Monthly Archives: January, 2020

ຂົ້ວໜໍ່ໄມ້ຝຣັ່ງ

ມື້ນີ້ຂໍເປັນລາຍການອາຫານທີ່ໄດ້ຮັບສານອາຫານຈາກໜໍ່ໄມ້ຝຣັ່ງ ເຖິງວ່າລາຄາອາດຈະສູງແຕ່ມີປະໂຫຍດຫຼາຍກຸ້ມຄ່າກັບລາຄາແນ່ນອນ ໂດຍມີສ່ວນຊ່ວຍປັບສົມດຸນລໍາໄສ້, ຫຼຸດອາການທ້ອງອືດ, ຊ່ວຍດູດຊຶມແຄລຊຽມ, ຊ່ວຍບໍາລຸງຜິວ ແລະ ອີກຫຼາຍໆຢ່າງ. ສ່ວນປະສົມ: 1 ໜໍ່ໄມ້ຝຣັ່ງ 500 ກຣາມ. 2 ກຸ້ງສົດ 100 ກຣາມ. 3 ເຫັດຫອມ 1 ຖ້ວຍນ້ອຍ. 4 ກະທຽມສັບ 2 ບ່ວງແກງ. 5 ນ້ຳສະອິວດຳ 1 ບ່ວງແກງ. 6 ນ້ຳມັນຫອຍ...

ເຈມສ໌ ເໜືອ ເບຣດີ – ເມສຊີ ຄວ້າລາງວັນນັກກີລາດີເດັ່ນແຫ່ງທົດສະວັດຂອງ ເອພີ

ເລີບຣອນ ເຈມສ໌ ນັກບານບ້ວງ ເອັນບີເອ ( NBA ) ຄວ້າລາງວັນນັກກີລາດີເດັ່ນແຫ່ງທົດສະວັດ ຂອງສໍານັກຂ່າວ ເອພີ ( AP ) ຂອງສະຫະລັດອາເມຣິກາ ຕາມການປະກາດໃນວັນທີ 30 ທັນວາ 2019. ເຈມສ໌ ເອົາຊະນະຄູ່ແຂ່ງຢ່າງ ທອມ ເບຣດີ ນັກກີລາບານອາເມຣິກາ, ຢູເຊນ...

ທຸລະກິດ ຍານພາຫະນະທາງບົກ ໃນ ສປປ ລາວ ຈະຖືກຄຸ້ມຄອງໃຫ້ຮັດກຸມຂຶ້ນ

ເພື່ອເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ປະສິດທິພາບ ແລະ ປະສິດທິຜົນ ໃນການຕິດຕາມ ກວດກາ ການດໍາເນີນທຸລະກິດຍານພາຫະນະທາງບົກ ຢູ່ ສປປ ລາວ ໃຫ້ຖືກຕ້ອງ, ສອດຄ່ອງກັບກົດໝາຍ ແລະ ລະບຽບການ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດ ຂອງຜູ້ດໍາເນີນທຸລະກິດ, ຜູ້ຊົມໃຊ້ ແລະ ຜົນປະໂຫຍດຂອງລັດ ເພື່ອປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດ. ດັ່ງນັ້ນ,...

ເຄັດລັບໜ້າຮູ້ເພື່ອຊ່ວຍໃຫ້ຮູບຮ່າງດີຂຶ້ນ

ເຄັດລັບໃນການຮັກສາຮູບຮ່າງຂອງແຕ່ລະຄົນກໍຈະແຕກຕ່າງກັນໄປ ແຕ່ສິ່ງສໍາຄັນທີ່ສຸດກໍຄືການອອກກໍາລັງກາຍຄວບຄູ່ໄປນໍາ ແລະ ກິນອາຫານທີ່ມີຄຸນປະໂຫຍດອີກດ້ວຍ. 1 ກ່ອນການກິນອາຫານຄວນດື່ມນ້ຳ 1 ຈອກ ຈະຊ່ວຍໃຫ້ກິນໄດ້ໜ້ອຍລົງ ແລະ ອີ່ມໄວ. 2 ຄວນກິນອາຫານໃນຖ້ວຍ ຫຼື ຈານນ້ອຍໆ ເພາະການທີ່ຕ້ອງຕັກເພີ່ມຂຶ້ນຫຼາຍໆເທື່ອ ຈະເຮັດໃຫ້ຮູ້ສຶກວ່າກິນຫຼາຍແລ້ວ. 3 ຫຍ້ຳອາຫານໃຫ້ລະອຽດ ປະມານ 15 - 20 ຄັ້ງແລ້ວຄ່ອຍກືນ ເພາະການກິນຊ້າໆຈະເຮັດໃຫ້ຮູ້ສຶກວ່າອີ່ມ ແລະ ກິນໄດ້ໜ້ອຍລົງ. 4...

ຮັບປີໃໝ່ດ້ວຍຮູບເງົາ “ ມະລຶດຕະຍູໃຕ້ທະເລ ”

ຄ້າຍຮູບເງົາ 20th Century Fox ໄດ້ປ່ອຍຕົວຢ່າງຮູບເງົາໃໝ່ຂອງ Kristen Stewart ເຊິ່ງເປັນຮູບເງົາແນວ Action ຊື່ວ່າ: “ Underwater ” ຫຼື “ ມະລຶດຕະຍູໃຕ້ທະເລ ” ເຊິ່ງຈະເຂົ້າສາຍໃນວັນທີ 9 ມັງກອນ 2020 ທຸກໂຮງຮູບເງົາທົ່ວປະເທດ. ຮູບເງົາ “ ມະລຶດຕະຍູໃຕ້ທະເລ...

ສິດທິເດດ ຮ່ວມສາຍນັກສະນຸກເກີລະດັບໂລກ ລາຍການ ຊະບາ ສະນຸກເກີ ຄັບ 2020

ຕາມການເປີດເຜີຍຂອງ ທ້າວ ສິດທິເດດ ສັກບ່ຽງ ໃນວັນທີ 2 ມັງກອນ 2020 ໃຫ້ຮູ້ວ່າ: ຫຼັງຈາກທີ່ໄດ້ສ້າງຜົນງານຄວ້າຫຼຽນຄຳ ຊີເກມ ເມື່ອປີ 2017 ທີ່ປະເທດມາເລເຊຍ ເປັນເຈົ້າພາບ, ຄວ້າຫຼຽນທອງ ຊີເກມ ທີ່ປະເທດຟີລິບປິນ ໃນເດືອນທັນວາ 2019 ຜ່ານມາ ແລະ ຄວ້າແຊັມ ການແຂ່ງຂັນກີລາສະນຸກເກີ...

ເມືອງລະຄອນເພັງ ຈະສຸມໃສ່ລົບລ້າງບ້ານທຸກຍາກໃຫ້ໄດ້ 100%

ເມືອງລະຄອນເພັງ ແຂວງສາລະວັນ ວາງເປົ້າໝາຍສ້າງລາຍຮັບໃຫ້ປະຊາຊົນສະເລ່ຍ 21ລ້ານກີບຕໍ່ຄົນຕໍ່ປີ ພ້ອມສຸມໃສ່ລົບລ້າງບ້ານທຸກຍາກໃຫ້ໄດ້ 100%. ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກເມືອງລະຄອນເພັງຄັ້ງທີ VIII ຈັດຂຶ້ນລະຫວ່າງວັນທີ 26-27 ທັນວາ 2019 ຢູ່ທີ່ສະໂມສອນຂອງເມືອງ, ໂດຍການເປັນປະທານຂອງ ສະຫາຍ ສົມໃຈ ອຸ່ນຈິດ ເຈົ້າເມືອງເມືອງລະຄອນເພັງ ແຂວງສາລະວັນ, ເປັນກຽດເຂົ້າຮ່ວມຂອງ ທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງໆສາລະວັນ, ມີບັນດາພະນັກງານບໍານານ...

ເຕັກນິກການປູກໝາກລຳໄຍ

ໝາກລຳໄຍມີຕົ້ນກໍາເນີດມາຈາກເຂດຮ້ອນ ເຂດພາກໃຕ້ຂອງປະເທດຈີນ ແລະ ອາຊີຕາເວັນອອກສ່ຽງໃຕ້. ຈາກການໃຫ້ຂໍ້ມູນຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຍັງຊີ້ໃຫ້ເຫັນວ່າພື້ນທີ່ທີ່ເໝາະສົມແກ່ການປູກ ທັງໄດ້ຮັບປະສິດທິພາບສູງ ສໍາລັບໝາກໄມ້ຊະນິດນີ້ແມ່ນໃນອາຊີອາຄະເນເຮົານີ້ເອງ ເວົ້າລວມ, ເວົ້າສະເພາະໃນປະເທດລາວໝາກລຳໄຍກໍເປັນໝາກໄມ້ທີ່ຄົນລາວນິຍົມບໍລິໂພກ ແລະ ພົບເຫັນການປູກແຜ່ຫຼາຍເຊັ່ນດຽວກັນ ແຕ່ເຊື່ອວ່າຫຼາຍເຂດກໍຈະເປັນການປູກແບບທໍາມະຊາດບໍ່ໄດ້ອີງໃສ່ຫຼັກການໃດໆ. ແຕ່ມື້ນີ້ຜູ້ຂຽນໄດ້ຮຽບຮຽງເອົາຂໍ້ມູນເຕັກນິກການປູກທີ່ເປັນວິຊາການ ໂດຍສະເພາະມາໃຫ້ທ່ານຜູ້ອ່ານໄດ້ນໍາໄປທົດລອງໃຊ້ນໍາກັນ ເພື່ອຜົນໄດ້ຮັບທີ່ດີ ແລະ ໄດ້ໝາກໄມ້ທີ່ມີຄຸນນະພາບ. ດິນຟ້າອາກາດທີ່ເໝາະສົມ: ຕົ້ນລຳໄຍມັກດິນທີ່ອຸດົມສົມບູນ ຄ່າ Ph 5,5 -...

ປກສ ແຂວງໄຊຍະບູລີ ຈັດພິທີປະກາດການເລື່ອນຊັ້ນ

ຕອນບ່າຍວັນທີ 30 ທັນວາ 2019 ນີ້ ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດການເລື່ອນຊັ້ນຢ່າງສົມກຽດໃຫ້ນາຍ ແລະ ພົນຕຳຫຼວດ ຜູ້ທີ່ມີຜົນງານດີເດັ່ນ ແລະ ຮອດກຳນົດການເລື່ອນຊັ້ນ ທີ່ສະໂມສອນກອງບັນຊາການ ປກສ ແຂວງ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພັນເອກ ບຸນຫຼ້າ ສຸລິຍາ ຮອງຫົວໜ້າກອງບັນຊາການ ປກສ...

ຕ້ອນຮັບເລກງາມ 2020! ເມືອງພີນ ຫວັງສ້າງລາຍຮັບສະເລ່ຍ 10 ລ້ານກວ່າກີບຕໍ່ຄົນຕໍ່ປີ

ເມືອງພີນ ແຂວງສະຫວັນນະເຂດ ຈະສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ ( GDP ) ບັນລຸໃຫ້ໄດ້ 780,65 ຕື້ກີບ ອັດຕາຂະຫຍາຍຕົວຢູ່ໃນລະດັບ 6% ລາຍຮັບຕໍ່ຫົວຄົນຕໍ່ປີໃຫ້ຢູ່ທີ່ 10 ລ້ານກວ່າກີບ. ທ່ານ ໂພລິທັດ ໄຊສະຫວັດ ກຳມະການພັກເມືອງ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງພີນ ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ອົງຄະນະພັກເມືອງພີນ ຄັ້ງທີ XI ໃນວັນ...
- Advertisment -
Slide
Slide

Most Read

error: Content is protected !!