ເສດຖະກິດລາວບໍ່ເຂັ້ມແຂງ ເປັນເຫດໃຫ້ເງິນກີບອ່ອນຄ່າ - Laoedaily

ເສດຖະກິດລາວບໍ່ເຂັ້ມແຂງ ເປັນເຫດໃຫ້ເງິນກີບອ່ອນຄ່າ

ປີ 2019 ເງິນກີບອ່ອນຄ່າຫຼາຍເມື່ອທຽບໃສ່ສະກຸນເງິນບາດ ແລະ ເງິນໂດລາເຮັດໃຫ້ກະທົບຕໍ່ລາຄາສິນຄ້າໃນທ້ອງຕະຫຼາດ. ຂະນະທີ່ນັກເສດຖະສາດໄດ້ປະເມີນກ່ອນໜ້ານັ້ນວ່າເງິນກີບຈະກັບມາແຂງຄ່າໃນໄລຍະທ້າຍປີ 2019 ແຕ່ປັດຈຸຍັງບໍ່ມີປັດໄຈບົ່ງຊີ້ວ່າເງິນກີບຈະກັບມາແຂງຄ່າ, ດ້ານຜູ້ວ່າການທະນາຄານແຫ່ງ ສປປ ລາວ ຊີ້ ເງິນກີບອ່ອນຄ່າ ສາເຫດພາຍໃນມາຈາກເສດຖະກິດປະເທດເຮົາບໍ່ເຂັ້ມແຂງ. ຢ່າງໃດກໍຕາມ, ທຫລ ປະເມີນເງິນກີບອ່ອນຄ່າຍັງຢູ່ໃນເກນທີ່ຄວບຄຸມໄດ້ ແລະ ຄາດວ່າ 2020 ສະພາບໂດຍລວມຈະດີຂື້ນ ດ້ວຍຜົນພວງຈາກການສົ່ງອອກ ແລະ ໂຄງການລົງທຶນທີ່ກຳລັງຈະສໍາເລັດ.

ໃນເດືອນທັນວາ 2018 ອັດຕາແລກປ່ຽນຢູ່ທີ່ 266 ກີບຕໍ່ບາດ ແລະ 8.539 ກີບຕໍ່ໂດລາ, ມາໃນວັນທີ 2 ມັງກອນ 2019 ເງິນກີບສືບຕໍ່ອ່ອນຄ່າຢູ່ໃນລະດັບ 267 ກີບຕໍ່ບາດ ແລະ 8.550 ໂດລາ; ວັນທີ 1 ກຸມພາ ອັດຕາແລກປ່ຽນຢູ່ທີ່ 277 ກີບຕໍ່ບາດ ແລະ 8.565 ໂດລາວັນທີ 1 ເດືອນມີນາຢູ່ທີ່ 275 ກີບຕໍ່ບາດ ແລະ 8.576 ໂດລາ, ວັນທີ 1 ເມສາ ຢູ່ທີ່ 276 ກີບຕໍ່ບາດ ແລະ 8.601 ກີບຕໍ່ໂດລາ, ວັນທີ 2 ເດືອນພຶດສະພາ ຢູ່ທີ່ 273 ກີບຕໍ່ບາດ ແລະ 8.626 ກີບຕໍ່ໂດລາ.

ໃນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ 1 ປະຈໍາປີ 2019 ທະນາຄານ ແຫ່ງ ສປປ ລາວ ໄດ້ ສະຫຼຸບວ່າ: ສະເລ່ຍ 5 ເດືອນຕົ້ນປີ 2019 ເງິນກີບທຽບເງິນໂດລາ ອ່ອນຄ່າ 2,01% ແລະ ເງິນກີບທຽບກັບເງິນບາດ ອ່ອນຄ່າ 3,81% ທຽບໃສ່ທ້າຍປີ 2018 ຜ່ານມາ ເຮັດໃຫ້ມີສ່ວນຕ່າງອັດຕາແລກປ່ຽນຢູ່ທະນາຄານ ແລະ ອັດຕາຕະຫຼາດແຕກຕ່າງກັນສະເລ່ຍຢູ່ໃນລະດັບ 2,33% ສໍາລັບເງິນກີບກັບເງິນໂດລາ ແລະ 0,89% ສໍາລັບເງິນກີບກັບເງິນບາດ.

ມາເຖິງໄລຍະ 6 ເດືອນທ້າຍປີ 2019 ເງິນກີບເລີ່ມອ່ອນຄ່າ ແຮງນັບແຕ່ວັນທີ 3 ມິຖຸນາ 2019 ອັດຕາແລກປ່ຽນເງິນບາດຢູ່ທີ່ 273 ກີບຕໍ່ບາດ ແລະ 8.659 ກີບຕໍ່ໂດລາ, ແຕ່ມາເຖິງ 30 ທັນວາ 2019 ເງິນກີບອ່ອນຄ່າລົງຢ່າງໜ້າຕົກໃຈຮອດ 300 ກີບຕໍ່ບາດ ແລະ 8.883 ກີບຕໍ່ໂດລາ ເຊິ່ງທັງໝົດນີ້ນັກເສດຖະສາດຈາກທະນາຄານພັດທະນາອາຊີ ( ADB ) ໄດ້ໃຫ້ທັດສະນະວ່າ: ກໍລະນີອັດຕາແລກປ່ຽນເງິນກີບອ່ອນຄ່າ ນັບແຕ່ກາງປີ 2019 ເປັນຕົ້ນມານັ້ນ ໄດ້ສົ່ງຜົນກະທົບບໍ່ໜ້ອຍຕໍ່ລະບົບເສດຖະກິດ ໂດຍສະເພາະແມ່ນຜູ້ນໍາເຂົ້າສິນຄ້າປະເພດນໍ້າມັນ, ພາຫະນະ, ວັດສະດຸກໍ່ສ້າງ ແລະ ເຄື່ອງອຸປະໂພກ – ບໍລິໂພກອື່ນໆ. ເຖິງຢ່າງໃດກໍຕາມ, ອັດຕາແລກປ່ຽນເພີ່ມຂຶ້ນກໍມີຫຼາຍປັດໄຈດັ່ງທີ່ພວກເຮົາຮູ້ກັນຢູ່ ເຊິ່ງພາກລັດເພິ່ນກໍມີ ວິທີແກ້ໄຂຢູ່ແລ້ວ ແຕ່ກໍຖື ວ່າຍັງຢູ່ໃນເກນທີ່ ທຫລ ສາມາດຄວບຄຸມໄດ້ໃນອັດຕາບໍ່ເກີນ ±5%.

ດ້ານນັກເສດຖະສາດຂອງທະນາຄານໂລກປະຈໍາລາວ ເປີດເຜີຍວ່າ: ການຜັນຜວນຂອງຄ່າເງິນໃນໄລຍະທ້າຍປີ 2019 ເຫັນວ່າເງິນຕາຕ່າງປະເທດທີ່ເປັນສະກຸນເງິນບາດ ແລະ ໂດລາແຂງຄ່າເພີ່ມສູງຂຶ້ນ. ທັງນີ້, ກໍຍ້ອນປັດໄຈພາຍນອກທີ່ພວກເຮົາໜ້າຈະຮູ້ກັນຢູ່ ເຖິງສະພາບເສດຖະກິດຂອງປະເທດເພື່ອນບ້ານມີການສົ່ງອອກເພີ່ມຂຶ້ນ ແລະ ການເຈລະຈາການຄ້າຂອງປະເທດມະຫາອໍານາດເຫຼົ່ານີ້ເປັນຕົ້ນ. ສ່ວນປັດໄຈພາຍໃນພວກເຮົາຍັງບໍ່ສາມາດເວົ້າໄດ້ຢ່າງຊັດເຈນເທື່ອ? ແຕ່ຕ້ອງໄປເບິ່ງໃນລາຍລະອຽດຂອງແຕ່ລະຂະແໜງການ ເປັນຕົ້ນແມ່ນ: ການຄ້າ, ການລົງທຶນ, ການນໍາເຂົ້າ – ສົ່ງອອກ ຫຼື ການຊຸກຍູ້ການຜະລິດພາຍໃນອື່ນໆທີ່ພາກລັດ ແລະ ພາກທຸລະກິດຕ້ອງໄດ້ຊ່ວຍກັນ.

ໃນວັນທີ 13 ພະຈິກ 2019 ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ໄດ້ຊີ້ແຈງໃນກອງປະຊຸມສະພາ ວ່າ: ປັດໄຈພາຍນອກມາຈາກຄ່າເງິນໂດລາ ແລະ ເງິນບາດແຂງຄ່າຂຶ້ນຢ່າງຕໍ່ເນື່ອງ, ສ່ວນປັດໄຈພາຍໃນແມ່ນມາຈາກພື້ນຖານເສດຖະກິດຂອງປະເທດເຮົາຍັງບໍ່ເຂັ້ມແຂງ. ເງິນກີບອ່ອນຄ່າໃນປັດຈຸບັນໄດ້ສ່ອງແສງເຖິງພາບລວມຂອງເສດຖະກິດ ເຊິ່ງນັບແຕ່ປີ 2008 – 2018 ປະເທດເຮົາຂາດດຸນການຄ້າສະເລ່ຍແລ້ວ 850 ລ້ານໂດລາຕໍ່ປີ ເຊິ່ງມູນຄ່າການຄ້ານຳເຂົ້າສະເລ່ຍຢູ່ທີ່ປະມານ 3,7 ພັນລ້ານໂດລາຕໍ່ປີ.

[ ຂ່າວ: ສົມສະຫວິນ ]

ເວັບໄຊທ໌ ລັດຖະບານ
ເວັບໄຊທ໌ແນະນຳ
ເພຈ໌ແນະນຳ