Monthly Archives: January, 2020

ໂຮງຮຽນເດັກຄໍາຮູ້ ເນັ້ນພັດທະນາການຮັບຮູ້ໃຫ້ເດັກນ້ອຍ

ນະໂຍບາຍຫຼັກຂອງໂຮງຮຽນເດັກຄຳຮູ້ ຄື: ຕ້ອງຂະຫຍາຍສາຂາໄດ້ຄົບທຸກແຂວງທົ່ວປະເທດ ແລະ ເພື່ອໃຫ້ເປົ້າໝາຍດັ່ງກ່າວນັ້ນບັນລຸຜົນເປັນຈິງ ຈຶ່ງຢາກເຊີນຊວນຜູ້ທີ່ມີຄວາມມັກຮັກ ແລະ ສົນໃຈຢາກປະກອບກິດຈະການໂຮງຮຽນທີ່ມີຄວາມໝັ້ນຄົງ ໂດຍການລົງທຶນຄັ້ງດຽວແຕ່ສາມາດຄືນທຶນໄດ້ໄວໃນໄລຍະເວລາອັນສັ້ນ, ພວກເຮົາພ້ອມສະໜອງອຸປະກອນ, ສະໜອງວິຊາການ, ໃຫ້ການຊ່ວຍເຫຼືອ, ດູແລ ແລະ ບໍລິຫານໄປຄຽງຄູ່ທ່ານ ສົນໃຈຮ່ວມລົງທຶນ ຫຼື ຊື້ແຟນຊາຍໂຮງຮຽນແມ່ນສາມາດຕິດຕໍ່ສອບຖາມໄດ້ທຸກຂາສາ. ທ່ານ ນາງ ດາວວອນ ບຸນມະວົງ ປະທານຜູ້ບໍລິຫານໂຮງຮຽນເດັກຄໍາຮູ້ ໃຫ້ຮູ້ວ່າ: ໂຮງຮຽນອະນຸບານ...

ຈະສ້າງຕັ້ງໂຮງງານໃນລາວ ຕ້ອງຜ່ານຂັ້ນຕອນເຫຼົ່ານີ້!

ເພື່ອຕອບສະໜອງຕໍ່ແນວທາງນະໂຍບາຍຂອງລັດຖະບານໃນການຫັນເປັນອຸດສາຫະກຳ ແລະທັນສະໄໝນັ້ນ ໂຮງງານອຸດສາຫະກຳປຸງແຕ່ງການຜະລິດຕ່າງໆແມ່ນອົງປະກອບສຳຄັນທີ່ຈະຊ່ວຍຂັບເຄື່ອນແນວທາງນະໂຍບາຍໃຫ້ກ້າວສູ່ຄວາມເປັນຈີງ ອີກຢ່າງໂຮງງານຖືເປັນຜູ້ຈ້າງງານທີ່ສ້າງວຽກເຮັດງານທຳໃຫ້ປະຊາຊົນບໍ່ໜ້ອຍຢູ່ປະເທດເຮົາ ແຕ່ກ່ອນຈະສ້າງຕັ້ງໂຮງງານໜຶ່ງໄດ້ຕ້ອງຜ່ານຂັ້ນຕອນວິຊາການຂອງມັນສາກ່ອນ ຈະມີແນວໃດນັ້ນ ມື້ນີ້ແອັດມິນຈຶ່ງໄດ້ຫາຂໍ້ມູນເຫຼົ່ານັ້ນມາໃຫ້ທຸກທ່ານໄດ້ສຶກສານໍາກັນ. ອີງຕາມຂໍ້ຕົກລົງວ່າດ້ວຍການຄຸ້ມຄອງໂຮງງານ ສະບັບເລກທີ 0264/ອຄ.ກອຫ ລົງວັນທີ 15 ມີນາ 2019 ໃຫ້ຮູ້ວ່າ: ການສະເໜີສ້າງຕັ້ງໂຮງງານ: ຕ້ອງປະຕິບັດຕາມຂັ້ນຕອນດັ່ງນີ້ 1 ຍື່ນຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ ຕໍ່ຂະແໜງອຸດສາຫະກໍາ ແລະ ການຄ້າ ຕາມກົດໝາຍວ່າດ້ວຍວິສາຫະກິດ ສໍາລັບກິດຈະການທົ່ວໄປ ຫຼື ຍື່ນຄໍາຮ້ອງຂໍອະນຸຍາດລົງທຶນ ຕໍ່ຂະແໜງການແຜນການ...

ລາວ-ອາລິກາ ສືບຕໍ່ຮ່ວມມືສ້າງຄວາມອາດສາມາດໃນຂະແໜງເກັບກູ້ລະເບີດບໍ່ທັນແຕກ

ເພື່ອປະກອບເປັນສ່ວນໜຶ່ງຂອງການ ສະໜັບສະໜູນຂອງ ສ. ອາເມລິກາ ໃນຂະແໜງ ລບຕ, ບໍລິສັດ ທີທຣາເທັຈ ຈະມີບົດບາດສຳຄັນໃນ ຜັນຂະຫຍາຍ ທຶນຊ່ວຍເຫຼືອ ຂອງປະຊາຊົນ ອາເມລິກາ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືຂອງ ສ. ອາເມລິກາ ກັບບັນດາອົງການຈັດຕັ້ງຂອງລັດຖະບານລາວ ກໍຄື ກຄຊລ ແລະ ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ). ພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫ່ວາງ...

ນັກວິໄຈເຕືອນ! ຄວນງົດດື່ມກາເຟລະຫວ່າງກິນຢາພາລາເຊຕາມອນ

ການດື່ມກາເຟລະຫວ່າງກິນຢາພາລາເຊຕາມອນອາດເຮັດໃຫ້ຕັບເສຍຫາຍຮຸນແຮງໄດ້ ເຊິ່ງທຽບເທົ່າກັບການກິນຢາແກ້ປວດຂະນະດື່ມເຫຼົ້າເລີຍກໍ່ວ່າໄດ້. ໂດຍປົກກະຕິແລ້ວການກິນຢາພາລາເຊຕາມອນເກີນຂະໜາດພຽງໜ້ອຍໜຶ່ງກໍ່ສາມາດເຮັດໃຫ້ຕັບເສຍຫາຍຖາວອນ. ນອກຈາກນັ້ນ, ນັກວິໄຈຍັງຮູ້ດີວ່າການດື່ມແອລກໍຮໍເຂົ້າໄປຈຳນວນຫຼາຍອາດເຮັດປະຕິກິລິຍາໃຫ້ຢາຊະນິດນີ້ກາຍເປັນພິດຫຼາຍຂຶ້ນນຳ. ສະນັ້ນ, ງານວິໄຈນີ້ຖືເປັນເທື່ອທໍາອິດທີ່ບອກວ່າການກິນຢາພາລາເຊຕາມອນ ແລະ ດື່ມກາເຟອາດສົ່ງຜົນຮ້າຍເຊັ່ນດຽວກັນ. ປັດຈຸບັນມີການເຕີມຄາເຟອີນລົງໄປໃນຢາພາລາເຊຕາມອນ ເພາະເຊື່ອວ່າຈະຊ່ວຍເພີ່ມປະສິດທິພາບໃນການລະງັບປວດ ແລະ ນັກວິໄຈຈາກມະຫາວິທະຍາໄລວໍຊິງຕັນຈຶ່ງເຫັນວ່າ: ຄວນຈຳກັດປະລິມານຄາເຟອີນລະຫວ່າງກິນຢາພາລາເຊຕາມອນ. ດຣ ຊິດ ເນນສັນບອກວ່າ: ຂໍ້ແນະນຳນີ້ບໍ່ໄດ້ໝາຍຄວາມໃຫ້ເຊົາກິນຢາພາລາເຊຕາມອນ ຫຼື ເຊົາກິນຜະລິດຕະພັນທີ່ມີກາເຟອິນພຽງແຕ່ຕ້ອງລະວັງໃຫ້ຫຼາຍຂຶ້ນຖ້າກິນພ້ອມໆກັນ ໂດຍສະເພາະຖ້າດື່ມແອລກໍຮໍນໍາກໍ່ຈະຍິ່ງເປັນອັນຕະລາຍຫຼາຍຂຶ້ນພ້ອມ. ໃນການສຶກສານີ້ນັກວິໄຈໃຊ້ແບກທີເຣຍອີໂຄໄລທີ່ຜ່ານການດັດແປງພັນທຸກຳໃຫ້ຜະລິດສານເຄມີສຳຄັນທີ່ປອດເພື່ອໃຊ້ໃນການຍ່ອຍສະລາຍຢາພາລາເຊຕາມອນ ນັກວິໄຈພົບວ່າ: ເມື່ອປະສົມຢາພາລາເຊຕາມອນກັບຄາເຟອີນໃນປະລິມານຫຼາຍຈະເຮັດໃຫ້ເກີດສານພິດທີ່ເປັນອັນຕະລາຍຕໍ່ຕັບເພີ່ມຂຶ້ນເຖິງ 3 ເທົ່າ. ດຣ...

ຍອດຊວງສະຖານທີ່ທ່ອງທ່ຽງໃໝ່ທີ່ຢາກຊວນທ່ານໄປພັກຜ່ອນ

ແຂວງວຽງຈັນມີສິ່ງໜ້າສົນໃຈຫຼາຍໆຢ່າງ ໂດຍສະເພາະທໍາມະຊາດທີ່ສວຍງາມ,ບັນຍາກາດທີ່ດີ ສົດຊື່ນ ຍິ່ງຕາມລຽບແມ່ນໍ້າຂອງຍິ່ງສະຫວາດສະເຫວີຍຊວນຫຼົງໄຫຼ ທ້າຍອາທິດນີ້ມີແຜນໄປໃສແລ້ວຫຼືຍັງ ຫາກວ່າໄດ້ໄປທີ່ແຂວງວຽງຈັນເມືອງໂພນໂຮງ ຂໍແນະນໍາໜຶ່ງສະຖານທີ່ພັກຜ່ອນນັ້ນກໍຄື ຍອດຊວງ ຍອດຊວງ ເປັນແຫຼ່ງທ່ອງທ່ຽວ, ສະຖານທີ່ພັກຜ່ອນເທິງຕູບແຄມຂອງ ທ່າມກາງທິວທັດທໍາມະຊາດແຄມຝັ່ງແມ່ນໍ້າຂອງ, ຕາມພາບທີ່ທາງເພຈ໌ “ແຫ່ງທ່ອງທ່ຽວ ຍອດຊວງ ແດນເນລະມິດ” ໄດ້ລົງພາບໄວ້ໃຫ້ເຫັນຕາມນີ້ ນອກຈາກທີ່ຈະມີຕູບໄວ້ເທິງແຄມຂອງແລ້ວ ຍັງມີຕູບກາງນໍ້າ, ຂົວຍ່າງໄປ ເພື່ອສໍາພັດອີກບັນຍາກາດກາງນໍ້າ, ຖ້າສາຍຊ່າງພາບມາ ແລະມີນາງແບບມານຳ ພໍດີເກັບພາບກັນໝົດມື້ເລີຍ! ສໍາລັບໃຜທີ່ຢາກໄປສໍາຜັດ ແຫ່ງທ່ອງທ່ຽວຍອດຊວງ ແມ່ນຂີ່ລົດໄປຕາມເສັ້ນທາງ...

ວິກິດລາຄາພິກໄທໃນຕະຫຼາດໂລກຢູ່ໃນໄລຍະຂາລົງ

ລາຄາພິກໄທໃນປີນີ້ບໍ່ມີທ່າອ່ຽງວ່າຈະຂຶ້ນຫຼັງຈາກມີການຫຼຸດກໍາລັງການຜະລິດພິກໄທເປັນຈໍານວນຫຼາຍໃນໄລຍະປີກ່ອນເນື່ອງຈາກຜົນຜະລິດມີຫຼາຍກວ່າຄວາມຕ້ອງການຄຽງຄູ່ກັບຫຼາຍປະເທດທີ່ບໍລິໂພກພິກໄທມີຄໍາສັ່ງຊື້ໃນປະລິມານໜ້ອຍ. ສະມາຄົມພິກໄທຫວຽດນາມລາຍງານວ່າ:ຕະຫຼາດຫວຽດນາມຍັງມີພິກໄທໃນຄັງແຮປະລິມານຫຼາຍໂດຍເປັນພິກໄທທີ່ຕົກຄ້າງຕັ້ງແຕ່ລະດູປູກຝັງເມື່ອປີກ່ອນໂດຍຄົວເຮືອນຕ່າງໆຕະຫຼອດຮອດນັກທຸລະກິດຕ່າງສະສົມພິກໄທໄວ້ ແລະ ລໍຖ້າໃຫ້ລາຄາຂຶ້ນ. ສ່ວນໃນຕະຫຼາດໂລກມີທ່າອ່ຽງທີ່ຜົນຜະລິດພິກໄທຈະເພີ່ມຂຶ້ນຈາກປະເທດຜູ້ຜະລິດພິກໄທລາຍໃຫຍ່ໆເຊັ່ນອິນເດຍທີ່ຄາດຄະເນວ່າຜົນຜະລິດພິກໄທໃນປີນີ້ຈະຢູ່ທີ່ປະມານ61.000-62.000ໂຕນເພີ່ມຂຶ້ນຕໍ່ປີປະມານ30%. ສະມາຄົມພິກໄທຫວຽດນາມໃຫ້ຮູ້ວ່າ:ປະເທດ ບຣາຊິນເປັນຕົ້ນແບບດ້າການຜະລິດເນື່ອງຈາກສາມາດຜະລິດພິກໄທໂດຍໃຊ້ຕົ້ນທຶນຕໍ່າ ແລະ ໃຫ້ຜົນຜະລິດສູງ.

ແຈ້ງການ!! ຕໍ່ໃບອຸນຸຍາດວາລະສານ ເລີ່ມວັນທີ 1 ກຸມພາ ນີີ້ເປັນຕົ້ນໄປ

ໂດຍອີງຕາມ ແຈ້ງການ ຂອງຫ້ອງການ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເລກທີ 46/ຫກ ລົງວັນທີ 30 ມັງກອນ 2020 ເລື່ອງການຕໍ່ໃບອະນຸຍາດວາລະສານ  ອີງຕາມ ກົດໝາຍ ສື່ມວນຊົນ (ສະບັບປັບປຸງ) ເລກທີ 01/ສພຊ ລົງວັນທີ 4 ພະຈິກ 2016,...

ທະນາຄານພັດທະນາລາວ ປະຈຳດ່ານສາກົນບໍ່ເຕ່ນ ເປີດນຳໃຊ້ລະບົບ ບ 53, Easy Pass ເກັບຄ່າທຳນຽມ

ເພື່ອເປັນການຫັນເປັນທັນສະໄໝວຽກງານຄຸ້ມຄອງງົບປະມານແຫ່ງລັດໂດຍສະເພາະການນຳໃຊ້ເຄື່ອງມືເຂົ້າໃນການຄຸ້ມຄອງການບໍລິການ ການເງິນພາກລັດຢູ່ສູນກາງກໍ່ຄືທ້ອງຖິ່ນ,ເປັນວຽກໜຶ່ງທີ່ສຳຄັນຫຼາຍໃຫ້ແກ່ລັດຖະບານເພື່ອຍົກລະດັບການບໍລິການພາກລັດ ແລະ ອຳນວຍຄວາມສະດວກໃຫ້ແກ່ຜູ້ໃຊ້ບໍລິການ, ນັກທ່ອງທ່ຽວ ແລະ ປະຊາຊົນທົ່ວໄປໃນການຊໍາລະຄ່າທຳນຽມ-ຄ່າບໍລິການ ຜ່ານຊ່ອງທາງເຄື່ອງມືທີ່ທັນສະໄໝໂດຍຜ່ານລະບົບທະນາຄານ. ສະນັ້ນ, ມາໃນວັນທີ 30 ມັງກອນ 2020 ຢູ່ທີ່ດ່ານສາກົນບໍ່ເຕ່ນ ທະນາຄານພັດທະນາລາວໄດ້ຈັດພິທີ ເປີດນຳໃຊ້ລະບົບເກັບຄ່າທຳນຽມ, ບໍລິການ ແລະ ລະບົບຄຸ້ມຄອງພາຫະນະທ່ອງທ່ຽວຢ້ຽມຢາມ ພາຫະນະຂົນສົ່ງສິນຄ້າດ້ວຍລະບົບອີເລັກໂຕຣນິກ (ບ53 ) ແລະ ລະບົບ...

ຈີນກຽມສົ່ງຖ້ຽວຍົນພິເສດ ຮັບປະຊາຊົນເມືອງອູ່ຮັນທີ່ຢູ່ຕ່າງປະເທດກັບຖິ່ນຖານ

ລັດຖະບານປັກກິ່ງ ກຽມສົ່ງຍົນເຊົ່າເໝົາລຳ ໄປອົບພະຍົບພົນລະເມືອງຈີນທີ່ຢູ່ຕ່າງປະເທດ ໂດຍສະເພາະປະຊາຊົນຊາວອູ່ຮັນ ທີ່ "ກຳລັງຜະເຊີນກັບອຸປະສັກຕໍ່ການປະຕິບັດ" ໃນໄລຍະທີ່ມີສະຖານະການແຜ່ລະບາດຂອງເຊື້ອໄວຣັສໂຄໂຣນາສານພັນໃໝ່. ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນສຸກ ທີ 31 ມັງກອນ ວ່າ ກະຊວງການຕ່າງປະເທດຈີນໄດ້ອອກຖະແຫຼງການ ເມື່ອວັນສຸກ ກ່ຽວກັບການກະກຽມສົ່ງຍົນເຊົ່າເໝົາລຳຖ້ຽວພິເສດບິນອອກໄປຮັບປະຊາຊົນກັບຄືນປະເທດ ໂດຍສະເພາະປະຊາຊົນທີ່ມີຖິ່ນຖານຢູ່ມົນທົນຫູເປີ່ຍ ທາງພາກກາງຂອງປະເທດ ເຊິ່ງເປັນທີ່ຕັ້ງຂອງເມືອງອູ່ຮັນ ແຫຼ່ງແຜ່ລະບາດຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ພີ່ພາກປະຊາຊົນໃນປະເທດແລ້ວ ກວ່າ 200 ຄົນ. ທັງນີ້,...

ເຮັດແຍມກີວີດ້ວຍຕົນເອງຊ່ວຍເສີມສ້າງສານຕ້ານອະນຸມູນອິດສະຫຼະ

ກີວີຈະມີສານຕ້ານອະນຸມູນອິດສະຫຼະສູງ ຈຶ່ງຊ່ວຍຊະລໍໄວ ແລະ ຫຼຸດຮ່ອງຮອຍກ່ອນໄວອັນຄວນ ເພາະມີວິຕາມິນຊີສູງ ຈຶ່ງຊ່ວຍເສີມສ້າງຄໍລາເຈນ, ຊ່ວຍເຮັດໃຫ້ໂຄງສ້າງຜິວໃຫ້ມີຄວາມແຂງແຮງ, ຊ່ວຍບຳລຸງຜິວພັນໃຫ້ສົດໃສ, ຊ່ວຍແກ້ບັນຫາຜິວກ່ຳດຳ, ຊ່ວຍຄວບຄຸມນ້ຳໜັກ ເນື່ອງຈາກເປັນໝາກໄມ້ທີ່ຊ່ວຍໃຫ້ອີ່ມໄວ ແລະ ຢູ່ທ້ອງ. ປະກອບດ້ວຍໂອເມກ້າ 3 ທີ່ຮ່າງກາຍບໍ່ສາມາດສ້າງເອງໄດ້ ເພື່ອຊ່ວຍປ້ອງກັນການເສື່ອມສະພາບຂອງເຊລໃນຮ່າງກາຍ, ຊ່ວຍເພີ່ມການໄຫຼວຽນຂອງເລືອດໃຫ້ດີຂຶ້ນ ແລະ ຊ່ວຍໃຫ້ຫຼັບສະບາຍ. ສ່ວນປະສົມ: 1 ໝາກກີວີ 10 ໜ່ວຍ. 2 ສະຕໍເບີຣີ...
- Advertisment -
Slide
Slide

Most Read

error: Content is protected !!