ຮັບປີໃໝ່ດ້ວຍຮູບເງົາ “ ມະລຶດຕະຍູໃຕ້ທະເລ ”

145

ຄ້າຍຮູບເງົາ 20th Century Fox ໄດ້ປ່ອຍຕົວຢ່າງຮູບເງົາໃໝ່ຂອງ Kristen Stewart ເຊິ່ງເປັນຮູບເງົາແນວ Action ຊື່ວ່າ: “ Underwater ” ຫຼື “ ມະລຶດຕະຍູໃຕ້ທະເລ ” ເຊິ່ງຈະເຂົ້າສາຍໃນວັນທີ 9 ມັງກອນ 2020 ທຸກໂຮງຮູບເງົາທົ່ວປະເທດ.

ຮູບເງົາ “ ມະລຶດຕະຍູໃຕ້ທະເລ ” ແມ່ນເລື່ອງລາວຂອງກຸ່ມນັກສໍາຫຼວດກຸ່ມໜຶ່ງທີ່ຕ້ອງລົງເລິກໃນທ້ອງ ມະຫາສະໝຸດ ໂດຍເຂົ້າໄປຂຸດເຈາະເພື່ອສໍາຫຼວດ ແຕ່ກໍເກີດເຫດແບບບໍ່ໄດ້ຕັ້ງໃຈຂຶ້ນ ເພາະການຂຸດເຈາະຂອງພວກເຂົາໄດ້ເຮັດໃຫ້ເກີດແຜ່ນດິນໄຫວຂະໜາດໃຫຍ່ ແລະ ເຮັດໃຫ້ສະຖານີໄດ້ຮັບຄວາມເສຍຫາຍ ເຊິ່ງລູກເຮືອຈຶ່ງຕ້ອງຫາວິທີເອົາຕົວລອດ ໂດຍບໍ່ຮູ້ເລີຍວ່າການຂຸດເຈາະຂອງພວກເຂົານອກຈາກແຜ່ນດິນໄຫວແລ້ວມັນຍັງໄດ້ປຸກເອົາສິ່ງທີ່ເປັນຕາຢ້ານທີ່ຢູ່ໃຕ້ທະເລເລິກຂຶ້ນມານໍາອີກດ້ວຍ.

ນັກສະແດງນໍາໂດຍ Kristen Stewart ຮັບບົດເປັນ Norah ສະມາຊິກຂອງທີມນັກວິໄຈໃຕ້ນໍ້າທີ່ຕ້ອງລົງໄປປະຕິບັດໜ້າທີ່ໃນການສໍາຫຼວດທະເລເລິກ ເມື່ອເກີດແຜ່ນດິນໄຫວເຮັດໃຫ້ພວກເຂົາຕິດຢູ່ກ້ອງທະເລ ໂດຍຕ້ອງຫາວິທີເອົາຕົວລອດໄປໃຫ້ໄດ້, ນອກຈາກຈະເອົາຊີວິດລອດຂຶ້ນມາຈາກໃຕ້ນໍ້າ ກໍຍັງຕ້ອງເອົາຊີວິດລອດຈາກສິ່ງທີ່ຫຼັບໄຫຼຢູ່ກ້ອງທະເລ.

ຮູບເງົາ “ Underwater ” ເປັນຜົນງານການກໍາກັບຂອງ William Eubank ທີ່ເຄີຍສ້າງຜົນງານໃນຮູບເງົາ “ The Signal ” ໃນປີ 2014 ພ້ອມທັງໄດ້ T.J Miller, Vincent Cassel, Jessica Henwick, John Gallagher Jr ແລະ MamoudouAthie ມາຮ່ວມສະແດງ, ມີກໍານົດສາຍໃນວັນທີ 9 ມັງກອນ 2020 ທຸກໂຮງຮູບເງົາ.

ຂໍ້ມູນຈາກ: Major Platinum Cineplex

ຮຽບຮຽງ: ນຸ້ມນິ້ມ