ກອງປະຊຸມສະມາຊິກສະພາການຄ້າຈີນປະຈຳລາວ ຄັ້ງທີ I ແລະ ພິທີຍົກຍ້າຍສຳນັກງານສະພາການຄ້າຈີນປະຈຳລາວ

175

ໃນວັນທີ 30 ທັນວາ 2019 ກອງປະຊຸມສະມາຊິກສະພາການຄ້າຈີນປະຈຳລາວ ຄັ້ງທີ I ແລະ ພິທີຍົກຍ້າຍສຳນັກງານສະພາການຄ້າຈີນປະຈຳລາວ ໄດ້ຖືກຈັດຂຶ້ນຢູ່ທີ່ນະຄອນຫຼວງວຽງຈັນ, ໃນກອງປະຊຸມໄດ້ມີສະພາບໍລິຫານຂອງສະພາການຄ້າຈີນປະຈຳລາວ ແລະ ສະມາຊິກສະພາການຄ້າຈີນປະຈຳລາວ ເຂົ້າຮ່ວມເປັນຈຳນວນ 80 ກວ່າຄົນ ແລະ ເວລາດຽວກັນ ທ່ານ ຈ່ຽງ ຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ແລະ ທ່ານ ຫວງ ແຢ້ນເຕີ ປະທານສະພາການຄ້າຈີນປະຈຳລາວ ກໍໄດ້ຮ່ວມກັນເປີດສຳນັກງານໃໝ່ຂອງສະພາການຄ້າຈີນປະຈຳລາວ.

ທ່ານ ຫວງ ແຢ້ນເຕີ ປະທານສະພາການຄ້າຈີນປະຈຳລາວ ໄດ້ກ່າວໃນກອງປະຊຸມດັ່ງກ່າວວ່າ: ນັບຕັ້ງແຕ່ສະພາການຄ້າໃໝ່ໄດ້ຖືກສ້າງຕັ້ງຂຶ້ນ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ, ຜູ້ນຳຈາກບັນດາໜ່ວຍງານລັດຖະບານລາວທີ່ກ່ຽວຂ້ອງ ແລະ ເພື່ອນມິດສະຫາຍທຸກທ່ານ ກໍໄດ້ໃຫ້ການສະໜັບສະໜູນມາສະເໝີ, ສະພາການຄ້າໄດ້ມີການສ້າງສາ ແລະ ຮັກສາສາຍສຳພັນທີ່ແໜ້ນແຟ້ນ ກັບພາກສ່ວນທີ່ກ່ຽວຂ້ອງທັງຝ່າຍລາວ ແລະ ຝ່າຍຈີນ ມາຕະຫຼອດ, ໃນເວລາດຽວກັນກໍໄດ້ຊ່ວຍເຫຼືອ ແລະ ສະໜັບສະໜູນວຽກງານຂອງບັນດາສະມາຊິກສະພາການຄ້າຈີນປະຈຳລາວ ໃຫ້ມີບາດກ້າວຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ນອກຈາກນັ້ນ, ກໍໄດ້ເອົາໃຈໃສ່ວຽກງານສັງຄົມ ແລະ ປະຕິບັດໜ້າທີ່ີຮັບຜິດຊອບທາງດ້ານສັງຄົມຂອງສອງປະເທດ ລາວ – ຈີນ ຢ່າງເປັນຈິງເປັນຈັງຕະຫຼອດມາ.

ໃນທ້າຍເດືອນຕຸລາທີ່ຜ່ານມາ ໂດຍພາຍໃຕ້ການນຳພາຂອງສະຖານທູດຈີນປະຈຳ ສປປ ລາວ, ສະພາການຄ້າຈີນປະຈຳລາວ ກໍໄດ້ອອກຂໍ້ລິເລີ່ມການບໍລິຈາກສຳລັບການຊ່ວຍເຫຼືອບັນເທົາທຸກໄພແຫ້ງແລ້ງ ແລະ ໄພພິບັດເຖິງບັນດາບໍລິສັດທີ່ຈີນລົງທຶນ, ສະມາຊິກສະພາການຄ້າຈີນປະຈຳລາວ ແລະ ພາກສ່ວນຕ່າງໃນສັງຄົມ, ຂໍ້ລິເລີ່ມດັ່ງກ່າວໄດ້ຮັບ ຄວາມສົນໃຈຈາກພາກສ່ວນຕ່າງໆໃນສັງຄົມຢ່າງກວ້າງ ຂວາງ, ສາມາດລະດົມເງິນບໍລິຈາກໄດ້ເປັນມູນຄ່າທັງໝົດ 340 ລ້ານກີບ ແລະ ໄດ້ນຳໃຊ້ເງິນຈຳນວນດັ່ງກ່າວໄປຊື້ເຂົ້າສານເພື່ອໄປມອບໃຫ້ກັບເຂດທີ່ປະສົບກັບໄພພິບັດ ເຊິ່ງໃນທີ່ນີ້ລັດຖະບານລາວ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ. ໃນໄລຍະເກີດໄພພິບັດນ້ຳຖ້ວມຢູ່ພາກໃຕ້ຂອງ ສປປ ລາວ ສະພາການຄ້າຈີນປະຈຳລາວ ກໍໄດ້ໃຫ້ການຊ່ວຍເຫຼືອຢ່າງທັນການ.

ນອກຈາກນັ້ນ, ສະພາການຄ້າຈີນປະຈຳລາວ ກໍໄດ້ຈັດກິດຈະກຳໄຫວ້ອາໄລຫຼຸມຝັງສົບວິລະບຸລຸດຈີນທີ່ແຂວງອຸດົມໄຊ, ຈັດກິດຈະກຳເບິ່ງຮູບເງົາຮັກຊາດໃຫ້ກັບບາງໜ່ວຍງານຂອງຈີນ, ຮ່ວມຈັດກິດຈະກຳສະເຫຼີມສະຫຼອງວັນສ້າງຕັ້ງ ສປ ຈີນ ຄົບຮອບ 70 ປີ ແລະ ງານລ້ຽງບຸນໄຫວ້ພະຈັນ, ຈັດຕັ້ງປະຕິບັດກວດກາ ແລະ ແນະນໍາບັນຊີລາຍຊື່ໂຄງການຮ່ວມມື ການກໍ່ສ້າງເພື່ອຫຼຸດຜ່ອນ ຄວາມທຸກຍາກຂອງ ສປປ ລາວ. ບັນດາກິດຈະກຳເຫຼົ່ານີ້ໄດ້ສະແດງໃຫ້ລັດຖະບານຂອງ ສປປ ລາວ ເຫັນເຖິງພາບພົດທີ່ດີເດັ່ນຂອງສະພາການຄ້າຈີນປະຈຳລາວ. ໃນຕໍ່ໜ້າສະພາການຄ້າຈີນປະຈຳລາວ ຈະສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ີຮັບຜິດຊອບຢ່າງຕັ້ງໜ້າ ແລະ ເຮັດວຽກຮ່ວມກັບສະມາຊິກ ແລະ ປະຊາຊົນລາວ ເພື່ອຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

ກອງປະຊຸມສະພາການຄ້າຈີນປະຈຳລາວ ໄດ້ພິຈາລະນາ ແລະ ລົງຄະແນນສຽງຢ່າງເປັນເອກະພາບໃນການຮັບຮອງເອົາກົດບັດຂອງສະພາການຄ້າຈີນປະຈຳລາວ.

( ສະພາການຄ້າຈີນປະຈຳລາວ )