ສິດທິເດດ ຮ່ວມສາຍນັກສະນຸກເກີລະດັບໂລກ ລາຍການ ຊະບາ ສະນຸກເກີ ຄັບ 2020

105

ຕາມການເປີດເຜີຍຂອງ ທ້າວ ສິດທິເດດ ສັກບ່ຽງ ໃນວັນທີ 2 ມັງກອນ 2020 ໃຫ້ຮູ້ວ່າ: ຫຼັງຈາກທີ່ໄດ້ສ້າງຜົນງານຄວ້າຫຼຽນຄຳ ຊີເກມ ເມື່ອປີ 2017 ທີ່ປະເທດມາເລເຊຍ ເປັນເຈົ້າພາບ, ຄວ້າຫຼຽນທອງ ຊີເກມ ທີ່ປະເທດຟີລິບປິນ ໃນເດືອນທັນວາ 2019 ຜ່ານມາ ແລະ ຄວ້າແຊັມ ການແຂ່ງຂັນກີລາສະນຸກເກີ 6 ແດງ ຊີເຈ ສະນຸກເກີ ຄັບ 2019 ລາຍການໃຫຍ່ ມິດຕະພາບ ລາວ-ໄທ ຈັດຂຶ້ນທີ່ແຂວງສະຫວັນນະເຂດ ລະຫວ່າງວັນທີ 17-20 ທັນວາ 2019. ດັ່ງນັ້ນ, ຍ້ອນຜົນງານດັ່ງກ່າວ ຈຶ່ງໄດ້ໂຄຕ້າພິເສດເຂົ້າຮ່ວມແຂ່ງຂັນສະນຸກເກີ ແຊັມດວນແຊັມ ລາຍການ ຊະບາ ສະນຸກເກີ ຄັບ 2020 ຈະຈັດຂຶ້ນ ລະຫວ່າງວັນທີ 10-15 ມັງກອນນີ້ ທີ່ແຂວງປະທຸມທານີ ປະເທດໄທ.

ສິດທິເດດ ກ່າວອີກວ່າ: ລາຍການນີ້ ເປັນລາຍການທີ່ທ້າທາຍທີ່ສຸດ ແລະ ຕື່ນເຕັ້ນທີ່ສຸດ ເຊິ່ງເປັນລາຍການທີ່ຂ້ອຍໄຝ່ຝັນຢາກຈະເຂົ້າຮ່ວມແຂ່ງຂັນໃນຊີວິດນີ້ ເພາະມີນັກກີລາສະນຸກເກີ ລະດັບມືຕົ້ນໆຂອງປະເທດໄທ ແລະ ນັກສະນຸກເກີມືອາຊີບລະດັບໂລກ ເຂົ້າຮ່ວມຊີງໄຊຫຼາຍຄົນ ບໍ່ວ່າຈະເປັນ ເອັຟວັນ, ຕ໋ອງ ສິນສ່ອຍ, ສັນນີ້ ສາຍລໍຟ້າ, ນຸກ ສາກົນ ເຈົ້າແຊັມຫຼຽນຄຳ ຊີເກມ 2019 ທີ່ປະເທດຟິລິບປິນ ແລະ ອີກຫຼາຍໆຄົນ ແຕ່ໃນການຈັບສະຫຼາກຕົວຈິງນ້ອງຖືກຈັດຢູ່ສາຍ ບີ ຮ່ວມກັບ ອ້າຍຕ໋ອງ ສິນສ່ອຍ, ຂວັນ ສະລະບູລີ ແລະ ເຕັກ ຫົວຫີນ, ເຊິ່ງນັດທໍາອິດ ບໍ່ຮູ້ວ່າຈະຖືກກັບນັກກີລາຄົນໃດ ແຕ່ທີ່ສຳຄັນ ນ້ອງຕັ້ງເປົ້າໝາຍໄວ້ແລ້ວ ບໍ່ວ່າຈະພົບກັບຄົນໃດກໍຕາມ ນ້ອງຈະໃຊ້ປະສົບການທັງໝົດວັດກັບທຸກ ເພື່ອສານຝັນ ທີ່ຢາກກ້າວເຂົ້າໄປເປັນນັກສະນຸກເກີມືອາຊີບລະດັບສາກົນ ໃຫ້ປະກົດຜົນເປັນຈິງ.

ສໍາລັບ ການແຂ່ງຂັນແຂ່ງຂັນສະນຸກເກີ ແຊັມດວນແຊັມ ລາຍການ ຊະບາ ສະນຸກເກີ ຄັບ 2020 ຈະຈັດຂຶ້ນ ລະຫວ່າງວັນທີ 10-15 ມັງກອນນີ້ ທີ່ແຂວງປະທຸມທານີ ປະເທດໄທໄທ ມີນັກກີລາອາຊີບລະດັບໂລກ ແລະ ນັກກີລາທີ່ໄດ້ແຊັມລາຍການນ້ອຍໃຫຍ່ຕ່າງໆ ເຂົ້າຮ່ວມດວນກັນ ໃຜຈະເປັນເບີ 1 ໃນລາຍການ ຊະບາ ສະນຸກເກີ ຄັບ 2020.