Monthly Archives: January, 2020

ການປະຕິບັດວຽກ 3 ສ້າງຂອງສານຍັງບໍ່ທັນໜັກແໜ້ນພໍ

ການຈັດຕັ້ງປະຕິບັດວຽກ 3 ສ້າງຂອງສານປະຊາຊົນສູງສຸດ ( ສປສສ ) ໃນໄລຍະ 7 ປີຜ່ານມາ ເຫັນວ່າພະນັກງານສານຈຳນວນໜຶ່ງຍັງບໍ່ມີຄວາມໜັກແໜ້ນທາງດ້ານການເມືອງ ແລະ ຍັງມີຂໍ້ບົກຜ່ອງບາງປະການ ເຮັດໃຫ້ຍັງມີຫາງສຽງຈົ່ມວ່າຈາກສັງຄົມ ດັ່ງນັ້ນ, ແຕ່ລະພາກສ່ວນຕ້ອງເອົາໃຈໃສ່ຕື່ມໃນການຊີ້ ນໍາ - ນຳພາ ແລະ ຝຶກຝົນຫຼໍ່ຫຼອມຕົນເອງ. ທ່ານ ຄຳພາ ແສງດາຣາ ປະທານສານປະຊາຊົນສູງສຸດ ໄດ້ກ່າວໃນກອງປະຊຸມສະຫຼຸບວຽກງານ...

ປີ 2020 ຊຽງຂວາງ ມີຫຼາຍວຽກຕ້ອງສຸມໃສ່

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຊຽງ ຂວາງ ຄັ້ງທີ 9 ສະໄໝທີ VII ໄດ້ຈັດຂຶ້ນໃນວັນທີ 2 ມັງກອນ 2020 ຢູ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ບຸນຕົ້ນ ຈັນທະພອນ ເລຂາພັກແຂວງ ເຈົ້າແຂວງຊຽງຂວາງ, ມີບັນດາຄະນະບໍລິຫານງານພັກແຂວງເຂົ້າຮ່ວມ. ທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງຊຽງ ຂວາງ ກ່າວວ່າ: ການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານ...

ສາມແມ່ລູກ ເຂົ້າມອບຕົວກັບຕຳຫຼວດກໍລະນີຈູດໂຄມໄຟ ຕົກໃສ່ສວນສັດ

ສາມແມ່ລູກສາວອີກໄດ້ເຂົ້າມອບຕົວກັບເຈົ້າໜ້າທີ່ຕຳຫຼວດເມືອງເຄຣເຟລ ທາງພາກຕາເວັນຕົກຂອງປະເທດເຢຍລະມັນ. ພາຍຫຼັງຖືກສອບສວນວ່າ ເປັນຜູ້ຈູດໂຄມໄຟສະຫຼອງປີໃໝ່ ແຕ່ປະກົດວ່າໂຄມໄຟໄດ້ຕົກລົງໃນສວນສັດສົ່ງຜົນໃຫ້ເກີດໄຟໄໝ້ ລີງຫຼາຍສິບໂຕຖືກໄຟໄໝ້ຕາຍຄາກົງ. ສຳນັກຂ່າວເອເອັຟພີ ລາຍງານຈາກເມືອງເຄຣເຟລ ປະເທດເຢຍລະມັນ ເມື່ອວັນພະຫັດ ທີ 2 ມັງກອນ ວ່າ ທ່ານ ເກີດ ຮອບມານ ຫົວໜ້າຕຳຫຼວດປາບປາມອາຊະຍາກຳ ຂອງເມືອງເຄຣເຟລ ໃນລັດນັອດ ໄຮນ໌-ເວສຟາເລຍ ທາງພາກຕາເວັນຕົກຂອງເຢຍລະມັນ ເປີດເຜີຍວ່າ ມີແມ່ຍິງ 3...

ຊົມເຊີຍ! ບໍ່ຄຳ – ທອງ ເຊໂປນ ມອບເງິນອາກອນກຳໄລລ່ວງໜ້າໃຫ້ລັດ

ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ບໍ່ຄຳ - ທອງ ເຊໂປນ ( ລຊມລ ) ໄດ້ມອບແຊັກເງິນອາກອນກຳໄລລ່ວງໜ້າ ສົກປີ 2019 ຈໍານວນ 2 ລ້ານໂດລາສະຫະລັດ ໃຫ້ແກ່ ທ່ານ ກົງຄຳ ສິດທິວໍລະດາ ຮອງຫົວໜ້າກົມສ່ວຍສາອາກອນ, ກະຊວງການເງິນ ເມື່ອວັນທີ...

ຫຼຸດຜ່ອນຄວາມເສຍຫາຍຈາກໄພພິບັດ ຕ້ອງເລີ່ມຈາກຄົວເຮືອນ

ເພື່ອຫຼຸດຜ່ອນຄວາມເສຍຫາຍ ແລະ ຄວາມສ່ຽງຈາກໄພພິບັດທີ່ອາດເກີດຂຶ້ນໃນອະນາຄົດຂ້າງໜ້າ, ລັດຖະບານລາວ ໄດ້ມີແຜນຮັບມື ແລະ ກຽມ ຄວາມພ້ອມໃນການຕອບໂຕ້ ເພື່ອໃຫ້ມີຄວາມເສຍຫາຍໜ້ອຍທີ່ສຸດເທົ່າທີ່ເຮັດໄດ້ ໂດຍລັດຈະສຸມໃສ່ການຝຶກອົບຮົມ ແລະ ສອນວິທີການຮັບມືຕອບໂຕ້ ແລະ ການປະເມີນການປຸກສ້າງໂຄງລ່າງຕ່າງໆ ໂດຍເລີ່ມຈາກຄົວເຮືອນໃນຊຸມຊົນທີ່ຄາດວ່າມີຄວາມສ່ຽງ. ອີງຕາມບົດລາຍງານກ່ຽວກັບການຫຼຸດຜ່ອນ ຄວາມສ່ຽງໄພພິບັດຂອງອົງການຊ່ວຍເຫຼືອເດັກ ປະຈຳລາວ ໃຫ້ຮູ້ວ່າ: ໃນໄລຍະ 2 ປີຜ່ານມາ ສປປ ລາວ ໄດ້ປະເຊີນໜ້າກັບໄພພິບັດຢ່າງຮຸນແຮງ...

ດ່ານພາສີສາກົນສະໜາມບິນວັດໄຕ ມີການຍົກລະດັບໃຫ້ທັນສະໄໝ

ການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງດ່ານພາສີສາກົນສະໜາມບິນວັດໄຕ ໄດ້ມີການນຳໃຊ້ເຄື່ອງມືທັນສະໄໝຫຼາຍຢ່າງເຂົ້າໃນການປະຕິບັດວຽກງານ ເພື່ອເຮັດໃຫ້ວຽກງານມີຄວາມສະດວກ ໂປ່ງໃສ ວ່ອງໄວ ເປັນຕົ້ນ: ລະບົບອາຊີກູດາເຂົ້າໃນວຽກງານແຈ້ງພາສີ, ການຊຳລະຄ່າພາສີຕ່າງໆນຳໃຊ້ລະບົບສະມາດແທັກ, ລະບົບເອັກສະເລ ( X - Ray ) ໃນການກວດກາກະເປົາເດີນທາງຂອງຜູ້ໂດຍສານເຂົ້າ - ອອກ ເຮັດໃຫ້ວຽກງານການຈັດຕັ້ງປະຕິບັດມີຄວາມສະດວກວ່ອງໄວ. ທ່ານ ສົມປະສົງ ອຳແພງໄພ ຫົວໜ້າດ່ານພາສີສາກົນສະໜາມບິນວັດໄຕ ໄດ້ໃຫ້ສຳພາດວ່າ: ດ່ານພາສີສາກົນສະໜາມບິນວັດໄຕ ມີໜ່ວຍງານຄຸ້ມຄອງການແຈ້ງພາສີ,...

ມື້ທໍາອິດຂອງປີ 2020! ລາຄາຄໍາປັບຂຶ້ນ 40 ພັນກີບ

ຄວາມຄືບໜ້າການເຈລະຈາການຄ້າຈີນ - ສະຫະລັດ ກາຍເປັນປັດໄຈສໍາຄັນຍູ້ໃຫ້ ລາຄາຄໍາປັບຂຶ້ນຕ້ອນຮັບປີໃໝ່ເຖິງ 40 ພັນກີບຕໍ່ໜຶ່ງບາດ ແລະ 4 ໂດລາຕໍ່ອອນ. ລາຄາຄໍາຮູບປະພັນປະກາດຂາຍມື້ທໍາອິດຂອງປີແມ່ນ 6.939.000 ກີບຕໍ່ບາດ ເຫັນວ່າປັບຂຶ້ນ 40 ພັນກີບ ຖ້າທຽບໃສ່ມື້ສຸດທ້າຍຂອງປີ 2019 ຢູ່ທີ່ 6.899.000 ກີບຕໍ່ບາດ. ເຫດຜົນຫຼັກໃນການປັບຂຶ້ນກໍຍ້ອນຄວາມຄືບໜ້າການເຈລະຈາການຄ້າຈີນ - ສະຫະລັດ ທີ່ມີທິດທາງດີຂຶ້ນ ໂດຍສະເພາະສອງຝ່າຍຄາດວ່າຈະມີການລົງນາມການຄ້າ...

ເສດຖະກິດລາວບໍ່ເຂັ້ມແຂງ ເປັນເຫດໃຫ້ເງິນກີບອ່ອນຄ່າ

ປີ 2019 ເງິນກີບອ່ອນຄ່າຫຼາຍເມື່ອທຽບໃສ່ສະກຸນເງິນບາດ ແລະ ເງິນໂດລາເຮັດໃຫ້ກະທົບຕໍ່ລາຄາສິນຄ້າໃນທ້ອງຕະຫຼາດ. ຂະນະທີ່ນັກເສດຖະສາດໄດ້ປະເມີນກ່ອນໜ້ານັ້ນວ່າເງິນກີບຈະກັບມາແຂງຄ່າໃນໄລຍະທ້າຍປີ 2019 ແຕ່ປັດຈຸຍັງບໍ່ມີປັດໄຈບົ່ງຊີ້ວ່າເງິນກີບຈະກັບມາແຂງຄ່າ, ດ້ານຜູ້ວ່າການທະນາຄານແຫ່ງ ສປປ ລາວ ຊີ້ ເງິນກີບອ່ອນຄ່າ ສາເຫດພາຍໃນມາຈາກເສດຖະກິດປະເທດເຮົາບໍ່ເຂັ້ມແຂງ. ຢ່າງໃດກໍຕາມ, ທຫລ ປະເມີນເງິນກີບອ່ອນຄ່າຍັງຢູ່ໃນເກນທີ່ຄວບຄຸມໄດ້ ແລະ ຄາດວ່າ 2020 ສະພາບໂດຍລວມຈະດີຂື້ນ ດ້ວຍຜົນພວງຈາກການສົ່ງອອກ ແລະ ໂຄງການລົງທຶນທີ່ກຳລັງຈະສໍາເລັດ. ໃນເດືອນທັນວາ...

ກອງປະຊຸມສະມາຊິກສະພາການຄ້າຈີນປະຈຳລາວ ຄັ້ງທີ I ແລະ ພິທີຍົກຍ້າຍສຳນັກງານສະພາການຄ້າຈີນປະຈຳລາວ

ໃນວັນທີ 30 ທັນວາ 2019 ກອງປະຊຸມສະມາຊິກສະພາການຄ້າຈີນປະຈຳລາວ ຄັ້ງທີ I ແລະ ພິທີຍົກຍ້າຍສຳນັກງານສະພາການຄ້າຈີນປະຈຳລາວ ໄດ້ຖືກຈັດຂຶ້ນຢູ່ທີ່ນະຄອນຫຼວງວຽງຈັນ, ໃນກອງປະຊຸມໄດ້ມີສະພາບໍລິຫານຂອງສະພາການຄ້າຈີນປະຈຳລາວ ແລະ ສະມາຊິກສະພາການຄ້າຈີນປະຈຳລາວ ເຂົ້າຮ່ວມເປັນຈຳນວນ 80 ກວ່າຄົນ ແລະ ເວລາດຽວກັນ ທ່ານ ຈ່ຽງ ຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ...

ແກງຈືດເຕົ້າຮູ້ໄຂ່ໝູບົດ

ມື້ນີ້ຂໍເປັນອາຫານປະເພດແກງຮ້ອນໆໄວ້ແກ້ໜາວ ດ້ວຍວິທີເຮັດງ່າຍໆບໍ່ໃຊ້ເວລາດົນ ແລະ ໄດ້ສານອາຫານທີ່ມີປະໂຫຍດອີກດ້ວຍ. ສ່ວນປະສົມ: 1 ໝູບົດ 200 ກຣາມ. 2 ເຕົ້າຮູ້ໄຂ່ 2 ຫໍ່. 3 ຜັກບົ່ວໃບ ຫຼື ຫອມປ້ອມ 2 ຕົ້ນ. 4 ນ້ຳຕົ້ມກະດູກໝູ 2 ຖ້ວຍໃຫຍ່. 5 ນ້ຳຕານ 1/2 ບ່ວງກາເຟ. 6 ນ້ຳປາ 1/2 ບ່ວງແກງ. 7...
- Advertisment -
Slide
Slide

Most Read

error: Content is protected !!