ເກັ່ງຫຼາຍ! ຊົມເຊີຍ ແລະ ຍິນດີກັບສອງສາວທັງງາມທັງເກັ່ງ ຮັບລາງວັນ Asia Top Awards 2024

133

ຖືວ່າເປັນຂ່າວດີຂອງສິລະປິນລາວເຮົາແທ້ໆ ແຟນຄລັບໃຈຟູໄປຕາມໆກັນ ເມື່ອ 2 ສິລະປິນລາວ Saluna Mano lom ແລະ Thinlamphone Mahavong ຈະໄດ້ເຂົ້າຮ່ວມງານ Asia Top Awards 2024 ຈັດຂຶ້ນທີ່ປະເທດໄທ

อาจเป็นรูปภาพของ 6 คน, ชุดออกงาน และ สูทออกงาน

ແລະ ຍັງໄດ້ຮັບລາງວັນ Asia Top Awards 2024 ໃນສາຂາຕ່າງໆນໍາອີກ ຕ້ອງຂໍສະແດງຄວາມຍິນດີນໍາສຸດໆເລີຍ ໂດຍງານນີ້ມີນັກຮ້ອງ, ນັກສະແດງ ແລະ ດາລາ ທີ່ມີຊື່ສຽງອີກຫຼາກຫຼາຍປະເທດເຂົ້າຮ່ວມຮັບລາງວັນ ແລະ ຮ່ວມງານນໍາ ບອກເລີຍດີໃຈແທນທັງສອງສຸດໆ ແລະ ທີ່ສໍາຄັນເປັນໃບໜ້າໃບຕາອັນດີໃຫ້ກັບວົງການເພງລາວ ແລະ ປະເທດລາວຂອງເຮົານັ້ນເອງ.

อาจเป็นรูปภาพของ 1 คน และ ข้อความ

ຫຼັງຈາກທີ່ໄດ້ຮັບລາງວັນໃນຄໍ່າຄືນທີ່ຜ່ານມາ ສາວຖິ່ນລໍາພອນ ກໍໄດ້ມີໂພສຂໍ້ຄວາມສະແດງຄວາມຮູ້ສຶກຜ່ານເຟສ ບຸ໊ກເປັນພາສາອັງກິດວ່າ:  “ I am filled with pride to be able to share my love of Lao music and culture. With great respect, it was an incredible experience to be among a room filled with talented artists and industry leaders.

อาจเป็นรูปภาพของ 1 คน และ วัด

Congratulations to all. Thank you to ASIA TOP AWARDS for recognizing my music. SG Music and I are honoured to receive this award.

A special thanks to Saluna, Atip Keng Charoenchaisakulsuk and Highbros family for this opportunity and collaboration.

To my sponsors, thank you so much.

อาจเป็นรูปภาพของ 1 คน และ ข้อความพูดว่า "ASIA TOP AWARDS 2024 Asia's Best Individual and Corporate Awards. THINLAMPHONE Culture integration Artist 金茉莉 thinlar 18 March 2024 Red Carpet @Infinicity Hall Paragon Cineplex Awards Event@Siam Pavalai Royal Grand Theatre Siam Paragon 6th Floor Siam Paragon 5.00 PM 6.30PM 6.30PM-8.30PM"

Most importantly, to my amazing FC who continues to support and give me encourage to make more music. So much love to each and every one of you ” ເຊິ່ງແປອອກມາປະມານວ່າ ຂ້ອຍເອງເຕັມໄປດ້ວຍຄວາມພາກພູມໃຈທີ່ໄດ້ແບ່ງປັນຄວາມຮັກແພງໃນດົນຕີ ແລະ ວັດທະນະທຳລາວ. ດ້ວຍຄວາມເຄົາລົບນັບຖື, ມັນເປັນປະສົບການທີ່ບໍ່ໜ້າເຊື່ອທີ່ຈະຢູ່ໃນຫ້ອງທີ່ເຕັມໄປດ້ວຍນັກສິລະປິນທີ່ມີພອນສະຫວັນ ແລະ ຜູ້ນໍາອຸດສາຫະກໍາດົນຕີ.

อาจเป็นรูปภาพของ 1 คน และ ข้อความพูดว่า "ASIA TOP AWARDS 2024 Asia's Best Individual and Corporate Awards. Saluna Manolom (Luna) Artist from Laos Creative Artist 18 March 2024 Red Carpet @Infinicity Hall Paragon Cineplex Siam Paragon 5.00 PM 6.30PM Awards Event Event@Siam Pavalai Royal Grand Theatre 6th Floor Siạm Paragon 6.30PM-8.30PM"

ຂໍສະແດງຄວາມຍິນດີກັບທຸກຄົນ ຂອບໃຈ ASIA TOP AWARDS ສຳລັບການຮັບຮູ້ເພງຂອງຂ້ອຍ. SG Music ແລະ ຂ້ອຍຮູ້ສຶກເປັນກຽດທີ່ໄດ້ຮັບລາງວັນນີ້. ຂໍຂອບໃຈເປັນພິເສດມາຍັງ ສາລູນາ, ອະທິບ ເກັ່ງຈະເລີນໄຊກຸນສຸກ ແລະ ຄອບຄົວ Highbros ສໍາລັບໂອກາດ ແລະ ການຮ່ວມມືໃນຄັ້ງນີ້. ເຖິງຜູ້ສະໜັບສະໜູນຂອງຂ້ອຍ, ຂອບໃຈຫຼາຍໆ ສໍາຄັນທີ່ສຸດກໍຄື FC ທີ່ໜ້າຮັກຂອງຂ້ອຍທີ່ສືບຕໍ່ສະໜັບສະໜູນ ແລະ ຊຸກຍູ້ໃຫ້ເຮັດດົນຕີຫຼາຍຂຶ້ນ ຮັກແພງຫຼາຍຕໍ່ທຸກໆຄົນ ”.

อาจเป็นรูปภาพของ 1 คน และ ข้อความ

ພ້ອມນີ້ສາວສາລູນາ ຍັງບອກຕື່ມວ່າ: “ ຕົນເອງຮູ້ສຶກເປັນກຽດທີ່ສຸດໃນຊີວິດເລີຍ ຂອບໃຈທີ່ໃຫ້ໂອກາດສາວລາວສອງຄົນໄດ້ຮັບລາງວັນ asia top awards 2024  ຮ່ວມກັບນັກຮ້ອງ, ນັກສະແດງ ແລະ ດາລາ ທີ່ມີຊື່ສຽງອີກຫຼາຍໆປະເທດ ຝາກເປັນກຳລັງໃຈໃຫ້ພວກເຮົາແດ່ເດີ ”.

อาจเป็นรูปภาพของ 1 คน และ ข้อความ

ງານນີ້ຂ່າວບັນເທີງເອງຕ້ອງຂໍສະແດງຄວາມຍິນດີ ແລະ ຊົມເຊີຍກັບລາງວັນທີ່ທັງສອງສາວທັງງາມທັງເກັ່ງໄດ້ຮັບ ແລະ ຂໍໃຫ້ພັດທະນາຕົນເອງ ແລະ ມີຜົນງານອອກມາປະດັບວົງການເພງລາວຫຼາຍໆເດີ.