ເຄັດລັບໜ້າຮູ້ເພື່ອຊ່ວຍໃຫ້ຮູບຮ່າງດີຂຶ້ນ

77

ເຄັດລັບໃນການຮັກສາຮູບຮ່າງຂອງແຕ່ລະຄົນກໍຈະແຕກຕ່າງກັນໄປ ແຕ່ສິ່ງສໍາຄັນທີ່ສຸດກໍຄືການອອກກໍາລັງກາຍຄວບຄູ່ໄປນໍາ ແລະ ກິນອາຫານທີ່ມີຄຸນປະໂຫຍດອີກດ້ວຍ.

1 ກ່ອນການກິນອາຫານຄວນດື່ມນ້ຳ 1 ຈອກ ຈະຊ່ວຍໃຫ້ກິນໄດ້ໜ້ອຍລົງ ແລະ ອີ່ມໄວ.

2 ຄວນກິນອາຫານໃນຖ້ວຍ ຫຼື ຈານນ້ອຍໆ ເພາະການທີ່ຕ້ອງຕັກເພີ່ມຂຶ້ນຫຼາຍໆເທື່ອ ຈະເຮັດໃຫ້ຮູ້ສຶກວ່າກິນຫຼາຍແລ້ວ.

3 ຫຍ້ຳອາຫານໃຫ້ລະອຽດ ປະມານ 15 – 20 ຄັ້ງແລ້ວຄ່ອຍກືນ ເພາະການກິນຊ້າໆຈະເຮັດໃຫ້ຮູ້ສຶກວ່າອີ່ມ ແລະ ກິນໄດ້ໜ້ອຍລົງ.

4 ຢ່າຢືນກິນຄວນນັ່ງກິນ ເພາະການຢືນກິນຈະເຮັດໃຫ້ຮູ້ສຶກວ່າເປັນການກິນຫຼິ້ນໆ ແລະ ຈະກິນຫຼາຍໃນຄາບຖັດໄປ.

5 ຢ່າກິນຈົນໝົດໃນຄັ້ງດຽວຕ້ອງເຫຼືອໄວ້ຈັກໜ້ອຍ ເພາະບາງຄົນເສຍດາຍເລີຍກິນຈົນບໍ່ເຫຼືອອາຫານໃນພາເຂົ້າເລີຍ.

6 ອອກກຳລັງກາຍ ເຊິ່ງອາດຈະຫຼິ້ນກີລາທີ່ເຮົາຖະໜັດເພື່ອໃຫ້ກ້າມຊີ້ນກະຊັບ ແລະ ເພື່ອສຸຂະພາບທີ່ດີຂຶ້ນ.

7 ການກິນເຂົ້າເຊົ້າເປັນສິ່ງທີ່ດີ ເພາະເວລາເຂົ້າ ສວາຍກໍຈະບໍ່ກິນຫຼາຍ ແລະ ຕົກມາຮອດເຂົ້າແລງກໍຈະກິນແບບປົກກະຕິ ຫຼື ບໍ່ກິນເລີຍກໍໄດ້ໂດຍກິນໝາກໄມ້ແທນ.

ຂໍ້ມູນຈາກ: thaihealth.or.th

ຮຽບຮຽງ: ນຸ້ມນິ້ມ