກ່ວາຈະກວດຫາເຊື້ອບໍ່ພົບ.

ທ່ານກ່າວຕື່ມວ່າ:  ຂໍຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ, ຊຸມຊົນ, ຄອບຄົວ ແລະ ສ່ວນບຸກຄົນ ຈົ່ງເອົາໃຈໃສ່ ທຳຄວາມເຂົ້າໃຈ ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 580/ຫສນຍ ພ້ອມທັງ ຮ່ວມແຮງຮ່ວມໃຈກັນ ສືບຕໍ່ປະຕິບັດ ຈົນກວ່າຈະມີແຈ້ງການປ່ຽນແປງ ຫຼັງວັນທີ 1 ມິຖຸນາ 2020.