ມື້ທໍາອິດຂອງປີ 2020! ລາຄາຄໍາປັບຂຶ້ນ 40 ພັນກີບ

216

ຄວາມຄືບໜ້າການເຈລະຈາການຄ້າຈີນ – ສະຫະລັດ ກາຍເປັນປັດໄຈສໍາຄັນຍູ້ໃຫ້ ລາຄາຄໍາປັບຂຶ້ນຕ້ອນຮັບປີໃໝ່ເຖິງ 40 ພັນກີບຕໍ່ໜຶ່ງບາດ ແລະ 4 ໂດລາຕໍ່ອອນ.

ລາຄາຄໍາຮູບປະພັນປະກາດຂາຍມື້ທໍາອິດຂອງປີແມ່ນ 6.939.000 ກີບຕໍ່ບາດ ເຫັນວ່າປັບຂຶ້ນ 40 ພັນກີບ ຖ້າທຽບໃສ່ມື້ສຸດທ້າຍຂອງປີ 2019 ຢູ່ທີ່ 6.899.000 ກີບຕໍ່ບາດ.

ເຫດຜົນຫຼັກໃນການປັບຂຶ້ນກໍຍ້ອນຄວາມຄືບໜ້າການເຈລະຈາການຄ້າຈີນ – ສະຫະລັດ ທີ່ມີທິດທາງດີຂຶ້ນ ໂດຍສະເພາະສອງຝ່າຍຄາດວ່າຈະມີການລົງນາມການຄ້າ ໃນວັນທີ 15 ມັງກອນ 2020.

ສ່ວນລາຄາຄໍາຕະຫຼາດໂລກເຄື່ອນໄຫວໃນລະດັບ 1.519 ໂດລາຕໍ່ອອນ ປັບຂຶ້ນ 4 ໂດລາຕໍ່ອອນ ຖ້າທຽບໃສ່ວັນຈັນສຸດທ້າຍຂອງປີ 2019 ເຄື່ອນໄຫວໃນລະດັບ 1.515 ໂດລາ ຫຼັງມີຂ່າວວ່າສະຫະລັດອາເມຣິກາ ແລະ ຈີນ ຈະລົງນາມການຄ້າຮ່ວມກັນ ໃນວັນທີ 15 ມັງກອນ 2020.