ຕ້ອນຮັບເລກງາມ 2020! ເມືອງພີນ ຫວັງສ້າງລາຍຮັບສະເລ່ຍ 10 ລ້ານກວ່າກີບຕໍ່ຄົນຕໍ່ປີ

264

ເມືອງພີນ ແຂວງສະຫວັນນະເຂດ ຈະສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ ( GDP ) ບັນລຸໃຫ້ໄດ້ 780,65 ຕື້ກີບ ອັດຕາຂະຫຍາຍຕົວຢູ່ໃນລະດັບ 6% ລາຍຮັບຕໍ່ຫົວຄົນຕໍ່ປີໃຫ້ຢູ່ທີ່ 10 ລ້ານກວ່າກີບ.

ທ່ານ ໂພລິທັດ ໄຊສະຫວັດ ກຳມະການພັກເມືອງ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງພີນ ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ອົງຄະນະພັກເມືອງພີນ ຄັ້ງທີ XI ໃນວັນ 27 – 28 ປີ 2019 ຜ່ານມາວ່າ: ນັບແຕ່ປີ 2020 – 2024 ເມືອງພີນ ພວກເຮົາຈະສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ ( GDP ) ບັນລຸໃຫ້ໄດ້ 780,65 ຕື້ກີບ ໂດຍອັດຕາຂະຫຍາຍຕົວຢູ່ໃນລະດັບ 6%. ໃນນັ້ນ, ຂະແໜງກະສິກຳ 520,17 ຕື້ກີບ ກວມ 66,63% ຂອງ GDP, ຂະແໜງອຸດສາຫະກຳ 165,68 ຕື້ກີບ ກວມ 21,22% ຂອງ GDP, ຂະແໜງບໍລິການ 94,80 ຕື້ກີບ ກວມ 12,15% ຂອງ GDP, ສະເລ່ຍໃສ່ຫົວຄົນໄດ້ 1.238 ໂດລາສະຫະລັດ ຫຼື ປະມານ 10,39 ລ້ານກວ່າກີບຕໍ່ຄົນຕໍ່ປີ ແລະ ເພື່ອບັນລຸເປົ້າໝາຍດັ່ງກ່າວນັ້ນ ເມືອງຕ້ອງການທຶນພັດທະນາ 187,35 ຕື້ກີບ.

ໃນນັ້ນ, ທຶນລັດ 50 ຕື້ກີບ ກວມ 26,69%, ທຶນພາຍໃນ + ເອກະຊົນ 6,30 ຕື້ກີບ ກວມ 3,36%, ທຶນສາກົນ 102,40 ຕື້ກີບ ກວມ 54,66%, ທຶນສິນເຊື່ອທະນາຄານ ແລະ ກອງທຶນ 28,65 ຕື້ກີບ ກວມ 15,29%.

ພ້ອມດຽວກັນນີ້, ເພື່ອຮັບປະກັນທາງດ້ານການຜະລິດສະບຽງອາຫານ ທາງເມືອງກໍຈະໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມຊາວນາ – ຊາວກະສິກອນພາຍໃນເມືອງຜະລິດເຂົ້າເປືອກ ສູ້ຊົນສົ່ງອອກສິນຄ້າໃຫ້ໄດ້ 15 ຕື້ກີບຕໍ່ປີ, ສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 18,53 ຕື້ກີບ ແລະ ປະຕິບັດລາຍຈ່າຍໃຫ້ໄດ້ 19,42 ຕື້ກີບ.

ນອກຈາກນີ້, ກໍຈະສຸມໃສ່ແກ້ໄຂລຶບລ້າງບ້ານທຸກຍາກໃຫ້ໄດ້ 3 ບ້ານ, ຄອບຄົວທຸກຍາກ 551 ຄອບຄົວ.