ເຕັມ 10 ໃຫ້ 100 ລຸກນີ້ກໍເກີນຕ້ານອີກແລ້ວ ແຮນນ່າ 4EVE

100

ຍັງຕື່ນເຕັ້ນບໍ່ເຊົາ ຫຼັງຈາກທີ່ວົງ 4EVE ສ້າງຄວາມຮ້ອນແຮງໃນຄອນເສີດຫຼ້າສຸດດ້ວຍເພງ Hot 2 Hot ກໍມີແຟນຄລັບຮຽກຮ້ອງຢາກເຫັນເອັມວີເປັນຈໍານວນຫຼາຍ! ແລ້ວຫຼ້າສຸດ ພວກເຂົາກໍໄດ້ປ່ອຍເອັມວີເວີຊັນເຕັ້ນອອກມາໃຫ້ທຸກຄົນໄດ້ເບິ່ງກັນແລ້ວ! ທ່າເຕັ້ນ, ເສື້ອຜ້າໜ້າຜົມ ແລະ ສີສັນກໍຄືຈຶ້ງສຸດໆ, ໃຜທີ່ຍັງບໍ່ໄດ້ເບິ່ງຖືວ່າພາດແຮງເດີ!.

อาจเป็นรูปภาพของ 3 คน และ ข้อความ

ແຕ່ທີ່ໂດດເດັ່ນສຸດໆນໍາພາບມາຝາກມາຕ້ອນແຟນໆຂ່າວບັນເທີງນັ້ນຄືສາວງາມຄົນເກັ່ງພຽງໜຶ່ງດຽວຈາກລາວ ໃນວົງ 4EVE ລຸກນີ້ເກີນຕ້ານງາມປົນເຊັກຊີ້ບອກເລີຍງານນີ້ໜຸ່ມໆມີໃຈລະລາຍໄປຕາມໆກັນເລີຍ. ໃນເອັມວີແຮນນ່າ ມາໃນຊຸດສີບົວຫວານ ຈົນໃຜເຫັນກໍລະສາຍຕາຈາກນ້ອງບໍ່ໄດ້ ເອັມວີດີ ທ່າເຕັ້ນເລີດ ສຽງຮ້ອງກໍເປັນເອກະລັກຂອງແຕ່ລະຄົນເຂົ້າໄປຟັງກັນໄດ້ແລ້ວມື້ນີ້ ໂດຍສາມາດຕິດຕາມການເຄື່ອນໄຫວ ແລະ ຟັງເພງໄດ້ທີ່ Facebook: Hannah Rosenbloom ນັ້ນເອງ.

อาจเป็นรูปภาพของ 1 คน และ ข้อความ

ຍັງບໍ່ພໍແຟນໆມີຂ່າວດີມາບອກ ວົງ 4EVE ແມ່ນໄດ້ຮັບລາງວັນ Best Girl Group Of The Year ອີກດ້ວຍ ດີໃຈນໍານ້ອງໆແບບສຸດໆສົມແລ້ວກັບການທຸ່ມເທເຫື່ອແຮງ ຝຶກຊ້ອມຢ່າງໜັກກວ່າຈະໄດ້ມາ ຊົມເຊີຍນ້ອງໆ.

อาจเป็นรูปภาพของ 1 คน และ กระโปรงซับใน

ສໍາລັບ 4EVE ສ້າງປາກົດການຫ້າງແຕກສຸດປະທັບໃຈ ທີ່ງານຄອນເສີດຜ່ານມາທີ່ຫ້າງພາກຊັນ ດ້ວຍບັນຍາກາດທີ່ອົບອຸ່ນ ແລະ ຄຶກຄື້ນສຸດໆ ເອີ້ນໄດ້ວ່າເປັນປາກົດການຫ້າງແຕກຂອງລາວເລີຍກໍວ່າໄດ້ ເນື່ອງຈາກແຟນຄລັບ 4EVE ຫຼາຍພັນຄົນພ້ອມໃຈກັນໄປຖ້າເຂົ້າງານຄອນເສີດ ຕັ້ງແຕ່ຫ້າງຍັງບໍ່ເປີດ! ຄືງານນີ້ນ້ອງໆທຸກຄົນເປັນຕາຮັກຕາແພງແຮງ ແຟນຄລັບຊາວລາວມີຄວາມສຸກ ແລະ ປະທັບໃຈສຸດໆ ແລະ ຫວັງວ່າຈະໄດ້ເຫັນສາວໆ 4EVE ມາເສີດສາຍທີ່ປະເທດລາວອີກຄັ້ງ

อาจเป็นรูปภาพของ 4 คน และ ข้อความพูดว่า "22NR THEGUITAR THE GUITAR MAG AWARDS 2024 MAG AWARDS 2024 2ND THEGUITAR MAC 5× AWARDS 2024 BEST GIRL GROUP OF THE YEAR 4EVE สังกัด XOXO Entertainment"

ເຊິ່ງຫຼາຍໆຄົນຕັ້ງໜ້າຕັ້ງຕາລໍຄອຍສາວໆມາຢ້ຽມຢາມ ແລະ ສ້າງຄວາມມ່ວນຊື່ນອີກຄັ້ງ ທຸກຄົນສາມາດຕິດຕາມການເຄື່ອນໄຫວໄດ້ທີ່ Page: 4EVE ໄດ້ເລີຍ ບໍ່ພາດທຸກການເຄື່ອນໄຫວແນ່ນອນ.