ອົບອຸ່ນຫົວໃຈນາງງາມຈັກກະວານ ສວມໃສ່ຊຸດຫຼວງພະບາງ ພ້ອມເດີນທາງເຮັດກິດຈະກຳ

77

ຂ່າວບັນເທີງພາມາຊົມການປະມວນຮູບພາບຂອງ Sheynnis Palacios Cornejo ຜູ້ຄອງມຸງກຸດ Miss Universe 2023 ຈາກແດນລາຕິນ ປະເທດນິກາຣາໄກວ ທີ່ຖືວ່າເປັນເລື່ອງທີ່ໜ້າດີໃຈ ແລະ ຕື່ນເຕັ້ນທີ່ສຸດສໍາລັບແຟນໆນາງງາມຊາວລາວ ແລະ ເປັນຄັ້ງປະຫວັດສາດກັນເລີຍກັບນາງງາມຈັກກະວານທີ່ເດີນທາງມາຢ້ຽມຢາມ ສປປລາວ ຂອງພວກເຮົານັ້ນເອງ ງານນີ້ຂ່າວບັນເທີງກໍຕິດຕາມບໍ່ຢຸດພາແຟນໆມາສ່ອງຄວາມງາມ ຄວາມໜ້າຮັກ ແລະ ເປັນກັນເອງສຸດໆຂອງການຢ້ຽມຢາມລາວຄັ້ງນີ້ຂອງນາງງາມຈັກກະວານຄົນນີ້ ຕັ້ງແຕ່ເດີນທາງມາເຖິງສະໜາມບິນ ແລະ ເຮັດກິດຈະກໍາ ຈົນເຖິງການເດີນທາງໄປທີ່ຫຼວງພະບາງກັນເລີຍ.

อาจเป็นรูปภาพของ 3 คน

ເລີ່ມຕົ້ນດ້ວຍ ບັນຍາກາດຂອງຄວາມຄຶກຄື້ນ ຕັ້ງແຕ່ຢູ່ສະໜາມບິນວັດໄຕ ເຊິ່ງໄດ້ພົບກັບເຫຼົ່າແຟນຄລັບ 200 ກວ່າຊີວິດທີ່ຖ້າຕ້ອນຮັບຢູ່ລາວ ໄປຈົນຮອດໂຮງແຮມທີ່ເຊນິສພັກ! ນາງງາມຈັກກະວານຄົນນີ້ ແລະ ລະຫວ່າງທີ່ຢູ່ໃນປະເທດລາວກໍເຫັນວ່າເຊນິສມີຄວາມສຸກສະບາຍ ແລະ ໄດ້ເຫັນຄວາມສວຍງາມຂອງປະເທດລາວເຮົາ.

อาจเป็นรูปภาพของ 5 คน และ ข้อความ

ງານນີ້ກໍພາດບໍ່ໄດ້ອີກພາມາແລ້ວ look ຊຸດໄໝລາວຂອງ Sheynnis Palacios (ເຊນນິສ) Miss Universe 2023 ໃນລະຫວ່າງການເດີນທາງຢ້ຽມຢາມປະເທດລາວ ຄັ້ງທຳອິດ ໂດຍໃນຕອນເຊົ້າຂອງການມາຢ້ຽມຢາມລາວ ເຊນນິສ ພ້ອມດ້ວຍ ແອນ ຈັກກຣະພົງ ແລະ ປາເປົ້າ ໄພມະນີ Miss Universe Laos 2023 ພ້ອມຄະນະ ໄດ້ທ່ຽວຊົມສະຖານທີ່ສຳຄັນພາຍໃນນະຄອນຫຼວງວຽງຈັນ ເຊັ່ນ ປະຕູໄຊ, ຫໍພະແກ້ວ ແລະ ອື່ນໆ ກ່ອນທີ່ໃນຕອນບ່າຍຈະມີພິທີບາສີສູ່ຂວັນ ທີ່ພະທາດຫຼວງວຽງຈັນ.

อาจเป็นรูปภาพของ 7 คน และ ข้อความพูดว่า "MISS 40円 UNIVERSE UNIVERSE"

ທີ່ງົດງາມສຸດໆຫາທີ່ປຽບບໍ່ໄດ້ ແລະ ເປັນພາບແຫ່ງ ຄວາມປະທັບໃຈຂອງແຟນໆຊາວລາວອີກຢ່າງໜຶ່ງຄືພາບຂອງ Sheynnis ພາບມິສຢູນິເວີສ 2023 ໃນຊຸດລາວຫຼວງພະບາງ ໃນລະຫວ່າງເດີນທາງເຮັດພາລະກິດຢູ່ ທີ່ແຂວງຫຼວງພະບາງນັ້ນເອງ ຖືວ່າເປັນພາບທີ່ຫາຊົມໄດ້ຍາກ ແລະ ເປັນພາບແຫ່ງປະຫວັດສາດຂອງນາງງາມຈັກກະວານກັນເລີຍ.

อาจเป็นรูปภาพของ 7 คน และ ข้อความพูดว่า "UNIVERSE"

ທ້າຍນີ້ຂ່າວບັນເທີງເອງຂໍຝາກແຟນຂ່າວທຸກຄົນຕິດຕາມນ້ອງໆຜູ້ເຂົ້າປະກວດ ແລະ ເຂົ້າໄປຄອມເມັ້ນໄປໂຫວດໃຫ້ສາວງາມໝາຍເລກທີ່ທ່ານຮັກໄດ້ເລີຍເດີ້ທີ່ເພຈ Miss Universe Laos ເດີ.