ເຈມສ໌ ເໜືອ ເບຣດີ – ເມສຊີ ຄວ້າລາງວັນນັກກີລາດີເດັ່ນແຫ່ງທົດສະວັດຂອງ ເອພີ

92

ເລີບຣອນ ເຈມສ໌ ນັກບານບ້ວງ ເອັນບີເອ ( NBA ) ຄວ້າລາງວັນນັກກີລາດີເດັ່ນແຫ່ງທົດສະວັດ ຂອງສໍານັກຂ່າວ ເອພີ ( AP ) ຂອງສະຫະລັດອາເມຣິກາ ຕາມການປະກາດໃນວັນທີ 30 ທັນວາ 2019.

ເຈມສ໌ ເອົາຊະນະຄູ່ແຂ່ງຢ່າງ ທອມ ເບຣດີ ນັກກີລາບານອາເມຣິກາ, ຢູເຊນ ໂບລ ນັກແລ່ນ-ລານຊາວຈາເມກາ, ລິໂອເນລ ເມສຊີ ນັກກີລາບານເຕະຂອງ ບາເຊໂລນາ ແລະ ໄມເຄິລ ເຟລສ໌ ນັກລອຍນໍ້າລະດັບຕໍານານ ຄວ້າລາງວັນນັກກີລາດີເດັ່ນແຫ່ງທົດສະວັດຂອງ ເອພີ ຫຼັງຈາກທີ່ສ້າງຜົນງານຢ່າງໂດດເດັ່ນ ນັບຕັ້ງແຕ່ປີ 2010 ຈົນເຖິງປີ 2020, ສ່ວນຝ່າຍຍິງເປັນຂອງ ເຊເຣນາ ວິລລຽມສ໌ ນັກເທັນນິສຍິງ.

ຄິງເຈມສ໌ ເລີ່ມຕົ້ນປີ 2010 ດ້ວຍການຍ້າຍສູ່ ໄມອາມີ ຮີດ ສ້າງຜົນງານພາທີມເຂົ້າຮ່ວມຊີງຊະນະເລີດໃນການແຂ່ງຂັນລີກ NBA ໄດ້ເຖິງ 8 ສະໄໝລວດ ເຊິ່ງປະສົບຜົນສໍາເລັດໄດ້ສູງສຸດໃນປີ 2016 ພາ ຄລີຟແລນ ຄາວາເລຍ ຄວ້າຂັນແຊັມ “ ແລຣີ ໂອໄບຣອັນ ” ຄັ້ງທໍາອິດ.

(ຮູບຈາກ: AP)